ຄອບຄົວຕົວແບບ ປູກໝາກຖົ່ວລຽນ "ພູຖໍ້າຄໍາ"

ສວນພູຖໍ້າຄໍາ ປູກໝາກຖົ່ວລຽນ ເປັນໜຶ່ງຄອບຄົວຕົວແບບ ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງຈະກາຍເປັນຈຸດລິເລີ່ມໃຫ້ຄອບຄົວອື່ນໆ ນໍາໄປເປັນບົດຮຽນໃນການປູກໃຫ້ຫລາຍກາຍເປັນສິນຄ້າສໍາຄັນຂອງເມືອງທຸລະຄົມໃນອະນາຄົດ.

ທ່ານ ປັນຈາ ລາດຊະວົງ ໃຫ້ຮູ້ວ່າ: ໃນປີ 2007 ຕົນເອງໄດ້ນໍາພາຄອບຄົວບຸກເບີກເນື້ອທີ່ດິນຂອງຕົນຢູ່ບ້ານນາເພີຍ ໄລຍະທໍາອິດແມ່ນໄດ້ປູກຕົ້ນຢາງພາລາ, ໄມ້ສັກ, ໄມ້ເກດສະໜາ, ໝາກພ້າວຫອມ, ໝາກມີ້, ໝາກນາວ ແລະໄດ້ທົດລອງເອົາຕົ້ນໝາກຖົ່ວລຽນມາປູກ 3 ຕົ້ນ,

ຊຶ່ງຂັ້ນຕອນການບົວລະບັດຮັກສາສ່ວນຫລາຍແມ່ນສຶກສາທາງສື່ສັງຄົມອອນລາຍ(youtube), ຜ່ານການປູກ, ເອົາໃຈໃສ່ບົວລະບັດໄລຍະ 2-3 ປີ ເຫັນວ່າເນື້ອທີ່ດິນດັ່ງກ່າວມີຄວາມເໝາະສົມ, ຕົ້ນໄມ້ແຕ່ລະຊະນິດທີ່ປູກມີຄວາມງອກງາມ, ຈະເລີນເຕີບໂຕ ແລະຕົ້ນໃຫຍ່ສົມບູນດີ ໂດຍສະເພາະຕົກມາປີທີ 5 ຕົ້ນໝາກຖົ່ວລຽນ 3 ຕົ້ນເລີ່ມອອກດອກ ແລະ ເປັນໝາກ. ຈາກນັ້ນຈຶ່ງໄດ້ຂະຫຍາຍເບ້ຍ ແລະນໍາມາປູກເພີ່ມຫລາຍຂຶ້ນໃນແຕ່ລະປີຈົນສາມາດນໍາອອກຈໍາໜ່າຍນັບແຕ່ໃນທ້າຍປີ 2021 ເປັນຕົ້ນມາ.

ປະຈຸບັນ, ສວນພູຖໍ້າຄໍາ ມີຕົ້ນໝາກຖົ່ວລຽນທັງໝົດ 500 ຕົ້ນ, ໃນນັ້ນຕົ້ນທີ່ສາມາດໃຫ້ຜົນຜະລິດມີ 50 ກວ່າຕົ້ນ, ໃນປີທໍາອິດສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ 100-200 ລ້ານກີບ ໂດຍຂາຍກິໂລລະ 85.000 ກີບ.

ຈາກປະສົບການກໍຄືຜົນສໍາເລັດໃນການປູກໝາກຖົ່ວລຽນປະສົມປະສານກັບການປູກໄມ້ກິນໝາກ ແລະໄມ້ອຸດສາຫະກໍາເຮັດໃຫ້ຄອບຄົວມີແຮງຈູງໃຈຂະຫຍາຍສວນໝາກຖົ່ວລຽນອີກຕໍ່ໄປ ແລະສາມາດຢັ້ງຢືນໄດ້ວ່າເນື້ອທີ່ດິນຂອງເມືອງທຸລະຄົມໂດຍສະເພາະບ້ານນາເພີຍສາມາດປູກໝາກຖົ່ວລຽນ ແລະມີໜໍ່ແໜ່ງສາມາດຜະລິດເປັນສິນຄ້າທີ່ຍືນຍົງໃນອະນາຄົດໄດ້. ເຊິ່ງຈະກາຍເປັນຈຸດລິເລີ່ມໃຫ້ຄອບຄົວອື່ນໆນໍາໄປເປັນບົດຮຽນຂະຫຍາຍອີກຕໍ່ໄປໃຫ້ກາຍເປັນສິນຄ້າສໍາຄັນຂອງເມືອງທຸລະຄົມໃນອະນາຄົດ.

ໃນອານາຄົດແຜນພັດທະນາສວນໝາກຖົ່ວລຽນຈົ່ງສືບຕໍ່ຂະຫຍາຍກິດຈະການໃຫ້ກວ້າງຂວາງ ແລະມີປະສິດທິຜົນຂຶ້ນໄປເລື້ອຍໆ, ການນໍາເມືອງ ແລະຂະແໜງການກ່ຽວຂ້ອງຍິນດີຊຸກຍູ້ສົ່ງເສີມ, ຮ່ວມປຶກສາຫາລືຊອກຫາທາງອອກໃນການແກ້ຈຸດທີ່ຄົງຄ້າງເພື່ອຊຸກຍູ້ໃຫ້ກາຍເປັນຕົວແບບ, ກະຈາຍລາຍໄດ້ໃຫ້ພໍ່ແມ່ປະຊາຊົນຕິດພັນກັບການຊຸກຍູ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວກະສິກໍາເທື່ອລະກ້າວ.