ລັດຖະບານ ໃຊ້ຫຼາຍມາດຕະການໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ

ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ຍ້ອນລາຄາ CIF ຫຼື ຕົ້ນທຶນນໍາເຂົ້າສູງຂຶ້ນ ແລະປັດໄຈອື່ນໆ ແຕ່ລັດຖະບານໄດ້ໃຊ້ຫຼາຍມາດຕະການເພື່ອຄຸ້ມຄອງລາຄານໍ້າມັນເຊື້ອໄຟບໍ່ໃຫ້ສູງເກີນໄປເພື່ອໃຫ້ບັນດາຜູ້ປະກອບການຢູ່ໄດ້ ແລະຮັບປະກັນໃຫ້ປະຊາຊົນມີນໍ້າມັນພຽງພໍກັບການຮັບໃຊ້ໃນການຜະລິດ ແລະການດໍາລົງຊີວິດ; ພ້ອມນີ້, ກໍຍັງຊຸກຍູ້ໃຫ້ບັນດາໂຮງງານປຸງແຕ່ງ/ໂຮງງານປະສົມນໍ້າມັນເຊື້ອໄຟພາຍໃນປະເທດເພີ່ມການສະໜອງນໍ້າມັນຕື່ມອີກ.

ກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ແລະການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອໄຟ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ກະຊວງອຸດສາຫະກໍາ ແລະການຄ້າ (ອຄ) ພາຍໃຕ້ການເປັນປະທານຂອງ ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນກະຊວງ ອຄ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ; ໃນນີ້, ໄດ້ມີຂໍ້ມູນຈາກກົມການຄ້າພາຍໃນໃຫ້ຮູ້ເຖິງສາເຫດທີ່ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟຢູ່ພາຍໃນສູງຂຶ້ນ ແລະການແກ້ໄຂບັນຫາຂອງລັດຖະບານໃນໄລຍະຜ່ານມາ ແລະຕໍ່ໜ້າ.

ທ່ານ ອັກຄະວົງ ວຽນເຮືອງໄຜ່ ຫົວໜ້າພະແນກຄຸ້ມຄອງສິນຄ້າ ແລະ ລາຄາໄດ້ກ່າວວ່າ: ລາຄາຂາຍຍ່ອຍນໍ້າມັນພາຍໃນປະເທດເພີ່ມສູງຂຶ້ນຍ້ອນຫຼາຍປັດໄຈໂດຍສະເພາະແມ່ນລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກມີລາຄາເໜັງຕີງຂຶ້ນສູງສຸດເປັນປະຫວັດການຊຶ່ງໂດຍລວມແລ້ວແມ່ນຕົ້ນທຶນການນຳເຂົ້າ ຫຼືລາຄາ CIF ແມ່ນລາຄານໍ້າມັນເຊື້ອໄຟຕະຫຼາດສິງກະໂປ ຫຼື ລາຄາ PLATTS ສິງກະໂປ = (+ ຫຼື -) ຄ່າທຳນຽມ (+) ການປະກັນໄພ (+) ຄ່າຂົນສົ່ງຮອດສາງບໍລິສັດນໍ້າມັນເຊື້ອໄຟຂອງ ສປປ ລາວ. ສ່ວນການຄິດໄລ່ໂຄງສ້າງລາຄານໍ້າມັນ ແມ່ນຄິດໄລ່ບົນພື້ນຖານ ລາຄາ CIF (x) ອັດຕາແລກປ່ຽນ (+) ພາສີນໍາເຂົ້າໃນນີ້ແອັດຊັງພິເສດ 20%, ແອັດຊັງທໍາມະດາ 15% ແລະ ກາຊວນ 5% (+) ອາກອນຊົມໃຊ້ ຄື ແອັດຊັງພິເສດ 40%, ແອັດຊັງທໍາມະດາ 5% ແລະ ກາຊວນ 0% (+) ອາກອນມູນຄ່າເພີ່ມ 7% (+) ກອງທຶນບູລະນະທາງ 520 ກີບ/ລິດ/ຊະນິດ (+) ຄ່າບໍລິການທຸລະກິດ ຄື ບໍລິສັດ ນໍາເຂົ້າ-ສົ່ງອອກ ນໍ້າມັນເຊື້ອໄຟ 350 ກີບ/ລິດ, ບໍລິສັດ ຈໍາໜ່າຍພາຍໃນ 300 ກີບ/ລິດ ແລະ ປໍ້ານໍ້າມັນເຊື້ອໄຟ 300 ກີບ/ລີດ ຊຶ່ງການຄິດໄລ່ລາຄາແຕ່ລະຄັ້ງໃນປັດຈຸບັນ ແມ່ນຄິດໄລ່ໂດຍສະເລ່ຍ 5-7 ວັນ ເນື່ອງຈາກສະພາບການສະໜອງນໍ້າມັນເຊື້ອໄຟໃນໂລກແມ່ນໄດ້ມີການປັບການຄິດໄລ່.

ທ່ານ ນາງ ຖະໜອມ ແກ້ວໄຊຍະຈັກ ຮອງຫົວໜ້າກົມການຄ້າພາຍໃນໄດ້ກ່າວວ່າ: ເນື່ອງຈາກລາຄານໍ້າມັນໃນຕະຫຼາດໂລກສູງຂຶ້ນບວກກັບບັນຫາເງິນກີບອ່ອນຄ່າ ການຄິດໄລ່ໂຄງສ້າງລາຄາອອກມາຈຶ່ງສູງແຕ່ລັດຖະບານກໍໄດ້ຫາວິທີແກ້ໄຂຊຶ່ງຜ່ານມາລັດຖະບານໄດ້ຕັດສິນໃຈສູງ ໃນດ້ານຂອງພັນທະເຖິງວ່າຈະມີບັນຫາດ້ານລາຍຮັບງົບປະມານ ແຕ່ກໍໄດ້ຫຼຸດອາກອນຊົມໃຊ້ລົງ, ມາເຖິງປັດຈຸບັນ ໄດ້ຫຼຸດອາກອນຊົມໃຊ້ລົງ 2 ຄັ້ງ (ຫຼຸດອາກອນຊົມໃຊ້ແອັດຊັງທໍາມະດາ ຈາກ 31% ລົງມາເປັນ 16% ແລະ ຫຼຸດລົງມາເປັນ 5% ໃນປັດຈຸບັນ; ສ່ວນ ກາຊວນ ແມ່ນຫຼຸດຈາກ 21% ມາເປັນ 11% ແລະ ມາເປັນ 0% ໃນປັດຈຸບັນ) ແລະ ບໍ່ເກັບສ່ວນຂອງຄັງແຮ. ນອກນີ້, ລັດຖະບານ ຍັງໄດ້ແຊກແຊງດ້ານອັດຕາແລກປ່ຽນ ແລະ ຄຸ້ມຄອງ, ກຳນົດອັດຕາແລກປ່ຽນ ຊຶ່ງເຮັດໃຫ້ລັດໄດ້ສູນເສຍໃນດ້ານງົບປະມານ ແລະການຜິດດ່ຽງຂອງອັດຕາແລກປ່ຽນແຕ່ເພື່ອແກ້ໄຂບັນຫານໍ້າມັນໄລຍະຜ່ານມາໄດ້ອັດສີດເງິນ 60 ລ້ານໂດລາ ເຂົ້າໄປ ຊຶ່ງເຮັດໃຫ້ລາຄານໍ້າບໍ່ກ້າວກະໂດດສູງເຮັດໃຫ້ໄລຍະເດືອນມິຖຸນາ ຜ່ານມາສາມາດແກ້ໄຂໄດ້ເປັນຢ່າງດີ. ລັດຖະບານຍັງໄດ້ອະນຸມັດຕື່ມອີກ 200 ລ້ານໂດລາ ເພື່ອກຽມພ້ອມໃຫ້ກຸ້ມການນຳເຂົ້ານໍ້າມັນເຊື້ອໄຟເດືອນກໍລະກົດ ກັບ ເດືອນສິງຫານີ້ຊຶ່ງລັດຖະບານໄດ້ພະຍາຍາມສູ້ຊົນຈັດຕັ້ງປະຕິບັດໃຫ້ໄດ້ໄວເທົ່າທີ່ຈະໄວໄດ້.

ໂອກາດດັ່ງກ່າວ, ທ່ານ ພູວຽງ ພົງສາ ຍັງໄດ້ກ່າວໃຫ້ຮູ້ວ່າວ່າ: ນອກຈາກບັນດາມາດຕະການຕ່າງໆນັ້ນ, ກະຊວງ ອຄ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງເພື່ອຊຸກຍູ້ໃຫ້ບັນດາໂຮງງານປຸງແຕ່ງ/ໂຮງງານປະສົມນໍ້າມັນເຊື້ອໄຟ ພາຍໃນປະເທດ ເຊັ່ນ ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟຍອດງື່ມພາວເວີ ແລະໂຮງງານນໍ້າມັນກາຊວນຊີວະພາບອາໂກຣເທັກເພື່ອເພີ່ມການສະໜອງນໍ້າມັນພາຍໃນປະເທດເຮົາຕື່ມຮັບປະກັນການສະໜອງນໍ້າມັນພາຍໃນປະເທດໃຫ້ພຽງພໍ ເພື່ອມາຮັບໃຊ້ການຜະລິດ ແລະການດຳລົງຊີວິດຂອງປະຊາຊົນ.

(ຂ່າວ-ພາບ: ສຸກສະຫວັນ)