ການພົບປະສົນທະນາ ອາຊຽນ-ສ.ເກົາຫລີ ຄັ້ງທີ 26

ຕາມຂ່າວຈາກ VOVWORLD, ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ເຊອຸນ ຂອງ ສ.ເກົາຫລີ ໄດ້ດຳເນີນ ການພົບປະສົນທະນາ ລະຫວ່າງ ອາຊຽນ ແລະ ສ.ເກົາຫລີ ຄັ້ງທີ 26.ຈາກນັ້ນ ສ.ເກົາຫລີ ຢັ້ງຢືນສືບຕໍ່ຖືການພົວພັນ ກັບ ອາຊຽນ ເປັນສຳຄັນ, ສະໜັບ ສະໜູນ ອາຊຽນ ສວມບົດບາດ ເປັນໃຈກາງ ແລະໃຫ້ຄຳໝັ້ນ ສັນຍາ ສົມທົບກັບອາຊຽນຜັນຂະຫຍາຍທັດສະນະອາຊຽນກ່ຽວກັບມະຫາສະມຸດ ອິນເດຍ-ປາຊີຟິກ (AOIP) ຜ່ານບັນດາໂຄງການການເຄື່ອນໄຫວຮ່ວມມື.
 
ພາຍຫລັງ ທ່ານ ຫວູໂຮ່, ເອກອັກ ຄະລັດຖະທູດ ຫວຽດນາມ, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ສະເໜີ ອາຊຽນ ແລະ ສ. ເກົາຫລີ ຍູ້ແຮງ ບັນດາການເຄື່ອນໄຫວຮ່ວມມືມຸ່ງໄປເຖິງປະຊາຊົນ. ໂດຍທັງສອງຝ່າຍ ຄວນຟື້ນຟູ, ຊຸກຍູ້ ແລະຫັນການຮ່ວມມືແລກປ່ຽນ ວັດທະນະທຳ, ສື່ມວນຊົນ, ການສຶກສາ, ສິລະປະ, ກິລາ, ການທ່ອງທ່ຽວ, ການແລກປ່ຽນ ປະຊາຊົນ, ຊາວໜຸ່ມ, ນັກສຶກສາໃຫ້ເຫັນຫລາຍຮູບ ຫລາຍແບບ. ນອກນີ້ທັງສອງຝ່າຍຢັ້ງຢືນຈະຜັນຂະຫຍາຍ ປະສິດທິຜົນສັນຍາການຄ້າ ເສລີ ອາຊຽນ-ສ. ເກົາຫລີ (AKFTA), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ອາຊຽນ ແລະ ສ. ເກົາຫລີ ເຫັນດີ ຄວນມານະພະຍາຍາມປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບທັງຢູ່ອາຊີຕາເວັນອອກສ່ຽງເໜືອ ແລະອາຊີ ຕາເວັນອອກສ່ຽງໃຕ້, ຈາກນັ້ນປະກອບສ່ວນສ້າງສະພາບແວດລ້ອມ ອາຊີ - ປາຊິຟິກ - ມະຫາສະມຸດ ອິນເດຍ ໃຫ້ສະດວກ ແລະພັດທະນາ. ສຳລັບກອງປະຊຸມພົບປະສົນທະນາອາຊຽນ - ສ.ເກົາຫລີ ຄັ້ງທີ 27 ຈະໄດ້ຈັດຂຶ້ນຢູ່ ຫວຽດນາມ ພາຍໃນປີ 2023.