ໂຮງຮຽນສະຖາພອນ ສະຫລຸບຜົນການຮຽນ-ການສອບ ສົກຮຽນ 2021-2022

ໂຮງຮຽນອານຸບານ-ປະຖົມ-ມັດທະຍົມຕົ້ນ ສະຖາພອນ ຈັດພິທີສະຫລຸບປີຮຽນປະຈຳສົກຮຽນ 2021-2022 ໃນວັນທີ 24 ມິຖຸນາ 2022 ເພື່ອສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ໃນສົກປີຜ່ານມາ, ພ້ອມທັງເປັນການມອບໃບ ຍ້ອງຍໍຜົນງານໃຫ້ແກ່ພະນັກງານຄູ-ອາຈານ ແລະ ນັກຮຽນເກັ່ງ, ນັກຮຽນດີເດັ່ນຮອບດ້ານ, ມອບ-ຮັບໃບຢັ້ງຢືນຈົບຊັ້ນອະນຸບານ ແລະ ມອບ-ຮັບໃບປະກາດຈົບຊັ້ນປະຖົມປີທີ 5.

ໂອກາດນີ້, ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນສະຖາພອນ ໄດ້ໃຫ້ຮູ້ວ່າ: ໂຮງຮຽນອານຸບານ-ປະຖົມ-ມັດທະຍົມ ສະຖາພອນ ເປັນໂຮງຮຽນພາກເອກະຊົນ ດຳເນີນການຮຽນ-ການສອນ ຕາມໂຄງການຫລັກສູດຂອງກະຊວງສຶກສາທິການ ແລະກິລາ ວາງອອກໂດຍວຽກງານການສຶກສາໄດ້ມີການຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບ, ການສຶກສາໄດ້ຮັບການພັດທະນາຕາມ 3 ລັກສະນະ 5 ຫລັກມູນຂອງການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາ, ພັດທະນາຄູ-ອາຈານ, ພະນັກງານ ແລະ ນ້ອງນັກຮຽນໃຫ້ມີທັດສະນະ ຄຸນສົມບັດສິນທຳປະຕິວັດ, ຮັກຄວາມກ້າວໜ້າ ແລະ ພັດທະນາທາງດ້ານສະຕິປັນຍາຮອບດ້ານ ໄປຄຽງຄູ່ກັບການຮຽນ-ການສອນ ທາງດ້ານທິດສະດີ, ຍັງໄດ້ຈັດກິດຈະກຳ ເຄື່ອນໄຫວລົງພາກປະຕິບັດຈິງຕາມເງື່ອນໄຂນັບແຕ່ ອະນຸບານ ເຖິງຊັ້ນມັດທະຍົມ ເຊັ່ນ: ລົງພາກປະຕິບັດຕົວຈິງກ່ຽວກັບຮຽນ, ກິດຈະກຳເຄື່ອນໄຫວສິລະປະ-ກິ ລາ, ອະນາໄມ, ອອກແຮງງານປູກຕົ້ນໄມ້, ປູກດອກໄມ້ປະດັບ, ປູກຜັກຊະນິດຕ່າງໆ ເພື່ອໃຫ້ນັກຮຽນໄດ້ສຶກສາຫາຄວາມຮູ້ ແລະປະດັບເອ້ ໃຫ້ສວຍງາມ.

ໂຮງຮຽນອານຸບານ-ປະຖົມ-ມັດທະຍົມ ສະຖາພອນ ມີອາຄານຮຽນ 4 ຫລັງ, ຊັ້ນອານຸບານມີ 34 ຫ້ອງ, ຊັ້ນປະຖົມ 15 ຫ້ອງ, ຊັ້ນມັດທະຍົມ 11 ຫ້ອງ, ມີຄູສອນ 52 ຄົນ ຍິງ 39 ຄົນ, ມີນັກຮຽນ 998 ນ້ອງ ຍິງ 499 ນ້ອງ, ໃນສົກປີ 2021-2022 ສົ່ງນັກຮຽນເຂົ້າແຂ່ງຂັນນັກຮຽນເກັ່ງຂັ້ນເມືອງ ຊັ້ນ ປ5 ຈໍານວນ 10 ຄົນ, ຊັ້ນ ມ4 ຈຳ ນວນ 8 ຄົນ ເຊິ່ງຜົນການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນອະນຸບານ 1 ມີ 46 ຄົນ, ອານຸບານ 2 ມີ 60 ຄົນ, ອານຸບານ 3 ມີ 90 ຄົນ, ປ1 ມີ 90 ຄົນ, ປ2 ມີ 107 ຄົນ, ປ3 ມີ 94 ຄົນ, ປ4 ມີ 84 ຄົນ, ປ5 ມີ 96 ຄົນ, ມ1 ມີ 72 ຄົນ, ມ2 ມີ 62 ຄົນ, ມ3 ມີ 71 ແລະ ມ4 ມີ 46 ຄົນ.