ແຫຼ່ງທ່ອງທ່ຽວ ອຸທິຍານສວນດອກໄມ້ໃນປ່າໃຫ່ຍນໍ້າຕົກຕາດຮ້ອຍຄົວ

ແຫຼ່ງທ່ອງທ່ຽວອຸທິຍານສວນດອກໄມ້ໃນປ່າໃຫ່ຍນໍ້າຕົກຕາດຮ້ອຍຄົວເປັນສະຖານທີ່ທ່ອງທ່ຽວຖືວ່າຄົບວົງຈອນເໝາະສົມກັບການພັກຜ່ອນຄອບຄົວ ແລະໝູ່ຄູ່ທີ່ເພິ່ນມີຫຼາຍກິດຈະກຳໃຫ້ຫຼີ້ນ ແລະໄດ້ເບິ່ງບອກເລີຍທານໃດໄດ້ໄປສຳພັດແມ່ນຈະບໍຜິດຫວັງ.

ທ່ານ ອາຄົມ ພົມມະຫານ ອຳນວຍການບໍລິສັດ ທ່ອງທ່ຽວລາວກຣີນ ໃຫ້ຮູ້ວ່າ: ບໍລິສັດສ້າງຕັ້ງຂື້ນແຕ່ປີ 2014 ມີຄວາມທ້າທາຍຫຼາຍຢ່າງບໍ່ວ່າຈະເປັນການແຂ່ງຂັນທາງການຕະຫຼາດ ແລະລາຄາອີກດ້ວຍຊຶ່ງທາງບໍລິສັດເຮົາມີຈຸດດີ ແລະເດັນກໍ່ຄືບໍລິສັດຂອງພວກເຮົາໄດ້ຮັບການສຳປະທານການພັດທະນາແຫຼ່ງທ່ອງທ່ຽວອຸທິຍານສວນດອກໄມ້ໃນປ່າໃຫ່ຍນໍ້າຕົກຕາດຮ້ອຍຄົວ (Green Jungle Park-Hoi khua Waterfall ) ເຮັດໃຫ້ບໍລິສັດເຮົາມີແຫຼ່ງທ່ອງທ່ຽວເປັນຂອງເຮົາເອງພ້ອມມີກິດຈະກຳຫຼາຍຢ່າງໃນການສ້າງແພັກເກດຫຼາຍແພັກເກດໃຫ້ກັບຫຼາຍບໍລິສັດເພື່ອຂາຍໃຫ້ບໍລິສັດພວກເຮົາອີກດ້ວຍ. ນອກຈາກນີ້ທາງບໍລິສັດພວກເຮົາໄດ້ມີນະໂຍບາຍໃຫ້ບໍລິສັດຕ່າງໆ ກໍ່ຄືລູກຄ້າມີໂປໂມຊັນລົດລາຄາກິດຈະກຳຕ່າງໆພ້ອມທີ່ພັກ ແລະອາຫານຕ່າງໆ 40-50%.

ບໍລິສັດເຮົາກໍ່ຄືແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫ່ຍນໍ້າຕົກຕາດຮ້ອຍຄົວໄດ້ມີຫຼາຍກິດຈະກຳ ເຊັ່ນ: ຊົມນໍ້າຕົກຕາດຮ້ອຍຄົວ, ຊົມສວນດອກໄມ້ ແລະ ທຳມະຊາດທີ່ແສນງົດງາມພ້ອມນີ້ຍັງມີກິດຈະກຳທີ່ນ່າຕື່ນເຕັ້ນ ຄື: ຂີ່ສະລີງ, ຂີ່ລອບຄອສ, ຂີ່ຊ້າງ, ໃຫ້ອາຫານຊ້າງ, ໃຫ້ອາຫານນົກ, ໃຫ້ອາຫານກະຕ່າຍ ແລະ ຊົມສັດນາໆຊະນິດໃນທ່າມກາງປ່າໃຫ່ຍ. ນອກນີ້ແຫຼ່ງທ່ອງທ່ຽວພວກເຮົາຍັງມີທີພັກ, ກາງເຕັ້ນ, ຮ້ານອາຫານ, ຮ້ານກາເຟ ໃຫ້ນັກທ່ອງທ່ຽວເຂົ້າມາໃຊ້ບໍລິການພ້ອມນີ້ຍັງມີຕະຫຼາດຊຸມຊົນໃຫ້ຊາວບ້ານມານັ່ງຂາຍເຄື່ອງແລະອາຫານພື້ນບ້ານໃຫ້ນັກທ່ອງທ່ຽວໄດ້ເບີ່ງໄດ້ຊົມໄດ້ຊີມກັນ. ສ່ວນສາຂາພວກເຮົາເອງແມ່ນບໍ່ມີການຂະຫຍາຍແຕ່ພວກເຮົາມີຕົວແທນບໍລິສັດຫຼາຍບໍລິສັດຈຳໜ່າຍຜະລິດຕະພັນຂອງພວກເຮົາ.

ໄລຍະຜ່ານບໍລິສັດພວກເຮົາກໍ່ເປັນສ່ວນນື່ງໃນການປະກອບສ່ວນໃຫ້ສັງຄົມຫຼາຍພໍສົມຄວນ ເຊັ່ນ: ພັກແລະລັດຖະບານຈັດກອງປະຊຸມຕ່າງໆ ທີ່ສຳຄັນຂອງຊາດ, ໄພພິບັດທຳມະຊາດໂດຍສະເພາະຊ່ວງການແຜ່ລະບາດພະຍາດໂຄວິດ-19. ທາງບໍລິສັດກໍ່ໄດ້ມີສ່ວນຮ່ວມໃນການປະກອບສ່ວນເພື່ອການພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ.

ສຸດທ້າຍເຊີນຊວນນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາໃຊ້ບໍລິການບໍລິສັດກໍ່ຄືແຫຼ່ງທ່ອງທ່ຽວພວກເຮົາໄດ້ຢ່າງງ່າຍດາຍພຽງແຕ່ທ່ານຮອດຫຼວງພະບາງ ເມືອງມໍລະດົກໂລກ ແລ້ວຂ້າມບັກຈາກທ່າບັກເຮືອຫຼວງຫາທ່າເຮືອຊຽງແມນ ເມືອງຈອມເພັດ ແລ້ວຂີ່ລົດມາຫາແຫຼ່ງທ່ອງທ່ຽວພວກເຮົາພຽງ 12 ກິໂລ ຫຼື 15 ນາທີກໍ່ຮອດແຫຼ່ງທ່ອງທ່ຽວພວກເຮົາ. ຫຼືຕິດຕໍ່ໄດ້ທີ່ນີ້:

ທີ່ນີ້ຄື: ແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫ່ຍທີ່ນຳ້ຕົກຕາດຮ້ອຍຄົວ. Green Jungle Park@Hoi Khua Waterfall ຕັ້ງຢູ່ບ້ານປາກຫຼືງ ເມືອງຈອມເພັດແຂວງຫຼວງພະບາງ.

☎️ 071253899.