ເຮືອນຫູກກິນນາລີ ເນັ້ນທຸກລາຍລະອຽດທີ່ຮັບຄຸນນະພາບສັງຄົມເຊື່ອໝັ້ນ

ຫຼາຍທ່ານອາດເປັນທີ່ຮູ້ຈັກກັນດີ ເຮືອນຫູກກິນນາລີ ຮ້ານທີ່ເພິ່ນບໍລິການຊຸດເຈົ້າສາວເຈົ້າບ່າວລວມເຖິງຊຸດໄໝຕ່າງໆ ທີ່ເປັນຜ້າໄໝທີ່ເພິ່ນສາມາດອອກແບບທີ່ເປັນຈຸດໂດດເດັ່ນ ແລະເນັ້ນຫົວໃຈສຳຄັນເກັບທຸກລວດລາຍລະອຽດເຮັດໃຫ້ການບໍລິການຜ່ານມາຈົນກາຍເປັນທີ່ຍອມຮັບຈາກສັງຄົມ.

ທ່ານ ນາງ ກິນນາລີ ເຈົ້າຂອງເຮືອນຫູກກິນນາລີ ໃຫ້ຮູ້ວ່າ: ເຮືອນຫູກກິນນາລີ ເກີດມາຈາກໂຕເອງເປັນຄົນມັກຮັກເຄື່ອງຜ້າໄໝ ແລະກໍ່ເຂົ້າໄປສຶກສາຮຽນຮູ້ໄດ້ສຳພັດຈຶ່ງເກີດມີຄວາມຫຼົງໄຫເພີ່ມຂຶ້ນ ແລະມີຄວາມຄິດພັດທະນາເນັ້ນລວດລາຍທີ່ເປັນເອກກະລັກ. ເຮັດໃຫ້ຜ່ານການບໍລິການຕະຫຼອດຜ່ານມາເປັນທີ່ພໍໃຈ ແລະຕອບຮັບດີຈາກສັງຄົມມາໃຊ້ບໍລິການຈຳນວນເພີ່ມຂຶ້ນ.

ສຳລັບຮ້ານແມ່ນເປີດບໍລິການມາໄດ້ 5 ປີ ທາງຮ້ານມີຈຸດເດັ່ນເນັ້ນລວດລາຍເປັນເອກະລັກສ່ວນຕົວຮູບແຕກຕ່າງກັບຮ້ານອື່ນຊຶ່ງທາງຮ້ານແມ່ນນຳໃຊ້ໄໝລາບທີ່ເປັນເກດເອ ແລະໄໝຄຳທີ່ນຳເຂົາຈາກປະເທດຟຣັ່ງຊຶ່ງການຕໍ່າແມ່ນເອົາໃຈໃສ່ທຸກຂັ້ນຕອນລາຍລະອຽດທີ່ອອກມາໄດ້ຮັບຄວາມພໍໃຈລູກຄ້າຮັບປະກັນມາດຖານຄຸນນະພາບທີ່ດີທີ່ສຸດໂດຍເຄື່ອງທຸກຊຸດແມ່ນໄດ້ຮັບປະກັນອອກມາຈາກໂຮງງານຕໍ່າເອງໂດຍຕົງຊຸດໜຶ່ງແມ່ນໃຊ້ເວລາ 2 ເດືອນຕໍ່ຊຸດ.

ລູກຄ້າສ່ວນໃຫຍ່ທີ່ມາໃຊ້ບໍລິການເປັນຄົນທີ່ທົ່ວໄປສ່ວນໃຫຍ່ແມ່ນເປັນຄູ່ເຈົ້າສາວເຈົ້າບ່າວນອກຈາກຊຸດເຈົ້າສາວແມ່ນຊຸດໄໝທີ່ນຳໃຊ້ອອກງານຕ່າງໆທີ່ລູກຄ້າຕ້ອງການແມ່ນຮ້ານສາມາດຈັດໃຫ້ໄດ້ຕາມໃຈ.

ແນວໃດກໍ່ຕາມຫາກທານໃດຕ້ອງການເຄື່ອງຜ້າໄໝ ແລະກັງວົນວ່າຈະອອກມາດີບໍ່ດີກໍ່ສາມາດເຂົ້າມາປຶກສາ ແລະເລືອກຕາມໃຈລູກຄ້າໄດ້ເພາະຮ້ານຫູກກິນນາລີມີຄຳຕອບພ້ອມເຮັດໃຫ້ໄດ້ທຸກຢ່າງ ຫຼຶໂທ 02023456794-02092424646.

ຂ່າວ ບຸນນິກ