ໃນວັນທີ 10 ມິຖຸນາ ທີ່ຜ່ານມາ ສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ໄດ້ດຳເນີນການເລືອກຕັ້ງສະມາຊິກໃໝ່ຂອງ ສະພາເສດຖະກິດ-ສັງຄົມ ສປຊ ສຳລັບສົກປີ 2023-2025. ສປປ ລາວ ໄດ້ຮັບກຽດເປັນໜຶ່ງໃນ 4 ປະເທດ ທີ່ໄດ້ຖືກເລືອກຕັ້ງ ໂດຍເປັນຕົວແທນຈາກກຸ່ມພາກພື້ນ ອາຊີ-ປາຊິຟິກ ເຊິ່ງລວມທັງ ກາຕ້າ, ສ. ເກົາຫລີ ແລະ ສປ ຈີນ. ການໄດ້ຮັບເລືອກຕັ້ງໃນຄັ້ງນີ້ ເປັນຄັ້ງທຳອິດໃນປະຫວັດສາດ ທີ່ ສປປ ລາວ ມີທີ່ນັ່ງເປັນສະມາຊິກສົມບູນ ໃນສະພາເສດຖະກິດ-ສັງຄົມ ສປຊ.
ສະພາເສດຖະກິດ-ສັງຄົມ ເປັນໃຈກາງຂອງລະບົບ ສປຊ ໃນການຈັດຕັ້ງປະຕິບັດ 3 ເສົາຄ້ຳຂອງການພັດທະນາແບບຍືນຍົງ -ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ; ເປັນກົນໄກໃນການສົ່ງເສີມການປຶກສາຫາລື ແລະ ແນວຄິດນະວັດນະກຳ, ສ້າງຄວາມເປັນເອກະພາບ ຕໍ່ທິດທາງໃນຕໍ່ໜ້າ ແລະ ຄວາມພະຍາຍາມ ເພື່ອບັນລຸເປົ້າໝາຍການພັດທະນາຂອງສາກົນ; ມີບົດ ບາດຮັບຜິດຊອບຕິດຕາມຜົນຂອງເວທີປຶກສາຫາລືທີ່ກ່ຽວຂ້ອງ ແລະ ກອງປະຊຸມສຸດຍອດຕ່າງໆ ຂອງ ສປຊ. ສະພາເສດຖະກິດ-ສັງຄົມ ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ ກົດບັດ ສປຊ ໃນປີ 1945 ໂດຍຖືເປັນໜຶ່ງໃນອົງກອນຫຼັກຂອງອົງການ ສປຊ.
ສະພາເສດຖະກິດ-ສັງຄົມ ປະກອບດ້ວຍສະມາຊິກຈຳນວນ 54 ປະເທດ ທີ່ໄດ້ຮັບການເລືອກຕັ້ງໂດຍ ສະມັດຊາໃຫຍ່ ເຊິ່ງມີວາລະ 3 ປີ. ສະມາຊິກຂອງສະພາດັ່ງກ່າວ ແມ່ນຈັດແບ່ງອີງຕາມແຕ່ລະພາກພື້ນຄື: 14 ປະເທດ ສຳລັບ ພາກພື້ນ ອາຟຣິກາ, 11 ປະເທດ ສໍາລັບພາກພື້ນ ອາຊີ-ປາຊິຟິກ, 6 ປະເທດ ສຳລັບພາກພື້ນ ເອີຣົບຕາເວັນອອກ, 10 ປະເທດ ສຳລັບພາກພື້ນ ອາເມຣິກາລາຕິນ ແລະ ກາຣິບຽນ ແລະ 13 ປະເທດ ສຳລັບພາກພື້ນ ເອີຣົບຕາເວັນຕົກ ແລະ ອື່ນໆ.
ສະພາເສດຖະກິດ-ສັງຄົມ ຍັງມີບົດບາດເຊື່ອມໂຍງບັນດາໜ່ວຍງານ ແລະ ອົງການເຄືອຂ່າຍ ສປຊ ທັງໝົດ ທີ່ຮັບຜິດຊອບວຽກງານການພັດທະນາແບບຍືນຍົງ ໂດຍມີຫນ້າທີ່ໃນການກຳນົດຂໍ້ແນະນຳ ແລະ ການປະສານງານ. ໜ້າທີ່ຕົ້ນຕໍ້ຂອງສະພາດັ່ງກ່າວ ແມ່ນການປະສານວຽກງານດ້ານເສດຖະກິດ, ສັງຄົມ ແລະ ການພັດທະນາ ທີ່ກ່ຽວຂ້ອງກັບວຽກງານຂອງບັນດາ 15 ອົງການເຄືອຂ່າຍ, 8 ກໍາມາທິການສະເພາະ ແລະ 5 ກຳມາທິການປະຈຳພາກພື້ນ ຂອງ ສປຊ; ເປັນເວທີໃຈກາງໃນການປຶກສາຫາລືກ່ຽວກັບ ບັນຫາເສດຖະກິດ, ສັງຄົມ ແລະ ການພັດທະນາຂອງສາກົນ, ເປັນກົນໄກກຳນົດຂໍ້ແນະນຳ ແລະ ວາງແນວທາງນະໂຍບາຍ ສຳລັບປະເທດສະມາຊິກ ແລະ ລະບົບ ສປຊ ໂດຍລວມ ເພື່ອແກ້ໄຂບັນດາສິ່ງທ້າທາຍທາງດ້ານການພັດທະນາ. ອີງຕາມບົດບາດໃນການປະສານງານ ພາຍໃຕ້ລະບົບ ສປຊ, ສະພາເສດຖະກິດ-ສັງຄົມ ຖືເປັນຊ່ອງທາງໃນການຮ່ວມມື ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ ລວມທັງເປັນກົນໄກພິເສດ ສຳລັບການປຶກສາຫາລືຢ່າງມີປະສິດທິຜົນ ລະຫວ່າງບັນດາຜູ້ວາງນະໂຍບາຍ, ສະມາຊິກສະພາ, ນັກຄົ້ນຄວ້າ, ມູນນິທິ, ພາກສ່ວນທຸລະກິດ, ຊາວໜູ່ມ ແລະ ຫຼາຍກວ່າ 3,200 ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ.
ໂດຍຄຳນຶງເຖິງບັນດາສິ່ງທ້າທາຍ ແລະ ຄວາມຮຽກຮ້ອງຕ້ອງການສະເພາະຂອງ ກຸ່ມປະເທດທີ່ອ່ອນໄຫວ ແລະ ເພື່ອຕາງ ໜ້າໃຫ້ກຸ່ມປະເທດນ້ອຍ, ປະເທດບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດດ້ອຍພັດທະນາ, ສປປ ລາວ ຈຶ່ງໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ກັບວຽກງານຂອງ ສະພາເສດຖະກິດ-ສັງຄົມ ສປຊ ໂດຍຖືເປັນກົນໄກຫຼັກ ໃນລະບົບການພັດທະນາ ຂອງ ສປຊ, ເປັນໜ່ວຍງານຄົ້ນຄວ້າບັນຫາທີ່ສຳຄັນ, ສ້າງຄວາມເປັນເອກະພາບຕໍ່ທິດທາງລວມຂອງສາກົນ ແລະ ຊຸກຍູ້ສ້າງຄວາມຄືບໜ້າ ໃຫ້ແກ່ວຽກງານການພັດທະນາແບບຍືນຍົງ ເປັນຕົ້ນ. ບົນຈິດໃຈດັ່ງກ່າວ, ສປປ ລາວ ມີຄວາມໝາຍໝັ້ນໃນການສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຂອງສາກົນ ເຊິ່ງລວມເປັນເປົ້າໝາຍການພັດທະນາແບບຍືນຍົງ (ປພຍ), ແຜນດໍາເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ແລະ ແຜນປະຕິບັດງານ ສໍາລັບປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ລວມທັງ ຂອບການຮ່ວມມືດ້ານການພັດທະນາອື່ນໆ ຂອງ ອົງການ ສປຊ.
ສປປ ລາວ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ອີງໃສ່ສະພາບດ້ານການພັດທະນາສະເພາະຂອງຕົນ ໃນຖານະທີ່ເປັນທັງປະເທດດ້ອຍພັດທະນາ ແລະ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ການເປັນສະມາຊິກຂອງ ສະພາເສດຖະກິດ-ສັງຄົມ ສຳລັບສົກປີ 2023-2025 ຂອງ ສປປ ລາວ ຈະສາມາດສ້າງຄວາມຮັບຮູ້ ແລະ ປະກອບສ່ວນທີ່ມີຄວາມສໍາຄັນ ເຂົ້າໃນວຽກງານ ລວມຂອງ ສະພາເສດຖະກິດ-ສັງຄົມ ສປຊ ໄປຄຽງຄູ່ກັບຄວາມພະຍາຍາມ ເພື່ອຍົກສູງບົດບາດນຳພາ ແລະ ການກໍານົດນະໂຍບາຍຂອງສະພາດັ່ງກ່າວ ເພື່ອເລັ່ງລັດການຈັດຕັ້ງປະຕິບັດເປົ້າຫມາຍ ປພຍ, ການສ້າງຄວາມເຂັ້ມແຂງ ແລະ ສາມາດເຊື່ອມປະສານບັນດາແຜນງານ ທີ່ຢູ່ພາຍໃຕ້ລະບົບການພັດທະນາ ແລະ ບັນດາອົງການເຄືອຂ່າຍ ສປຊ ກໍ່ຄືການຕອບສະ ໜອງຕໍ່ກັບຄວາມຮຽກຮ້ອງຕ້ອງການອັນຈໍາເປັນພິເສດ ຂອງບັນດາປະເທດທີ່ອ່ອນໄຫວກວ່າຫມູ່ ໂດຍພາຍໃຕ້ຂອບແຜນງານຕ່າງໆ ຂອງອົງການ ສປຊ. ສປປ ລາວ ຈະເດີນໜ້າຢ່າງຫ້າວຫັນ ເພື່ອປະກອບສ່ວນໃນການສ້າງຄວາມສາມັກຄີປອງດອງກັບວົງຄະນາຍາດສາກົນ ແລະ ຍົກສູງບົດບາດຂອງຂອບການຮ່ວມມືຫຼາຍຝ່າຍ ໃນທ່າມກາງສະພາບວິກິດການທີ່ພວມເກີດຂຶ້ນໃນທົ່ວໂລກ ແລະ ເພື່ອກ້າວໄປສູ່ການແກ້ໄຂບັນດາສິ່ງທ້າທາຍໃນໄລຍະຍາວ ເພື່ອສົ່ງເສີມການພັດທະນາແບບຍືນຍົງ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ