ສະເໜີຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນໄດ້ສະເໜີຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດນີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ໂດຍມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ໃນສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບເລກທີ 09/ສພຊ 12 ຕຸລາ 2002 ເປັນສະບັບທຳອິດທີ່ຖືກຮັບຮອງ ແລະປະກາດໃຊ້ໃນປີ 2002, ໃນປີ 2012 ໄດ້ຖືກປັບປຸງເປັນສະບັບເລກທີ 14/ສພຊ, ລົງວັນທີ 5 ກໍລະກົດ 2012 ຊຶ່ງປະກອບດ້ວຍ 10 ພາກ 7 ໝວດ ແລະ 47 ມາດຕາ.

ອີງໃສ່ສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ນິຕິກຳໃນການຄຸ້ມຄອງຊັບສິນຂອງລັດແມ່ນໄດ້ມີການນຳໃຊ້ມາຫຼາຍປີຈຶ່ງເຮັດໃຫ້ມີບາງຂໍ້ຈຳກັດໃນການປະຕິບັດໜ້າທີ່ການເມືອງໃນວຽກງານຊັບສິນຂອງລັດ ແລະ ເພື່ອເປັນການຕອບສະໜອງການຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງດັ່ງນັ້ນ, ສະພາແຫ່ງຊາດຈຶ່ງໄດ້ອອກມະຕິ ສະບັບເລກທີ 24/ສພຊ, ລົງວັນທີ 19 ພະຈິກ 2019 ວ່າດ້ວຍມາດຕະການເພື່ອບັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ຕິດພັນກັບການເກັບລາຍຮັບ ຊຶ່ງໃນນັ້ນແມ່ນກົດໝາຍວ່າດ້ວຍຊັບສິນຂອງລັດທີ່ມີເນື້ອໃນຍັງບໍ່ຄົບຖ້ວນ, ສົມບູນໃນການຈັດຕັ້ງປະຕິບັດປະກອບດ້ວຍ 5 ມາດຕາຄື: ມາດຕາ 22, 23, 34, 37, 42 ພ້ອມນັ້ນກົດໝາຍວ່າດ້ວຍຊັບສິນຂອງລັດສະບັບນີ້ກໍແມ່ນໜຶ່ງໃນ 4 ກົດໝາຍ ທີ່ຄະນະປະຈຳສະພາແຫ່ງຊາດຈັດຕັ້ງການປະເມີນຜົນການຈັດຕັ້ງປະຕິບັດ.

ອີງໃສ່ສະພາບເງື່ອນໄຂຂອງປະເທດ ແລະຂອງໂລກມີການປ່ຽນແປງຈຶ່ງເລັ່ງທວງໃຫ້ມີການປັບປຸງລະບຽບການໃນການຄຸ້ມຄອງຊັບສິນຂອງລັດໃຫ້ຮັດກຸມ, ໂປ່ງໃສ ແນໃສ່ເຮັດໃຫ້ ການພັດທະນາທີ່ມີມູນຄ່າມະຫາສານ ແລະ ມີຄວາມຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາ ແລະສ້າງສາພັດທະນາປະເທດຊາດທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ມີການບັບປຸງກົດໝາຍວ່າດ້ວຍຊັບສິນຂອງລັດ.

ດ້ານໂຄງປະກອບ: ຮ່າງກົດໝາຍສະບັບນີ້ ໄດ້ມີການບັບປຸງເນື້ອໃນທັງໝົດ 41 ມາດ ຕາ, ເພີ່ມເຂົ້າໃໝ່ 3 ມາດຕາ, ຕັດອອກ 12 ມາດຕາ, ສະນັ້ນ, ຈຶ່ງເຮັດໃຫ້ໂຄງຮ່າງກົດໝາຍສະບັບປັບປຸງປະກອບດ້ວຍ 9 ພາກ, 7 ໝວດ, 65 ມາດຕາ ລາຍລະອຽດດັ່ງນີ້:
ພາກທີ I ບົດບັນຍັດທົ່ວໄປ ປະກອບດ້ວຍ 10 ມາດຕາ.
ພາກທີ II ປະເພດຊັບສິນຂອງລັດ ປະກອບດ້ວຍ 5 ມາດຕາ
ພາກທີ III ການຄຸ້ມຄອງ, ການນຳໃຊ້, ການປົກປັກຮັກສາ, ການະພັດທະນາ ແລະ ການສະສາງຊັບສິນຂອງລັດ ປະກອບດ້ວຍ 4 ໝວດ, 28 ມາດຕາ.
ພາກທີ IV ລາຍຮັບຊັບສິນຂອງລັດ ປະກອບດ້ວຍ 2 ມາດຕາ.
ພາກທີ V ຂໍ້ຫ້າມ ປະກອບດ້ວຍ 3 ມາດຕາ.
ພາກທີ VI ການຄຸ້ມຄອງ ປະກອບດ້ວຍ 3 ມາດຕາ.
ພາກ VII ງົບປະມານ, ເຄື່ອງແບບ, ກາໝາຍ ແລະ ຕາປະທັບ ປະກອບດ້ວຍ 2 ມາດຕາ.
ພາກທີ VIII ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ປະກອບດ້ວຍ 2 ມາດຕາ.
ພາກທີ IX ບົດບັນຍັດສຸດທ້າຍ ປະກອບດ້ວຍ 2 ມາດຕາ.

(ຂ່າວ-ພາບ: ຕຸໄລເພັດ ພິມເມືອງ )