6 ເດືອນຕົ້ນປີ ສາມາດເກັບລາຍບຮັບ 12.168 ຕື້ກີບ

ກົມງົບປະມານແຫ່ງລັດ ກະຊວງການເງິນ ຕີລາຄາວຽກງານຈຸດສຸມ 6 ເດືອນຕົ້ນປີ 2022 ໃນນີ້, 6 ເດືອນຜ່ານມາສາມາດປະຕິບັດລາຍຮັບໄດ້ 12.168 ຕື້ກີບ ເທົ່າກັບ 38,51% ຂອງແຜນການປີ (ທຽບໃສ່ໄລຍະດຽວ ເພີ່ມຂຶ້ນ 1.448 ຕື້ກີບ ຫລື ເທົ່າກັບ 14%) ເຊິ່ງເປັນລາຍຮັບພາຍໃນ 11.646 ຕື້ກີບ ເທົ່າກັບ 39,98% ຂອງແຜນການປີ ແລະລາຍຮັບຈາກການຊ່ວຍເຫລືອລ້າ 512 ຕື້ກີບ ເທົ່າກັບ 20,83% ຂອງແຜນການປີ.

ໃນວັນທີ 30 ມິຖຸນາ 2022 ກົມງົບປະມານແຫ່ງລັດກະຊວງການເງິນ, ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈຸດສຸມ 6 ເດືອນຕົ້ນປີ ແລະທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ໂດຍຊີ້ໃຫ້ເຫັນຄວາມເປັນເຈົ້າການເຂົ້າຮ່ວມເຮັດວຽກກັບບັນດາພະແນກ, ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນແຕ່ລະໄລຍະໄດ້ຮັບຜົນສຳເລັດ.

ຂະນະທີ່ດ້ານລາຍຈ່າຍປະຕິບັດໄດ້ 10.800 ຕື້ກີບເທົ່າກັບ 31,13% ຂອງແຜນການປີ. ໃນນີ້, ສູນກາງປະຕິບັດໄດ້ 7.246 ຕື້ກີບ ເທົ່າກັບ 28,10% ຂອງແຜນການປີ ແລະທ້ອງຖິ່ນ ປະຕິບັດໄດ້ 3.554 ຕື້ກີບ ເທົ່າກັບ 39,92% ຂອງແຜນການປີ (ໂດຍລວມແມ່ນການເບີກຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ເງິນບໍລິຫານເປັນສ່ວນໃຫຍ). ສ່ວນດ້ານການລະດົມທຶນເພື່ອມາດຸ່ນດ່ຽງງົບປະມານຈາກພາຍໃນ ແລະຕ່າງປະເທດ ປະຕິບັດໄດ້ 4.198 ຕື້ກີບເທົ່າກັບ 20,99% ຂອງແຜນປີ, ໃນນີ້: ອອກພັນທະບັດພາຍໃນ 1.346 ຕື້ກີບ ແລະການກູ້ຢືມເປັນໂຄງການຈາກຕ່າງປະເທດ (ODA) 2.852 ຕື້ກີບ.

ທ່ານ ນາງ ເພັດສະໝອນ ພອນສະຫວັນ ຮອງຫົວໜ້າກົມງົບປະມານ ແຫ່ງລັດ ກ່າວວ່າ: ໃນຕະຫລອດໄລຍະ 6 ເດືອນຜ່ານມາ, ກົມງົບປະມານແຫ່ງລັດໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ບັນດາສະມາຊິກພັກ, ຈັດຕັ້ງເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ,ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ພະນັກງານ-ລັດຖະກອນ ຕາມແຜນການເຄື່ອນໄຫວຂອງກົມ. ໄດ້ຖືເອົາການລົງຮ່ວມເຮັດວຽກກັບແຕ່ລະພະແນກ, ເພື່ອຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳເດືອນ ແລະງວດ, ອັນທີ່ພົ້ນເດັ່ນ: ວຽກວິຊາສະເພາະຄະນະກົມໄດ້ລົງເລິກໃກ້ຊິດ-ຕິດແທດ ໃນການນຳພາ-ຊີ້ນຳແຕ່ລະພະແນກໃນການຈັດຕັ້ງປະຕິບັດວຽກງານຈຸດສຸມດ້ວຍຄວາມເປັນເຈົ້າການ ແລະສືບຕໍ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນຕໍ່ໜ້າໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້.

ພ້ອມກັນນັ້ນ,ຍັງໄດ້ຜ່ານແຜນວຽກຈຸດສຸມ 06 ເດືອນທ້າຍປີ 2022 ພ້ອມທັງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດເປັນຕົ້ນ: ເອົາໃຈໃສ່ດ້ານການເມືອງ-ແນວຄິດ, ດ້ານວຽກງານການຈັດຕັ້ງ ແລະພະນັກງານ, ດ້ານວຽກງານວິຊາສະເພາະ, ວຽກງານນິຕິກຳວຽກງານສ້າງແຜນ, ວຽກງານຕິດຕາມ ແລະຄຸ້ມຄອງການຈັດຕັ້ງປະຕິບັດລາຍຈ່າຍ, ວຽກງານຫັນເປັນທັນສະໄໝ ແລະ ເອົາໃຈໃສ່ມາດຕະການຕິດຕາມກວດກາການເຄື່ອນໄຫວຂອງພະນັກງານ-ລັດຖະກອນ, ເອົາໃຈໃສ່ປະສານສົມທົບກັບບັນດາກົມພາຍໃນກະຊວງ,ຈັດຕັ້ງປະຕິບັດວຽກງານໃຫ້ໄປຕາມແຜນຈຸດສຸມຂອງກົມທີ່ກຳນົດໄວ້, ຕິດຕາມ, ກວດກາ, ແນະນຳການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຢູ່ຂັ້ນສູນກາງ ແລະທ້ອງຖິ່ນຢ່າງເປັນປົກກະຕິ. ພ້ອມນັ້ນຍັງໄດ້ສະເໜີບົດຮຽນຈາກການໄປຝຶກອົບຮົມ ໃນຫົວຂໍ້ທັກສະການເປັນຄູຝຶກ, ການສະເໜີວຽກງານການຫລຸດຜ່ອນຂັ້ນຕອນຂອດຂັ້ນຂອງການອະນຸມັດງົບປະມານສຳລັບຂັ້ນສູນກາງໂດຍໄດ້ກຳນົດເອົາບາງກະຊວງເຮັດທົດລອງ.