ສາທາລະນະສຸກເມືອງຫົງສາ ສອບເສັງຄັດເລືອກເອົາລັດຖະກອນໃໝ່ ປະຈຳປີ 2022

ພະແນກສາທາລະນະສຸກ ແຂວງໄຊຍະບູລີ ຮ່ວມກັບເມືອງຫົງສາສອບເສັງຄັດເລືອກເອົາລັດຖະກອນໃໝ່ຫ້ອງການສາທາລະນະສຸກເມືອງຫົງສາ ປະຈໍາປີ 2022 ໃນວັນທີ 19 ພຶດສະພາ 2022 ໂດຍມີນັກສອບເສັງເຂົ້າຮ່ວມທັງໝົດ 19 ຄົນ, ຍິງ 13 ຄົນ.

ການສອບເສັງໃນຄັ້ງນີ້, ປະກອບມີ 8 ວິຊາ ແລະແບ່ງເປັນ 2 ຫົວບົດຄື: ຫົວບົດຄຸ້ມຄອງທົ່ວໄປ ແລະຫົວບົດວິຊາສະເພາະການແພດໂດຍນຳໃຊ້ເວລາສອບເສັງ 1 ຕອນ. ຈາກນັ້ນ, ຄະນະກໍາມະການຮັບຜິດຊອບຂັ້ນແຂວງເກັບໃບສອບເສັງໄປກວດທີ່ພະແນກສາທາລະນະສຸກແຂວງຕາມວັນເວລາທີ່ກຳນົດແລ້ວຈະແຈ້ງຜົນການສອບເສັງຕາມຫລັງ.


ໃນໂອກາດເຂົ້າຮ່ວມສອບເສັງຄັ້ງນີ້, ທ່ານ ແຫລ້ ອ່ອນສົມບູນ ຮອງເຈົ້າເມືອງຫົງສາ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມເມືອງ ໄດ້ເນັ້ນໃຫ້ຄະນະກຳມະການ ແລະນັກສອບເສັງທີ່ເຂົ້າຮ່ວມໃນຄັ້ງນີ້, ຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມລະບຽບຂອງການສອບເສັງຢ່າງເຂັ້ມງວດ ແນໃສ່ຮັບປະກັນໃຫ້ໄດ້ພະນັກງານລັດຖະກອນແພດທີ່ມີຄຸນນະພາບໃນສະເພາະໜ້າ ແລະຍາວນານ.


ຂ່າວ-ພາບ: ກິດຕິສັກ