ທ່ອງທ່ຽວ ໂກລເດີ້ນແລນ ເນັ້ນຄວາມຊື່ສັດ ສັງຄົມເຊື່ອໝັ່ນ

ນັບຈາກບັນດາມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານວາງອອກໃນແຕ່ລະໄລຍະ ແລະຫລ້າສຸດໄດ້ຕົກລົງເປີດປະເທດເຕັມຮູບແບບຖືວ່າເຮັດບັນດາບໍລິສັດທ່ອງທ່ຽວມີພາບບັນຍາກາດຄຶກຄື້ນຂຶ້ນ. ເຊັ່ນດຽວບໍລິສັດທ່ອງທ່ຽວ ໂກລເດີ້ນແລນ ປະຈຸບັນລູກຄ້າເລີ່ມມາໃຊ້ບໍລິການປົກກະຕິ ທີ່ສຳຄັນເພິ່ນເນັ້ນການບໍລິການທີ່ມີຄວາມຊື່ສັດຈິ່ງໃຈຕໍ່ລູກຄ້າເຮັດໃຫ້ເປັນທີ່ຍອມຮັບຂອງສັງຄົມ.

ທ່ານ ນາງວິໄລວັນ ຈັນທະວົງ ເຈົ້າຂອງ ບໍລິສັດທ່ອງທ່ຽວ ໂກລເດີ້ນແລນ ໃຫ້ຮູ້ວ່າ: ກ່ອນເລີ່ມມາເປີດບໍລິສັດໃນຕອນນັ້ນແມ່ນຕອນປີ 2006 ເມື່ອລູກໆເຂົ້າໂຮງຮຽນໝົດແລ້ວຕົວເອງເລີຍວ່າງແນ່ເລີຍໄປລົງຮຽນບໍລິຫານທຸລະກິດນຳສະຖາບັນບໍລິຫານສາດສະຫວັນ ເມື່ອຮອດປີ2 ປີ 2007 ອາຈານໃຫ້ເຮັດບົດເລີຍເລືອກບົດກ່ຽວກັບການທ່ອງທ່ຽວໄດ້ສຶກສາ ແລະສຳພາດກ່ຽວກັບບຸກຄົນທີ່ເຮັດບໍລິການທ່ອງທ່ຽວປະຈວບເໝາະກັບປີນັ້ນຂົວມິດຕະພາບແຫ່ງທີ 2 ເປີດພໍດີ, ຕົວເອງເລີຍມີຄວາມຄິດວ່າ ຢາກລອງເປີດບໍລິສັດທ່ອງທ່ຽວລອງເບິ່ງເພາະເຫັນວ່າຕົນມີທ່າແຮງພໍສົມຄວນເພາະເຄີຍຮຽນຈົບມາແຕ່ຫວຽດນາມສາມາດເຊື່ອມການທ່ອງທ່ຽວລະຫວ່າງ ຫວຽດນາມ, ມາທ່ຽວລາວ, ທ່ຽວໄທພ້ອມກັນນັ້ນເອົາແຂກໄທມາທ່ຽວລາວ, ທ່ຽວຫວຽດ… ຊ່ວງເປີດຂົວໃໝ່ໆລູກຄ້າໄທມາຫຼາຍເຮັດໃຫ້ທຸລະກິດມີການເຕີບໂຕໄວ.

ບໍລິສັດມີບໍລິການຫຼາກຫຼາຍຮູບແບບເຊັ່ນ: ການຍ່າງປ່າ, ທ່ອງທ່ຽວແບບໝູ່ຄະນະ, ແບບຄອບຄົວ ຫຼືບໍລິສັດຫ້າງຮ້ານກົມກອງຕ່າງໆ, ທ່ອງທ່ຽວທັດສະນະສຶກສາດູງານ, ທ່ອງທ່ຽວວິຖີຊີວິດຊຸມຊົນ. ມີຈັດທັງພາຍໃນ ແລະຕ່າງປະເທດ. ປະຈຸບັນຫຼັງເປີດປະເທດພວກເຮົາຮູ້ສຶກດີໃຈຫຼາຍເພາະເປັນທາງລອດໃຫ້ແກ່ທຸລະກິດພວກເຮົາ ເນື່ອງຈາກຊ່ວງໂຄວິດ ທຸລະກິດຖືກຜົນກະທົບຫຼາຍ,ພວກເຮົາໄດ້ມີການກຽມພ້ອມບໍລິການແຂກບໍ່ວ່າທາງດ້ານບຸກຄະລາກອນຫຼືຍານພາຫະນະຕ່າງໆ ກໍ່ໄດ້ມີການຝຶກອົບຮົມໃຫ້ພະນັກງານຢູ່ເລື້ອຍໆ, ຍານພາຫະນະຊ່ວງບໍ່ມີວຽກກໍ່ຖືໂອກາດປັບປຸງສ້ອມແປງໃຫ້ດີຂື້ນ,ຈັດຫາໂປແກມໃໝ່ໆເພື່ອສະໜອງໃຫ້ລູກຄ້າ ຂໍຝາກເນື້ອຝາກຕົວໃຫ້ເປັນອີກທາງເລືອກໜື່ງເມື່ອຄິດຈະໄປທ່ຽວບໍ່ວ່າຈະຂື້ນເໜືອຫຼືລົງໃຕ້ທ່ຽວພາຍໃນຫຼືຕ່າງປະເທດຄິດເຖິງບໍລິສັດທ່ອງທ່ຽວໂກລເດີ້ນແລນນຳແນ່ເດີ ເຈົ້າpage: goldenland travel; Tel: 020 5656 2696 ທ່ານຈະບໍ່ຜິດຫວັງເມື່ອໃຊ້ບໍລິການພວກເຮົາ.