ຈີນ ສ້າງສະຖານີໄຟຟ້າພະລັງງານນໍ້າສຳເລັດ

ຕາມ​ຂ່າວ​ຈາກ ​ຊິນ​ຮວາ​ ຂອງ​ຈີນ, ໃນວັນ​ທີ 21 ​ພຶດສະພາ ທີ່ຜ່ານມາສະຖານີ​ໄຟຟ້າພະລັງງານ​ນໍ້າ ​ໄປ໋​ເຮີ​ທານ (Baihetan) ທາງ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ຂອງ​ຈີນ​ເປີດ​ເຜີຍ​ວ່າ: ການ​ກໍ່ສ້າງໜ່ວຍ​ຜະລິດ​ ໄຟຟ້າ​ ທັງ​ໝົດຂອງ​ສະຖານີສຳ​ເລັດ​ແລ້ວຊຶ່ງ​ນັບ​ເປັນ​ກ້າວ​ສຳຄັນສູ່​ການ​ເປີດປະຕິບັດ​ງານ​ຢ່າງ​ເຕັມ​ຮູບ​ແບບພາຍ​ໃນ​ທ້າຍ​ປີ​ນີ້ຈະ​ເຮັດ​ໃຫ້ ​ໄປ໋​ເຮີ​ທານ ​ເປັນ​ສະຖານີ ​ໄຟຟ້າ ພະລັງງານ​ນໍ້າ​ ຂະໜາດ​ໃຫຍ່ອັນ​ດັບ 2 ຂອງ​ໂລກ​ໃນ​ດ້ານ​ກຳລັງ​ການ​ຜະລິດຕິດຕັ້ງທັງ​ໝົດ ​ແລະເປັນ​ຮອງ​ພຽງ​ໂຄງການເຂື່ອນ​ສາມ​ຫຼ່ຽມ​ພູ​ໃນ​ແຂວງ​ຫູ​ເປີ​ຍທາງ​ພາກ​ກາງ ຂອງ​ຈີນ. ສະຖານີ ​ໄຟຟ້າ ພະລັງງານ​ນໍ້າດັ່ງກ່າວຕັ້ງຢູ່​ເທິງ​ແມ່​ນໍ້າຈິນຊາ (Jinsha) ຊຶ່ງ​ເປັນ​ຢາງ​ຊີ (Yangtze) ທາງ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ຈີນ ​ແລະຢູ່​ບໍລິ​ເວນຈຸດ​ເຊື່ອມ​ຕໍ່ລະຫວ່າງ ​ແຂວງ​ວິນ​ໜານ (ຢູນນານ) ​ແລະແຂວງ​ຊື່​ຊວນ (​ເສ​ສວນ) ​ໂດຍ​ມີກຳລັງການ​ຜະລິດ 1 ລ້ານ​ກິ​ໂລ​ວັດ ຊຶ່ງ​ນັບ​ເປັນກຳລັງ​ການ​ຜະລິດໜ່ວຍ​ດຽວຂະໜາດ​ໃຫຍ່​ທີ່​ສຸດໃນ​ໂລກ. ສຳລັບໜ່ວຍ​ຜະລິດ​ໄຟຟ້າ 7 ໜ່ວຍ​ຈາກ 16 ໜ່ວຍຖືກ​ເປີດໃຊ້​ງານ​ແລ້ວ​ໂດຍ​ສະຖານີ ​ໄຟຟ້າ​ພະລັງງານ​ນໍ້າໄປ໋​ເຮີ​ທານຜະລິດ​ໄຟຟ້າຫຼາຍ​ກວ່າ 2,65 ຕື້ ກິ​ໂລ​ວັດ​/ໂມງ ຕັ້ງ​ແຕ່​ເດືອນ​ມິຖຸນາ​ ປີ​ກາຍ​ນີ້. ຂະນະ​ທີ່ໄຟຟ້າ​ທີ່​ຜະລິດ​ໂດຍ​ໜ່ວຍຜະລິດໄຟຟ້າ​ຂອງ​ສະຖານີ 1 ໜ່ວຍ ພຽງພໍຕໍ່​ການ​ໃຊ້​ງານ 1 ​ເດືອນ ສຳລັບ​ປະຊາກອນ 500.000 ຄົນ. ສະຖານີໄຟຟ້າ​ພະລັງງານ​ນໍ້າດັ່ງກ່າວຈະ​ຜະລິດໄຟຟ້າສະ​ເລ່ຍຫຼາຍ​ກວ່າ 6,24​ ຕື້​ກິ​ໂລ​ວັດ/​ໂມງ​ ຕໍ່​ປີ ​ເມື່ອ​ເປີດ​​ໃຊ້​ງານ​ຢ່າງ​ເຕັມ​ຮູບ​ແບບຊຶ່ງ​ພຽງພໍ​ຕໍ່​ການ​ໃຊ້​ງານ​ຕໍ່​ປີ​ຂອງ​ປະຊາກອນ ປະມານ 75 ລ້ານ​ຄົນ. ນອກ​ນີ້ຍັງ​ສາມາດ​ຫຼຸດຜ່ອນ​ການ​ໃຊ້​ຖ່ານ​ຫີນ 19,68 ລ້ານ​ໂຕນ​ຕໍ່​ປີ ​ແລະຫຼຸດ​ການ​ປ່ອຍຄາບ​ອນ​ໄດ​ອອກ​​ໄຊ 52 ລ້ານ​ໂຕນ ​ຕໍ່​ປີ ຊຶ່ງ​ຈະ​ຊ່ວຍ​ສົ່ງ​ເສີມການ​ລຸດການ​ປ່ອຍຄາບ​ອນ​ໄດ​ອອກ​ໄຊ ​ຂອງ​ຈີນເປັນ​ຢ່າງ​ດີ.

ຮຽບຮຽງ​ຂ່າວ​ໂດຍ: ສະ​​ໄຫວ ລາດ​ປາກ​ດີ