ທຫລ ໄດ້ກຳນົດບາງມາດຕະການເພື່ອສະໜອງເງິນຕາຕ່າງປະເທດໃຫ້ພຽງພໍ

ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາທີ່ຕິດພັນກັບວຽກຈຸດສຸມທີ 4 ຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະໃນສະພາບທີ່ຫຍຸ້ງຍາກໃນປັດຈຸບັນ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ວາງບາງມາດຕະການໃນການປັບປຸງກົນໄກໃນການຄຸ້ມຄອງ ແລະສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານໃຫ້ແກ່ການນຳເຂົ້າສິນຄ້າບຸລິມະສິດໂດຍສະເພາະນໍ້າມັນເຊື້ອໄຟໃຫ້ພຽງພໍກັບຄວາມຈຳເປັນພື້ນຖານສຳລັບການດຳລົງຊີວິດຂອງປະຊາຊົນ ແລະລະດັບການພັດທະນາພື້ນຖານເສດຖະກິດຂອງປະເທດເຮົາ.

ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ ຜ່ານມາພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຮອງຜູ້ວ່າການ ທຫລ ໄດ້ກ່າວຊີ້ແຈງວ່າ: ໄລຍະ 5 ເດືອນຕົ້ນປີ 2022 ໃນທ່າມກາງສະພາບລາຄານໍ້າມັນເຊື້ອໄຟຢູ່ສາກົນຂຶ້ນສູງຮອດ 65% ທຽບໃສ່ໄລຍະຂອງປີຜ່ານມາ ແລະມູນຄ່າການນໍາເຂົ້ານໍ້າມັນເຊື້ອໄຟຂອງປະເທດເຮົາ ກໍໄດ້ເພີ່ມຂຶ້ນ 50% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນນີ້ ມັນໄດ້ສ້າງຜົນກະທົບຕໍ່ຄວາມອາດສາມາດໃນການສະໜອງເງິນຕາຕ່າງປະເທດໃຫ້ແກ່ບັນດາບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟ; ອີກດ້ານໜຶ່ງ, ລະບົບທະນາຄານກໍໄດ້ຂາຍເງິນຕາຕ່າງປະເທດໃຫ້ແກ່ມວນຊົນຫຼາຍກວ່າການເກັບຊື້ເງິນຕາຕ່າງປະເທດຈາກມວນຊົນມາຢ່າງຕໍ່ເນື່ອງ.

ແຕ່ເຖິງຢ່າງໃດກໍຕາມ, ລະບົບທະນາຄານກໍໄດ້ສູ້ຊົນສະໜອງເງິນຕາຕ່າງປະເທດໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ 59% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຈາກ 104,4 ລ້ານໂດລາ ເປັນ 166 ລ້ານໂດລາ, ສະເລ່ຍ 33 ລ້ານໂດລາຕໍ່ເດືອນ ແລະ ກວມເອົາ 63% ຂອງມູນຄ່າການໂອນຊໍາລະນໍ້າມັນເຊື້ອໄຟໃຫ້ແກ່ຕ່າງປະເທດຂອງບັນດາບໍລິສັດນຳເຂົ້ານໍ້າມັນເຊື້ອໄຟທັງໝົດ ຫຼືກວມ 40% ຂອງມູນຄ່າການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ. ສະເພາະນັບແຕ່ວັນທີ 1 ຫາ ວັນທີ 17 ມິຖຸນາ ລະບົບທະນາຄານໄດ້ສະໜອງເງິນຕາຕ່າງປະເທດໃຫ້ແກ່ການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ 94,36 ລ້ານໂດລາ ຊຶ່ງໄດ້ເພີ່ມຂຶ້ນ 3 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາຊຶ່ງໃນນີ້ກໍມີການປະກອບສ່ວນຂອງກະຊວງການເງິນຢູ່ປະມານໜຶ່ງສ່ວນສາມ.
ທ່ານຮອງຜູ້ວ່າການ ທຫລ ໄດ້ກ່າວອີກວ່າ: ທຫລ ໄດ້ວາງນະໂຍບາຍ ແລະບາງມາດຕະການແກ້ໄຂເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດໂດຍສົມທົບກັບບັນດານະໂຍບາຍ ແລະມາດຕະການທີ່ໄດ້ປະຕິບັດມາແລ້ວນັ້ນຊຶ່ງຈະສືບຕໍ່ນຳໃຊ້ເຄື່ອງມືນະໂຍບາຍເງິນຕາທີ່ເໝາະສົມ, ສົມທົບກັບການປະຕິບັດລະບອບກວດກາກັບທີ່, ກວດກາທາງດ້ານເອກະສານ,ຕໍ່ບັນດາທະນາຄານທຸລະກິດ,ສະຖາບັນການເງິນທີ່ບໍ່ແມ່ນທະນາຄານໃຫ້ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຢ່າງເປັນປົກກະຕິ,ຄຸ້ມຄອງປະລິມານເງິນໃຫ້ຢູ່ໃນລະດັບທີ່ແທດເໝາະກັບເງື່ອນໄຂຕົວຈິງບໍ່ສ້າງແຮງກົດດັນໃຫ້ແກ່ອັດຕາແລກປ່ຽນອ່ອນຄ່າ, ອັດຕາເງິນເຟີ້ສູງຂຶ້ນໄປຕື່ມອີກ ແລະ ສ້າງເງື່ອນໄຂດຶງດູດເອົາເງິນຕາຕ່າງປະເທດນອກລະບົບທະນາຄານເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ.