ເສດຖະກິດໂລກພວມວຸ້ນວາຍຢ່າງໜັກເມື່ອ 30 ປະເທດຈໍາກັດການສົ່ງອອກ

ໃນວັນ​ທີ 26​ ພຶດສະພາ​ 2022 ກອງ​ທຶນ​ ການເງິນ ​ສາກົນ (IMF) ​ໄດ້​ເຕືອນ​ວ່າ: ​ເສດຖະກິດ​ໂລກພວມ​ຕົກ​ຢູ່​ໃນຄວາມ​ວຸ້ນວາຍຢ່າງ​ໜັກ ​ເມື່ອ 30 ປະ​ເທດທົ່ວ​ໂລກຈຳກັດ ​ການສົ່ງອອກອາຫານ​ ​ແລະພະລັງງານທ່າມກາງການລະບາດ ​ໂຄ​ວິດ-19, ຄວາມຂັດແຍ້ງກັນໃນ​ຫຼາຍປະ​ເທດ, ຕະຫລາດການເງິນທີ່ອ່ອນແອລວມທັງບັນຫາລະບົບຕ່ອງໂສ້ການສະໜອງ ຈຳກັດ ກາຍ​ເປັນ​ບົດ​ທົດ​ສອບຄັ້ງ​ໃຫຍ່​ຂອງ​ໂລກນັບ​ຕັ້ງ​ແຕ່​ສົງຄາມ​ໂລກ ຄັ້ງທີ2​ ຜ່ານ​ມາ. ຂະນະ​ນີ້ມີ 30 ​ປະ​ເທດ ທົ່ວ​ໂລກທີ່​ໃຊ້​ມາດ​ຕະການ ​ຈຳກັດ ​ການ​ສົ່ງ​ອອກອາຫານ, ພະລັງງານ ​ແລະສິນຄ້າ​ບໍລິໂພ​ກ. ນອກ​ນີ້ຄົວ​ເຮືອນທົ່ວ​ໂລກພວມ​ຜະ​ເຊີນ​ໜ້າກັບລາຄາ​ອາຫານ ​ແລະລາຄາພະລັງງານ​ເພີ່ມ​ສູງ​ຂຶ້ນຢ່າງ​ຫຼວງ​ຫຼາຍສ້າງ​ຄວາມ​ສ່ຽງເຮັດ​ໃຫ້ ​ເສດຖະກິດ​ໂລກກ້າວ​ເຂົ້າສູ່​ຄວາມ​ຫຍຸ້ງຍາກຫຼາຍ​ທີ່​ສຸດ​ໃນ​ຕໍ່ໜ້າພາຍຫລັງ ທ່ານ ຄຣີສຕີ​ນາ ຈີ​ໂອ​ຈີ​ວາ (Christina Geojeeva), ຜູ້ອຳນວຍການ IMF ​ໄດ້​ຕໍ່​ກອງ​ປະຊຸມເວທີ​ປາ​ໄສເສດຖະກິດ​ໂລກ (World Economic Forum (WEF)) ຢູ່​ນະຄອນ Davos ຂອງ​ປະ​ເທດສະວິດ​ໂດຍ​ມີບັນດາຜູ້ນໍາຂອງໂລກ​ ແລະ​ບັນດາ​ຜູ້​ນຳ​ວິ​ສາ​ຫະກິດ​​ເຂົ້າຮ່ວມຢ່າງ​ພ້ອມພຽງ.
 
ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ