ລັດຖະມົນຕີຕ່າງປະເທດຂອບຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7

ໃນວັນທີ 4 ກໍລະກົດ 2022 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 ທີ່ເມືອງບາກັນ ສສ ມຽນມາ ພາຍໃຕ້ຫົວຂໍ້:​ “ຄວາມສາມັກຄີປອງດອງ ເພື່ອສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ” ໂດຍການເປັນປະທານຮ່ວມຂອງທ່ານ ວຸນາ ມ່ອງວິນ ລັດຖະມົນຕີກະຊວງການຕ່າງປະເທດ ສສ ມຽນມາ ແລະ ທ່ານ ຫວາງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີຕ່າງປະເທດ ສປ ຈີນ, ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຕີລາຄາ ແລະ ທົບທວນຄືນ ຜົນຂອງການຮ່ວມມືໃນໄລຍະ 6 ປີຜ່ານມາເຫັນວ່າ: ເປັນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນເປັນຮູບປະທໍາ ມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ແລະ ແຜນປະຕິບັດງານ 5 ປີ (2018-2022) ພາຍໃຕ້ 3 ເສົາຄໍ້າຄື: ການເມືອງ-ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ ແລະ 5 ຂົງເຂດບຸລິມະສິດ: ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຄ້າຂ້າມຊາຍແດນການສ້າງຂີດຄວາມອາດສາມາດໃນການຜະລິດ-ກະສິກຳ ແລະ ລຶບລ້າງຄວາມທຸກຍາກ ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະເທດສະມາຊິກ ກໍຄືພາກພື້ນແມ່ນ້ຳຂອງ. ເຖິງວ່າຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມປີຜ່ານມາກໍ່ຕາມ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ປະກອບສ່ວນທຶນ 300 ລ້ານໂດລາ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັບແຕ່ປີ 2017 ເປັນຕົ້ນມາ. ກອງທຶນດັ່ງກ່າວ ໄດ້ປະກອບສ່ວນສໍາຄັນເຂົ້າໃນບັນດາໂຄງການເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ມາຮອດປັດຈຸບັນ, ມີຫຼາຍກວ່າ 600 ໂຄງການ ລວມມູນຄ່າທັງໝົດ 80 ກວ່າລ້ານໂດລາ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດດັ່ງກ່າວ. ໃນນັ້ນ, ສປປ ລາວ ໄດ້ຮັບ 68 ໂຄງການ ຄິດເປັນມູນຄ່າລວມ 18 ກ່ວາລ້ານໂດລາ. ພ້ອມດຽວກັນນັ້ນ, ບັນດາປະເທດສະມາຊິກ MLC ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ສປ ຈີນ ຕໍ່ບັນດາປະເທດສະມາຊິກໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ແມ່ນການສະໜອງວັກຊິນ, ການຊ່ວຍເຫຼືອເຕັກນິກການແພດ, ການຈັດສົ່ງ, ແລກປ່ຽນຊ່ຽວຊານແພດ ແລະ ອື່ນໆ.

ກອງປະຊຸມ ໄດ້ຮັບຮອງເອົາເອກະສານສຳຄັນ ຈຳນວນ 5 ສະບັບຄື: 1. ຖະແຫຼງຂ່າວຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 7; 2. ຖະແຫຼງການວ່າດ້ວຍ “ການຮ່ວມມືຮັບປະກັນດ້ານສະບຽງອາຫານແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”; 3. ຖະແຫຼງການວ່າດ້ວຍ “ການຄຸ້ມຄອງ ແລະ ບໍລິຫານດ້ານໄພພິບັດ”; 4. ຖະແຫຼງການວ່າດ້ວຍ “ລົງເລິກການແລກປ່ຽນ ແລະ ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ເພື່ອຄວາມຈະເລີນຮຸ່ງເຮືອງໃນປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”; 5. ຖະແຫຼງການວ່າດ້ວຍ “ລົງເລິກການຮ່ວມມືດ້ານພາສີ ເພື່ອຮັບປະກັນສະຖຽນລະພາບດ້ານການຄ້າ ແລະ ອໍານວຍຄວາມສະດວກໃນການຊໍາລະສະສາງ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າ, ເພື່ອຮັບປະກັນສະຖຽນລະພາບ ແລະ ການພັດທະນາຮອບດ້ານ ແລະ ຍືນຍົງ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມື MLC ຊຶ່ງຕະຫຼອດ 6 ປີຜ່ານມາ, ສປ ຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງເວົ້າລວມ, ເວົ້າສະເພາະ ກໍຄືການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງທາງດ່ວນ ວຽງຈັນ-ບໍ່ເຕ່ນ ທີ່ໄດ້ສຳເລັດໄລຍະທີ 1 ແລະ ກຳລັງດຳເນີນການກໍ່ສ້າງໄລຍະທີ 2. ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃນປີ 2021 ຊຶ່ງໄດ້ຊ່ວຍຊຸກຍູ້ນະໂຍບາຍການຫັນຈາກປະເທດບໍ່ມີທາງອອກສູ່ທະເລ ໄປສູ່ການເປັນປະເທດເຊື່ອມຈອດພາກພື້ນ ແລະ ອະນຸພາກພື້ນ ໃຫ້ປະກົດຜົນເປັນຈິ່ງຫຼາຍຂຶ້ນ. ພ້ອມທັງໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການຟື້ນຟູເສດຖະກິດ-ສັງຄົມ, ການນໍາໃຊ້ເຕັກໂນໂລຊີທີທັນສະໄໝ ເຂົ້າໃນຂະແໜງການຄ້າລະຫວ່າງຊາຍແດນ, ການຜະລິດສິນຄ້າທີ່ມີຄຸນນະພາບສູງ, ການເພີ່ມທະວີການຜະລິດກະສິກໍາ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽນອາຫານ ແລະ ການຂະຫຍາຍການຊ່ວຍເຫຼືອລົງສູ່ທ້ອງຖິ່ນ. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ປະເທດປະທານຮ່ວມ ສສ ມຽນມາ ແລະ ສປ ຈີນ ຕໍ່ຜົນສໍາເລັດຂອງການຈັດກອງປະຊຸມຄັ້ງນີ້.

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍ ກັບລັດຖະມົນຕີຕ່າງປະເທດ ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ, ສປ ຈີນ ແລະ ໄທ. ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ໃນຂະແໜງການຕ່າງໆ, ການໄປມາຫາສູ່ຂອງປະຊາຊົນ, ການເປີດປະເທດ ພາຍຫຼັງການແຜ່ລະບາດໂຄວິດ-19 ໂດຍສະເພາະການປຶກສາຫາລືກ່ຽວກັບການແກ້ໄຂບັນຫາເສດຖະກິດ ໃນປັດຈຸບັນ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ແລະ ສະພາບການຂອງໂລກ ທີ່ພວມພະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນການແກ້ໄຂວິກິດດ້ານພະລັງງານ ແລະ ອື່ນໆ. ໃນໂອກາດນີ້, ລັດຖະມົນຕີຕ່າງປະເທດທັງ 4 ທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ໃນໂອກາດພົບປະສອງຝ່າຍກັບສະຫາຍຫວຽດນາມ, ສອງຝ່າຍ ໄດ້ແລກປ່ຽນກ່ຽວກັບການກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ, ການຮ່ວມມືແກ້ໄຂດ້ານເສດຖະກິດ ແລະ ພະລັງງານ.

ໃນໂອກາດພົບປະກັບສະຫາຍ ຫວັງອີ້, ສອງຝ່າຍ ໄດ້ມີການແລກປ່ຽນກ່ຽວກັບຂໍ້ລິເລີ່ມຂອງຝ່າຍຈີນກ່ຽວກັບແລວທາງເສດຖະກິດຈີນ-ລາວ-ໄທ ໂດຍນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ແລວເສດຖະກິດລາວ-ຈີນເພື່ອເປັນກົນໄກຊຸກຍູ້ການຮ່ວມມືໃນຂໍ້ລິເລີ່ມດັ່ງກ່າວ. ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ. ໃນວາລະສຸດທ້າຍຂອງການພົບປະ ໄດ້ມີການແລກປ່ຽນເອກະສານການຊ່ວຍເຫຼືອ ສປປ ລາວ ໃນການສ້າງໂຮງຮຽນວິຊາຊີບ ແລະ ໂຮງຮຽນມັດທະຍົມ 5 ແຫ່ງ. ພ້ອມນີ້, ຝ່າຍລາວ ຍັງໄດ້ເຊື້ອເຊີນ ສະຫາຍ ຫວັງອີ້ ມາຢ້ຽມຢາມ ສປປລາວ ໃນໄວໆນີ້.

ຂ່າວ: ກະຊວງການຕ່າງປະເທດ