ເລຂາທິການໃຫຍ່ ພັກ ປປ ລາວ ພົບປະທາງໄກກັບເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ

ໃນຕອນຄໍ່າຂອງວັນທີ 30 ມິຖຸນາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບວີດີໂອທາງໄກກັບ ສະຫາຍ ມີເກັນ ດຽດ ກາເນນ ເລຂາທິການທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ,ປະທານປະເທດແຫ່ງ ສ ກູບາ ໂດຍມີບັນດາຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ, ພ້ອມດ້ວຍເອກອັກຄະລັດຖະທູດຂອງທັງສອງຝ່າຍກໍໄດ້ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ມີໂອກາດພົບປະຜ່ານວີດິໂອທາງໄກ ກັບ ສະຫາຍ ມີເກັນ ດຽດ ກາເນນ ເຊິ່ງເປັນການພົບປະຄັ້ງທໍາອິດຂອງ ສະຫາຍ ທອງລຸນ ສີສຸລິດ ໃນຖານະເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ແລະ ສະຫາຍ ມີເກັນ ດຽດ ກາເນນ ທີ່ໄດ້ດໍາລົງຕໍາແໜ່ງເລຂາທິການທີໜຶ່ງ, ຄະນະບໍລິຫານງານສູນກາງ ພັກກອມມູນິດກູບາ, ປະທານປະເທດ ສ ກູບາ. ຝ່າຍລາວໄດ້ແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ; ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫລວງທີ່ປະຊາຊົນກູບາອ້າຍນ້ອງພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນຂອງພັກກອມມູນິດກູບາຍາດມາໄດ້ຕະຫລອດໄລຍະ 60 ປີ ຜ່ານມາ ໂດຍສະເພາະແມ່ນຜົນສຳເລັດທີ່ມີຄວາມໝາຍຄວາມສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດໃນທ່າມກາງການປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະການເງິນຂອງຈັກກະພັດ ແລະອິດທິກຳລັງປໍລະປັກເປັນເວລາຫົກທົດສະວັດ; ຕີລາຄາສູງຕໍ່ຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ເຊິ່ງໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂື້ນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດປະຕິວັດຢູ່ສອງປະເທດ ລາວ ແລະກູບາ ກໍຄື ພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະໃນໂລກ; ສະແດງຄວາມຂອບໃຈ ແລະຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະປະຊາຊົນກູບາອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງລໍ້າຄ່າແກ່ພັກ ແລະ ປະຊາຊົນລາວບັນດາເຜົ່າທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໃນໄລຍະສ້າງສາພັດທະນາ ສປປ ລາວ. ພ້ອມນັ້ນ, ກໍຢືນຢັນຄືນແນວທາງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການສະໜັບສະໜູນ ສ ກູບາ ຕ້ານການກະທຳທຸກຮູບແບບທີ່ບໍ່ເປັນທຳ ໂດຍສະເພາະການປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະການເງິນຕໍ່ກູບາ.

ພ້ອມນີ້, ສະຫາຍ ມີເກັນ ດຽດ ກາເນນ ໄດ້ແຈ້ງໃຫ້ຊາບສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກກອມມູນິດກູບາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງສປປ ລາວ ທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງພັກ ປປ ລາວ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ; ບົດບາດ ແລະ ອິດທິພົນຂອງພັກ ແລະລັດຖະບານ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງເຊື່ອໝັ້ນວ່າຄະນະບໍລິຫານງານສູນກາງພັກທີ່ມີ ສະຫາຍ ທອງລຸນ ສີສຸລິດ ເປັນຜູ້ນໍາພານັ້ນ ຈະສາມາດສືບຕໍ່ປະສົບຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງກວ່າເກົ່າຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ກໍານົດໄວ້. ສະແດງຄວາມຂອບໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງທີ່ໃຫ້ການຊ່ວຍເຫລືອ ແລະສະໜັບສະໜູນການປະຕິວັດກູບາຕະຫລອດໄລຍະຜ່ານມາ.

ການພົບປະຄັ້ງນີ້, ການນໍາສູງສຸດຂອງສອງພັກ, ສອງລັດ ລາວ-ກູບາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບ ທິດທາງໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ທັງສອງຝ່າຍມີຄວາມສົນໃຈ.