ສະຖາບັນການເງິນຈຸລະພາກເພັດອານົງຮ່ວມທະນາຄານລາວພັດທະນາລາວ ອຳນວຍຄວາມສະດວກໃຫ້ແກ່ລູກຄ້າ

ໃນວັນທີ 25 ພຶດສະພາ 20222 ຜ່ານມານີ້ສະຖານບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພັດອານົງ ຈຳກັດ ໄດ້ຈັດພິທີເຊັນສັນຍາຮ່ວມກັບທະນາຄານພັດທະນາສາຂາຫຼວງນໍ້າທາ ເຂົ້າຮ່ວມພິທີ່ດັ່ງກ່າວໂດຍ ທ່ານ ນາງ ຕຸ້ຍວິໄລ ແກ້ວມະນີ ອຳນວຍການສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກເພັດອານົງ ແລະ ທ່ານ ຕຸ້ງສະທາ ແກ້ວລະຄອນ ຫົວຫນ້າທະນາຄານພັດທະນາລາວ ສາຂາຫຼວງນໍ້າທາ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສຳລັບການຮ່ວມມືໃນຄັ້ງນີ້ຈຸດປະສົງເພື່ອອຳນວຍຄວາມສະດວກໃຫ້ກັບລູກຄ້າເງິນກູ້ໃຫ້ມີຄວາມສະດວກສະບາຍໃນການຊຳລະຜ່ານລະບົບທີ່ທັນສະໄໝຂອງທະນາຄານພັດທະນາລາວທີ່ນຳໃຊ້ຜະລິດຕະພັນຂອງສະຖານບັນເພັດອານົງໂດຍສະເພາະພະນັກງານລັດຖະກອນທີ່ມີບັນຊີເວິນເດືອນຜ່ານລະບົບທະນາຄານສາມາດກູ້ກັບສະຖາບັນໄດ້ດ້ວຍອັດຕາດອກເບ້ຍຕໍ່າ, ວົງເງີນສູງ ແລະໄລຍະເວລາດົນ.

ສຳລັບສະຖາບັນການເງິນຈຸລະພາກເພັດອານົງ ໄດ້ຮັບການອະນຸຍາດສ້າງຕັ້ງຈາກ ທະນາຄານແຫ່ງ ສປປ ລາວ ໃນປີ2018ມີສໍານັກງານຕັ້ງຢູ່: ບ້ານຫົວຂົວ ເມືອງນໍ້າທາ ແຂວງຫຼວງນໍ້າທາ ເບີໂທ: 086 212424;020 28924888 Mail:pa. ndtmfi.gmail.com ດຳເນີນທຸລະກິດດ້ວຍການບໍລິການປ່ອຍເງິນກູ້ຈຸລະພາກໃຫ້ແກ່ບັນດາທຸລະກິດຂະຫນາດນ້ອຍຫາກາງ ແລະພະນັກງານລັດຖະກອນພໍ່ຄ້າຊາວຂາຍທົ່ວໄປທີ່ຕ້ອງການທືນໃນການຕໍ່ຍອດທຸລະກິດເປີດໂອກາດໃຫ້ພໍ່ແມ່ປະຊາຊົນຜູ້ທີ່ບໍ່ມີໂອກາດເຂົ້າຫາແຫລ່ງທືນໃຫຍ່ດ້ວຍການກູ້ກັບສະຖາບັນຂອງພວກເຮົາ.

ຂ່າວ: ບຸນນິກ