ຫສນຍ-ແຂວງສາລະວັນ ຍົງສູງຄຸນນະພາບວຽກເສນາທິການ

ໃນວັນທີ 18 ພຶດສະພາ 2022 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ມີການພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານເສນາທິການລະຫວ່າງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ແລະແຂວງສາລະວັນ, ຊຶ່ງ ຫສນຍ ນໍາໂດຍທ່ານ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ແລະແຂວງສາລະວັນ ນຳໂດຍທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ; ມີຫົວໜ້າຫ້ອງວ່າການແຂວງ, ເຈົ້າເມືອງ ແລະຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງສາລະວັນ, ບັນດາທ່ານຄະນະກົມ ແລະຄະນະພະແນກທີ່ກ່ຽວຂ້ອງພາຍໃນ ຫສນຍ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສົມກຽດ ພະສີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະຕີລາຄາສູງຕໍ່ການເດີນທາງມາພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານເປັນເສນາທິການໃຫ້ການນຳຮ່ວມກັບ ຫສນຍ ໃນຄັ້ງນີ້, ລວມທັງບັນດາຜົນສຳເລັດທີ່ທາງແຂວງສາມາດປະຕິບັດໄດ້ໃນໄລຍະຜ່ານມາ, ຊຶ່ງການມາເຮັດວຽກດັ່ງກ່າວຍັງໄດ້ນຳເອົາວຽກງານສຳຄັນທີ່ຢູ່ໃນຄວາມຮັບຜິດຊອບຂອງທ້ອງຖິ່ນຕົນໂດຍສະເພາະວຽກງານທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນນຳມາສະເໜີປຶກສາຫາລືແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະກັນເພື່ອຄົ້ນຄວ້າວິທີການແກ້ໄຂທີ່ເໝາະສົມ ແລະເກີດປະໂຫຍດສູງສຸດແກ່ປະເທດຊາດ ແລະປະຊາຊົນ ເວົ້າລວມ, ເວົ້າສະເພາະແມ່ນຄວາມພະຍາຍາມໃນການປັບປຸງ ແລະພັດທະນາວຽກງານເສນາທິການ ແລະການບໍລິການຮັບໃຊ້ຂັ້ນເທິງ ແລະ ປະຊາຊົນພາຍໃນ ແຂວງສາລະວັນ ໃຫ້ມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນກວ່າເກົ່າເປັນກ້າວໆ.

ໃນໂອກາດດຽວກັນ, ທ່ານ ພູທົງ ຄຳມະນີວົງ ໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງເວົ້າລວມ, ເວົ້າສະເພາະແມ່ນການປະຕິບັດພາລະບົດບາດການເປັນເສນາທິການໃຫ້ແກ່ຂັ້ນເທິງໃນດ້ານຕ່າງໆເປັນຕົ້ນການຄົ້ນຄວ້າ, ການລາຍງານ, ການປະສານງານ, ການປະ ຕິບັດແຜນງານ, ແຜນການ, ໂຄງການ ແລະອື່ນໆ ທີ່ອົງການປົກຄອງແຂວງຈັດຕັ້ງປະຕິບັດຕົວຈິງແລ້ວພົບຄວາມຫຍຸ້ງຍາກ, ລວມທັງສະພາບຄວາມຮຽກຮ້ອງຕ້ອງການໃນການພັດທະນາດ້ານ ຕ່າງໆ ເພື່ອເປັນພື້ນຖານອັນສຳຄັນ ແລະເອື້ອອຳນວຍໃຫ້ແກ່ພັດທະນາເສດຖະກິດ-ສັງຄົມຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໜັກແໜ້ນເປັນກ້າວໆ.

ການພົບປະແລກປ່ຽນຄັ້ງນີ້ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົນໄກການພົວພັນລະຫວ່າງກະຊວງ ແລະ ອົງການທຽບເທົ່າຂັ້ນສູນກາງກັບອົງການປົກຄອງທ້ອງຖິ່ນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງຂໍ້ຕົກລົງສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021 ວ່າດ້ວຍລະບຽບການ ແລະກົນໄກການເຮັດວຽກຂອງລັດຖະບານຊຸດທີ IX ເພື່ອແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້, ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານ, ແຜນການ ແລະນິຕິກຳຂອງລັດຖະບານ ແລະນາຍົກລັດຖະມົນຕີທີ່ປະກາດໃຊ້ແລ້ວໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.