ສສກ ຍ້ອງຍໍຮຸ່ງອາລຸນ ຂົນສົ່ງດ່ວນ ຈັດສົ່ງອຸປະກອນປ້ອງກັນໂຄວິດທົ່ວປະເທດ

ກະຊວງສຶກສາທິການ ແລະກິລາ (ສສກ) ໄດ້ໃຫ້ການຍ້ອງຍໍແກ່ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ຫຼືບໍລິສັດ ຮຸ່ງອາລຸນ ໂລຈິດສະຕິກ ຈຳກັດ ຜູ້ດຽວ ຢ່າງສົມກຽດທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອຈັດສົ່ງອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫ້ອງການສຶກສາທິການ ແລະກິລາ 148 ເມືອງ/ນະຄອນ ໃນຂອບເຂດທົ່ວປະເທດ.

ພິທີຍ້ອງຍໍຂັ້ນກະຊວງໃຫ້ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນຄັ້ງນີ້, ໄດ້ມີຂຶ້ນເມື່ອວັນທີ 18 ພຶດສະພາ 2022 ທີ່ຫ້ອງຮັບແຂກກະຊວງສຶກສາທິການ ແລະກິລາ, ໂດຍຕາງໜ້າມອບຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ ແລະ ຕາງໜ້າຮັບຂອງທ່ານ ນາງ ສີສົມພອນ ພົມວິໄລ ຮອງຜູ້ອຳນວຍການ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ, ມີຮອງຫົວໜ້າກົມ-ຫ້ອງການທີ່ກ່ຽວຂ້ອງພ້ອມຄະນະ ແລະຄະນະນຳຂອງບໍລິສັດດັ່ງກ່າວເຂົ້າຮ່ວມຍິນດີ.

ໃນພິທີ, ໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍ, ໂດຍທ່ານລັດຖະມົນຕີກະຊວງສຶກສາທິການ ແລະກິລາ ຕົກລົງມອບໃບຍ້ອງຍໍ (ຂັ້ນກະຊວງ) ໃຫ້ແກ່ບໍລິສັດ ຮຸ່ງອາລຸນຂົນສົ່ງດ່ວນທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອຈັດສົ່ງອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫ້ອງການສຶກສາທິການ ແລະກິລາ 148 ເມືອງ-ນະຄອນ ໃນຂອບເຂດທົ່ວປະເທດ; ເພື່ອເປັນການສັນລະເສີນຜົນງານ ແລະ ຈາລຶກຄຸນງາມຄວາມດີໄວ້ໃນກະຊວງສຶກສາທິການ ແລະ ກິລາ; ໃຫ້ຫ້ອງການກະຊວງ ສສກ, ກົມຈັດຕັ້ງ ແລະພະນັກງານ ແລະພາກສ່ວນທີ່ກ່ຽວຂ້ອງຈົ່ງປະຕິບັດຂໍ້ຕົກລົງສະບັບນີ້ຕາມໜ້າທີ່ຂອງໃຜລາວ ແລະພ້ອມກັນຈັດຕັ້ງພິທີມອບ-ຮັບຢ່າງເປັນທາງການ ແລະສົມກຽດ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ຂັນທະລີ ສີຣິພົງພັນ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ທາງບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ທີ່ເຫັນຄວາມສຳຄັນ ແລະເປັນຫ່ວງເປັນໃຍໃນວຽກງານການພັດທະນາການສຶກສາ ສປປ ລາວ ໂດຍການປະກອບສ່ວນຊ່ວຍເຫຼືອຈັດສົ່ງອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫ້ອງການສຶກສາທິການ ແລະກິລາເມືອງ-ນະຄອນ ໃນຂອບເຂດທົ່ວປະເທດ, ຊຶ່ງເປັນການປະກອບສ່ວນທີ່ສຳຄັນເພື່ອເຮັດໃຫ້ເຄື່ອງດັ່ງກ່າວໄປຮອດຈຸດໝາຍປາຍທາງໄວຂຶ້ນ.

ຂະນະດຽວກັນ, ທ່ານ ນາງ ສີສົມພອນ ພົມວິໄລ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງທີ່ທາງພາກລັດກໍຄືກະຊວງສຶກສາທິການ ແລະກິລາ ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈໂດຍເປີດໂອກາດໃຫ້ທາງບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ມາເປັນສ່ວນໜຶ່ງໃນການປະກອນສ່ວນພັດທະນາວຽກງານການສຶກສາຂອງລາວເຮົາ. ການຈັດສົ່ງອຸປະກອນໃນຄັ້ງນີ້, ເປັນການຊ່ວຍເຫຼືອລ້າໂດຍສອດຄ່ອງກັບນະໂຍບາຍຂອງທາງບໍລິສັດທີ່ມີຕໍ່ສັງຄົມ ເພາະນອນໃນເງື່ອນໄຂທີ່ວ່າ: ຖ້າເປັນເຄື່ອງຊ່ວຍເຫຼືອ ແລະ ຜູ້ຮັບກໍໄດ້ຮັບການຊ່ວຍເຫຼືອແທ້ທາງບໍລິສັດຍິນດີໃຫ້ການຈັດສົ່ງຟຣີ ບໍ່ວ່າຈະເປັນພາກລັດ, ເອກະຊົນ ແລະນິຕິບຸກຄົນກໍຕາມ.

ສະເພາະເຄື່ອງທີ່ຈັດສົ່ງໃນຄັ້ງນີ້, ປະກອບມີ ເຈວລ້າງມື ຈຳນວນ 2.343 ແກັດ, ຜ້າອັດປາກ-ດັງ (ລຸ້ນເປັນຜ້າ) ຈຳນວນ 152 ແກັດ, ໂປຣສະເຕີລ້າງມື 13.285 ແຜ່ນ, ໂປຣສະເຕີຮັກສາສຸຂະພາບ 13.285 ແຜ່ນ, ປ້າຍຄຳແນະນຳ 2.170 ແຜ່ນ.

ສໍາລັບ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ຫຼືບໍລິສັດ ຮຸ່ງອາລຸນ ໂລຈິດສະຕິກ ຈຳກັດ ຜູ້ດຽວ ເປັນໜຶ່ງໃນຫົວໜ່ວຍທຸລະກິດຂອງບໍລິສັດ ຮຸ່ງອາລຸນ ການຄ້າຂາອອກ-ຂາເຂົ້າ ແລະ ການຂົນສົ່ງທາງບົກ ຈຳກັດ ຜູ້ດຽວ ເປັນໜຶ່ງໃນບໍລິສັດຂົນສົ່ງທີ່ໃຫຍ່ທີ່ສຸດໃນ ສປປ ລາວ ທີ່ມີຫຼາຍກວ່າ 360 ສາຂາ ແລະມີພະນັກງານຫຼາຍກວ່າ 1.000 ຄົນ,ມີຄະນະບໍລິຫານເປັນຄົນລາວທັງໝົດ 100%, ສ້າງຕັ້ງຢ່າງເປັນທາງການໃນປີ 2019, ທະບຽນວິສາຫະກິດເລກທີ 0124/ຈທວ, ທຶນຈົດທະບຽນ 8.880.000.000 ກີບ. ຈາກຜົນງານທີ່ຜ່ານມານັ້ນ, ທາງບໍລິສັດໄດ້ຮັບລາງວັນອັນມີກຽດສຳລັບຜູ້ນຳທາງທຸລະກິດດີເດັ່ນ ສຄອຊ ໃນປີ 2021 ແລະ ລາງວັນທຸລະກິດອາຊຽນດີເດັ່ນໃນປີ 2021, ໄດ້ຮັບການຮອງຮັບມາດຕະຖານ ISO 9001:2015 ໂດຍຜ່ານຂະບວນການກວດສອບຢ່າງຖືກຕ້ອງຈາກ Otabu Global Services Private Limited ໃນຕົ້ນປີ 2022.