ນາຍົກລັດຖະມົນຕີ ຕ້ອນຮັບປະທານຄະນະກຳມະການປະຊາຊົນ ແຂວງຮ່າຕິ້ງ ສສ ຫວຽດນາມ

ໃນວັນທີ 5 ກໍລະກົດ 2022 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫວໍ ຈ້ອງ ຫ້າຍ(Vo Trong Hai) ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ສສ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 4-7 ກໍລະກົດ 2022 ນີ້.

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ ທ່ານ ຫວໍ ຈ້ອງ ຫ້າຍ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນໄປເລື້ອຍໆ, ທັງເປັນການເສີມຂະຫຍາຍການພັວພັນຮ່ວມມື ລະຫວ່າງແຂວງ ຫາ ແຂວງ ຂອງສອງປະເທດທີ່ມີຊາຍແດນຕິດຈອດກັນໃຫ້ໄດ້ຮັບການພັດທະນາ ແລະສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະກັນຕະຫລອດໄປ, ທັງເປັນການປະກອບສ່ວນເຂົ້າໃນການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຈະມາເຖິງນີ້, ໃຫ້ມີບັນຍາກາດອັນຟົດຟື້ນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີຍັງໄດ້ສະແດງຄວາມຫວັງວ່າສອງປະເທດ ລາວ-ຫວຽດນາມ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ເຮັດໃຫ້ການພົວພັນຮ່ວມມືອັນເປັນມູນເຊື້ອອັນຍາວນານລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະຍາວນານ.

ທ່ານ ຫວໍ ຈ້ອງ ຫ້າຍ ກໍໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ພັນຄຳ ວິພາວັນ ທີ່ໄດ້ສະຫລະເວລາອັນມີຄ່າມາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບເຖິງ ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.