ນະຄອນໄກສອນ ພົມວິຫານ ຈັດພິທີສອບເສັງບັນຈຸລັດຖະກອນຄູໃໜ່ ປະຈຳປີ 2022

ການໄດ້ບັນຈຸເຂົ້າເປັນລັດຖະກອນຖືເປັນຈຸດປະສົງຫຼັກຂອງຄູອາສາສະໝັກທຸກໆ ຄົນທີ່ກໍາລັງຕັ້ງໜ້າສິດສອນລູກສິດຢ່າງຈູບຈ້າວຫ້າວຫັນ, ແຕ່ການທີ່ຈະໄດ້ບັນຈຸເຂົ້າເປັນລັດຖະກອນຄູນັ້ນກໍ່ຕ້ອງໄດ້ຜ່ານການສອບເສັງຄັດເລືອກເອົາບຸກຄະລາກອນທີ່ມີຄວາມຮູ້,ຄວາມສາມາດ, ຄຸນສົມບັດທີ່ດີ ແລະມີຄຸນະພາບໂດຍຜ່ານການສອບເສັງ, ດັ່ງນັ້ນໃນວັນທີ 21 ມີຖຸນາ 2022 ທີ່ສູນສອບເສັງໂຮງຮຽນປະຖົມສຸນັນທາ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດໃຫ້ມີການເປີດຫົວບົດສອບເສັງບັນຈຸລັດຖະກອນຄູໃໝ່ຂອງຫ້ອງການສຶກສາທິການ ແລະກິລານະຄອນ ໄກສອນ ພົມວິຫານ ຂຶ້ນຢ່າງເປັນທາງການ, ເຂົ້າຮ່ວມໃນພິທີມີ ທ່ານ ແຖ່ນແກ້ວ ພົມບິດາ ກຳມະການພັກນະຄອນ ຮອງເຈົ້ານະຄອນໄກສອນ ພົມວິຫານ ທັງເປັນຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ທ່ານ ປະລິນຍາໂທ ນາງ ພອນໄຊ ຊະນະວົງໄຊ ກຳມະການພັກນະຄອນ ຫົວໜ້າຫ້ອງການ ສຶກສາທິການ ແລະກີລານະຄອນ, ມີຫົວໜ້າຂະແໜງຈັດຕັ້ງ - ພະນັກງານ, ພ້ອມພາກສ່ວນທີ່ກ່ຽວຂ້ອງ ແລະຄູອາສາສະໝັກເຂົ້າຮ່ວມ.
 
ສໍາລັບການສອບເສັງບັນຈຸເຂົ້າລັດຖະກອນຄູໃໜ່ໃນທົ່ວນະຄອນປີນີ້ມີຄູອາສາທີ່ເຂົ້າມາສອບເສັງທັງໜົດ 75 ຄົນ, ມີຄູອາສາສະໝັກຂັ້ນປະຖົມ 40 ຄົນ ແລະຄູອາສາສະໝັກອະນຸບານ 35 ຄົນ.
 
ໂອກາດນີ້, ທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນໄກສອນ ພົມວິຫານ ກໍ່ໄດ້ຝາກເຖິງຄູອາສາສະໝັກທຸກໆ ຄົນທີ່ໄດ້ມາສອບເສັງໃນຄັ້ງນີ້ເຖິງຈະບໍ່ໄດ້ໃນຄັ້ງນີ້ກໍ່ຍັງມີໂອກາດໜ້າ ຖືວ່າເປັນປະສົບການ ແລະເປັນການປະເມີນຄວາມຮູ້ທີ່ຕົນໄດ້ຮໍ່າຮຽນມາ ແລະເປັນປະສົບການທີ່ດີ.
 
ຫຼັງຈາກນັ້ນ ທ່ານ ຮອງເຈົ້ານະຄອນ ແລະຫົວໜ້າຫ້ອງການສຶກສາທິການ ແລະກີລາ ນະຄອນ ກໍ່ໄດ້ຮ່ວມກັນຂື້ນຕັດຫົວບົດການສອບເສັງຢ່າງເປັນທາງການ.
ພາບ-ຂ່າວ: ນະຄອນໄກສອນ ພົມວິຫານ.