3 ເດືອນຕົ້ນປີ ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 215 ຕື້ກວ່າກີບ

ໃນໄລຍະ 3 ເດືອນຕົ້ນປີ 2022 ນີ້, ດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ສາມາດເກັບລາຍຮັບໄດ້ 215 ຕື້ກວ່າກີບ ຂອງແຜນການ 581 ຕື້ກີບ;ຂະນະທີ່ແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ ໃນປີ 2022 ມີທັງໝົດ 796 ຕື້ກີບ.

ທ່ານ ພູຊ່ອງ ສົມຄິດ ຮັກສາການຫົວໜ້າດ່ານພາສີສາກົນວັງເຕົ່າເປີດເຜີຍຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ລາຍຮັບທີ່ພົ້ນເດັ່ນແມ່ນໄດ້ຈາກນໍ້າມັນເຊື້ອໄຟກວມ 66.22% ຂອງລາຍຮັບທັງໝົດ; ປັດຈຸບັນນີ້, ລັດຖະບານໄດ້ປັບໂຄງສ້າງນໍ້າມັນເຊື້ອໄຟໂດຍຕັດຄ່າທຳນຽມຄັງແຮອອກຈາກໂຄງສ້າງເຮັດໃຫ້ລາຍຮັບຈາກຄັງແຮບໍ່ມີ. ບັນດາບໍລິສັດທີ່ນຳເຂົ້າໃນເງື່ອນໄຂມາດຖານ ເອອີໂອ ຕາມແຈ້ງການ ແລະຄໍາແນະນໍາຂອງກະຊວງການເງິນແມ່ນໄດ້ມອບແຕ່ຄ່າພາສີ ແລະຄ່າທໍານຽມໃນເວລານໍາເຂົ້າຢູ່ດ່ານ (ຖ້າມີ), ສ່ວນອາກອນປະເພດຕ່າງໆແມ່ນຫັນໄປມອບຜ່ານລະບົບ Tax Riss ຂອງຂະແໜງ ສ່ວຍສາອາກອນຈຳນວນ 58 ຕື້ກ່ວາກີບ; ການປະຕິບັດມູນຄ່າແຈ້ງພາສີ ສໍາລັບ ສິນຄ້ານໍາເຂົ້າ-ສົ່ງອອກ ແມ່ນໄດ້ປະຕິບັດຕາມກົດໝາຍພາສີສະບັບປັບປຸງ.

ທ່ານ ພູຊ່ອງ ສົມຄິດ ໃຫ້ຮູ້ຕື່ມວ່າ: ສຳລັບ ທິດທາງແຜນການຈັດເກັບລາຍຮັບເຂົ້າງົບປະມານໃນ 9 ເດືອນປີ 2022 ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້, ຄະນະໜ່ວຍພັກ, ຄະນະນໍາດ່ານພາສີສາກົນວັງເຕົ່າຈະໄດ້ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການໃນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຮອບດ້ານດ້ວຍຄວາມຮັບຜິດຊອບສູງ, ແບ່ງຄວາມຮັບຜິດຊອບໃຫ້ພະນັກງານວິຊາການໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດຂອງແຕ່ລະຄົນໃຫ້ມີຜົນສໍາເລັດ; ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ; ສືບຕໍ່ປຸກລະດົມບັນດາຫົວໜ່ວຍທຸລະກິດໃຫ້ມາເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນໃຫ້ນັບມື້ຫລາຍຂຶ້ນ ບົນພື້ນຖານຖືກຕ້ອງຕາມລະບຽບກົດໝາຍ ຂອງພາສີ ແລະກົດໝາຍຂອງຂະແໜງການອື່ນໆທີ່ກ່ຽວຂ້ອງ, ສອດຄ່ອງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການອໍານວຍຄວາມສະດວກແກ່ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ, ການຜ່ານແດນ ແລະການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ; ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະອໍານວຍຄວາມສະດວກຕໍ່ບັນດາຫົວໜ່ວຍທຸລະກິດໃນການນໍາເຂົ້າ-ສົ່ງອອກສິນຄ້າເພື່ອເປັນເງື່ອນໄຂໃນການມອບພັນທະເຂົ້າງົບປະມານຢູ່ດ່ານພາສີໃຫ້ເພີ່ມຂຶ້ນເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕາມແຜນການທີ່ວາງໄວ້.

ຂໍ້ມູນຂ່າວ-ພາບ: ທູນທອງໃຈ