ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງເມືອງລ້ອງແຈ້ງ

ໃນວັນທີ 1 ກໍລະກົດ 2022 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຈາກບັນດາກະຊວງ - ອົງການທີ່ກ່ຽວຂ້ອງໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ ໂດຍການຕ້ອນຮັບ ແລະເຂົ້າຮ່ວມຮັບຟັງການພົບປະໂອ້ລົມມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ, ການນຳ-ພະນັກງານຫຼັກແຫຼ່ງ ເມືອງລ້ອງແຈ້ງ ແລະພາກທຸລະກິດ ທີ່ມີສ່ວນຮ່ວມ ໃນການພັດທະນາແຂວງໄຊສົມບູນ ຈຳນວນໜຶ່ງ.

ກ່ອນອື່ນ ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ຈາກທ່ານ ອຸດອນ ສິງດາລາ ເຈົ້າເມືອງໆລ້ອງແຈ້ງໂດຍເຫັນໄດ້ສະພາບຈຸດພິເສດ, ທ່າແຮງພື້ນຖານ, ຂໍ້ຈຳກັດ ແລະສິ່ງທ້າທາຍຕ່າງໆ ໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ລວມທັງ ທິດທາງແຜນວຽກຈຸດສຸມພັດທະນາຂອງເມືອງ ໃນຕໍ່ໜ້າ. ໂດຍອີງໃສ່ເງື່ອນໄຂທີ່ຕັ້ງ ແລະ ທ່າແຮງຕ່າງໆ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງໄຊສົມບູນ ໄດ້ສຸມໃສ່ພັດທະນາເມືອງລ້ອງແຈ້ງ 3 ດ້ານ ຄື: ສຸມໃສ່ສ້າງເມືອງລ້ອງແຈ້ງ ເປັນເມືອງປູກ-ເມືອງລ້ຽງ ເພື່ອສະໜອງສະບຽງອາຫານໃຫ້ບັນດາບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນແຂວງໄຊສົມບູນ; ສຸມໃສ່ສ້າງເມືອງລ້ອງແຈ້ງ ເປັນເມືອງທ່ອງທ່ຽວ ທາງທຳມະຊາດ ແລະຮ່ອງຮອຍປະຫວັດສາດ ແບບອະນຸລັກ; ແລະສຸມໃສ່ສ້າງກຸ່ມບ້ານນ້ຳຜາ ໃຫ້ເປັນບ້ານທີ່ມີການພັດທະນາ ແລະກາຍເປັນສີສັນຂອງຕົວເມືອງປະກົດຂຶ້ນ. ນອກຈາກນີ້ຍັງໄດ້ຮັບຟັງການນຳສະເໜີແຜນໂຄງການພັດທະນາແຫຼ່ງທ່ອງທ່ຽວ ພູໝອກ-ພູຕະການ ແລະ ບັນດາກິດຈະການທີ່ຕິດພັນ ຈາກທ່ານປະທານກຸ່ມບໍລິສັດ ລ້ອງແຈ້ງພັດທະນາ ຈຳກັດ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະໃຫ້ທິດຊີ້ນຳຕໍ່ຜູ້ເຂົ້າຮ່ວມເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນອົງການປົກຄອງແຂວງ, ອົງການປົກຄອງເມືອງຕ້ອງສືບຕໍ່ເປັນເຈົ້າການປົກປັກຮັກສາ ແລະສ້າງສາພັດທະນາຂອງທ້ອງຖິ່ນຕົນຢ່າງຮອບດ້ານບົນຈິດໃຈສູ້ຊົນເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ ແລະສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານແທ້ໆ, ຫຼີກລ່ຽງແນວຄິດເອື່ອຍອີງ; ເພີ່ມສະຕິລະວັງຕົວໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດພັນກັບວຽກງານການຕ່າງປະເທດໂດຍສະເພາະ ປ້ອງກັນການສວຍໃຊ້ໂອກາດ ແລະຊ່ອງຫວ່າງ ເພື່ອສ້າງປະກົດການຫຍໍ້ທໍ້ຕ່າງໆ ແລະກົດໜ່ວງຖ່ວງດຶງການພັດທະນາປະເທດຊາດກໍ່ຄືທ້ອງຖິ່ນພາຍໃນແຂວງໄຊສົມບູນ. ພ້ອມກັນນີ້ກໍໃຫ້ກະຊວງ- ອົງການທີ່ກ່ຽວຂ້ອງ ສົມທົບກັບແຂວງ ແລະເມືອງ ກວດກາຄືນ ແລະ ຄົ້ນຄວ້າປັບປຸງ ແຜນພັດທະນາດ້ານຕ່າງໆ ໃນວຽກງານສາຍຕັ້ງຂອງຕົນ ໃຫ້ສອດຄ່ອງກັບສະພາບຕົວຈິງ ກວ່າເກົ່າ ໂດຍສະເພາະຂະແໜງແຜນການ ແລະການລົງທຶນ, ໂຍທາທິການ ແລະຂົນສົ່ງ, ກະສິກຳ ແລະປ່າໄມ້, ພະລັງງານ ແລະບໍ່ແຮ່,ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເພື່ອແນໃສ່ເຮັດໃຫ້ເມືອງລ່ອງແຈ້ງກໍຄືແຂວງໄຊສົມບູນໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ