ກຕສ ກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະປະເມີນຜົນລັດຖະກອນ

ໃນວັນທີ 19 ພຶດສະພາ 2022 ທີ່ກະຊວງເຕັກໂນໂລຊີ ແລະການສື່ສານ (ກຕສ) ຈັດກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເພື່ອຮັບປະກັນການຫັນວຽກງານພະນັກງານດໍາເນີນໄປຕາມລະບຽບແບບແຜນ ແລະຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດ ໃນການສ້າງໂຄງລ່າງພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບໍາລຸງ, ຄາດຄະເນສັບຊ້ອນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການຢ່າງສົມເຫດສົມຜົນ, ສາມາດຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງ ແລະຍາວນານ.

ໃນໂອກາດນີ້ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ ປະທານກອງປະຊຸມ ກ່າວວ່າ: ການສ້າງແຜນກໍານົດພະນັກງານເປັນວຽກງານໜຶ່ງທີ່ສໍາຄັນ ເຊິ່ງເປັນພື້ນຖານໃນການກໍານົດຫລັກການ ແລະລະບຽບການກ່ຽວກັບການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດໍາເນີນໄປຢ່າງເປັນລະບົບ,ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະກົດໝາຍຂອງລັດຮັບປະກັນຄວາມເປັນເອກະພາບໂປ່ງໃສ ແລະ ຖືກຕ້ອງ ຕາມສະພາບຄວາມເປັນຈິງແນໃສ່ເຮັດໃຫ້ວຽກງານປະເມີນຜົນ ແລະຄຸ້ມຄອງຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ທີ່ສັງກັດໃນອົງການຈັດຕັ້ງ ພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ມີປະສິດທິພາບ ແລະປະສິດທິຜົນ.

ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຫລາຍສະບັບຊຶ່ງໃຫ້ກຽດເຜີຍແຜ່ໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ປະກອບມີ: ຄໍາແນະນໍາກ່ຽວກັບມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ມະຕິວ່າດ້ວຍການຄຸ້ມຄອງພະນັກງານ, ມະຕິວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະແຈ້ງການແນະນໍາກ່ຽວກັບການປັບປຸງເປົ້າໝາຍເຂົ້າຮ່ວມທາບທາມ ແລະສັງລວມຜົນການທາບທາມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ.

ພາບ+ຂ່າວ:  ກຕສ