ບຸນພະເຫວດ ບຸນປາງສຳຄັນຂອງຊາວພຸດ

 

 ບຸນພະເຫວດແມ່ນນອນຢູ່ໃນຮີດສິບສອງ ຫຼື ເອີ້ນວ່າບຸນສິບສອງເພາະໃນແຕ່ລະເດືອນແມ່ນຈະ ມີບຸນປະຈຳດັ່ງຜູ້ຂຽນຈະມານຳສະ ເໜີໃນບຸນພະເຫວດໃຫ້ໄດ້ຮູ້ນຳກັນ ເພາະບຸນພະເຫວດນັ້ນຕິດພັນກັບວິຖີ ຊີວິດຂອງຄົນລາວແຕ່ໃດມາ ແລະ ຈະຈັດຂຶ້ນພຽງປີລະເທື່ອເທົ່ານັ້ນ ຊຶ່ງໃນວັນບຸນດັ່ງກ່າວຈະມີການເລີ່ມສຸດປະລິຕະມຸງຄຸນໄປຕັ້ງແຕ່ຕອນ ແລງເທດມະໄລໝື່ນມະໄລແສນ ແລ້ວກໍພັກຜ່ອນເມື່ອຮອດເວລາອັນ ຄວນຄືບ່າຍສອງໂມງເຄິ່ງ ຫຼື ສາມໂມງຕາມແຕ່ບາງທ້ອງຖິ່ນຈະກຳນົດກໍນິມົນພຣະສົງອົງເປັນປະທານ ຂຶ້ນອ່ານສັງກາດຫຼວງຫຼັງຈາກນັ້ນກໍເທດສະໜາ ຫຼື ເຮົາມັກຈະເອີ້ນກັນ ວ່າເທດພະເຫວດ.

ໜັງສືພະເຫວດ ຫຼື ພະເຫວດ ສັນດອນນີ້ມີທັງໝົດສິບສາມຜູກ ຫຼືສິບສາມກັນນັບຕັ້ງແຕ່ທັດສະພອນ,ຫິມະພານ, ທານະຂັນ, ວັນນະພະ ເຫວດ, ຊຸຍຊະກະ, ຈຸລະພົນມະຫາ ພົນກຸມມານມັດທີສັກກະບັນມະລາດສັກກະຕິນະຄອນ  ແລະຖືເປັນວັນນະ ຄະດີທີ່ເກົ່າແກ່ທີ່ສຸດອີກເລື່ອງໜຶ່ງ ໃນຈຳນວນວັນນະຄະດີຂອງລາວ ເຮົາຄືສັງສິນໄຊທ້າວຮຸ່ງທ້າວເຈື່ອງ ສານລຶບພະສູນພະເຫວດສັນດອນ ແຕ່ເລື່ອງພະເຫວດສັນດອນພັດຖື ກ່າວເຖິງ ຫຼື ນິຍົມຊົມຊອບກັນຫຼາຍ ໂດຍສະເພາະສາສະນິກະຊົນເຫດ ຜົນກໍຍ້ອນວ່າວັນນະຄະດີເລື່ອງນີ້ ເປັນວັນນະຄະດີທີ່ຕິດພັນກ່ຽວກັບ ສາດສະໜາມີເນື້ອຫາສາລະທີ່ສຳ ຄັນກໍຄືການສັ່ງສອນຄົນບໍ່ໃຫ້ມັກ ໂລບໂລພາເກີນເຫດບໍ່ໃຫ້ເອົາຂອງ ເຂົາມາເປັນຂອງຕົນດັ່ງໃນກັນຊຸຍ ຊະກະຕອນໜຶ່ງເວົ້າວ່າ: ເອົາເງິນໄປຝາກໄວ້ນຳສ່ຽວແຕ່ສ່ຽວເອົາໄປ ໃຊ້ຈ່າຍຈົນໝົດສຸດທ້າຍໄດ້ຍົກລູກ ສາວຄືນາງອະມິດຕະຕາໃຫ້ເປັນ ເມຍພາມເຖົ້າຂີ້ແຮ້ເໝັນເນົ່າປານ ແຮ້ງຕາຍ ນອກຈາກນັ້ນກໍຍັງຖືກັນ ວ່າພະເຫວດສັນດອນເປັນຊາດສຸດທ້າຍຂອງພຣະພຸດທະເຈົ້າກ່ອນເພິ່ນຈະມາເປັນພະພຸດທະເຈົ້ານຳ ເອົາຫຼັກສິນທຳມາເຜີຍແຜ່ໃຫ້ເຮົາ ຮູ້ນີ້ຊາດກ່ອນນັ້ນເປັນພະເຫວດສັນດອນທີ່ມີໃຈມັກໃຫ້ທານທານຮອດ ລູກທັງສອງຄືກັນຫາຊາລີທານຮອດເມຍຮັກຄືນາງພິມພານອກນັ້ນ ບຸນພະເຫວດຍັງໄດ້ຕິດພັນກັບການ ນຸ່ງຖືຂອງປະຊາຊົນກ່ອນຈະເຂົ້າ ວັດຟັງທຳຄືການສະສ່ວຍລ້າງຮ່າງ ກາຍໃຫ້ສະອາດຈົບງາມເກົ້າຜົມບ່ຽງແພແລ້ວນຳເອົານ້ຳຫອມທູບທຽນເພື່ອໄປສັກກະລະບູຊາແລ້ວນັ່ງພັບພຽບຕັ້ງໃຈຟັງເທດຢ່າງຕັ້ງໝັ້ນ ຊຶ່ງມັນໄດ້ສະແດງອອກຜ່ານ ຄຳເວົ້າໜຶ່ງທີ່ວ່າ:

ບ່ອນໃດມີໝາກຄ້ຽວປາກເປົ່າ ອົມແຄນ.

ປັ້ນເຂົ້າໜຽວຂັບລຳ ກ່າວຈາ ສຽງຈ້ອຍ.

ມວຍຜົມເກົ້າ  ສະໄບບາງບຽງ ບ່າ.

ພໍ້ຢູ່ໃສກໍຮູ້ວ່າຄົນນັ້ນແມ່ນລາວ.

   ດັ່ງນັ້ນ. ບຸນພະເຫວດຈຶ່ງຖືເປັນ ບຸນປາງໜຶ່ງທີ່ສຳຄັນ ໂດຍສະເພາະ ຫຼັກທຳຄຳສັ່ງສອນເພື່ອຈະນຳມາ ປະພຶດປະຕິບັດໃນຊີວິດປະຈຳວັນ ໃຫ້ເກີດຜົນເພື່ອຄອບຄົວຈະໄດ້ພົບກັບຄວາມຜາສຸກມີຄວາມເມດຕາ ເຊິ່ງກັນ ແລະກັນ ມີການໃຫ້ກຽດແລະຮູ້ຈັກສຳມາຄາລະວະຕໍ່ຜູ້ອາວຸໂສຕະຫຼອດເຖິງການດຳເນີນຊີວິດ ໃນຍຸກທີ່ໂລກມີການປ່ຽນແປງຜູ້ ຂຽນກໍໄດ້ແຕ່ຫວັງວ່າຜູ້ອ່ານຄົງຈະ ເສຍສະຫຼະເວລາລອງເຂົ້າໄປນັ່ງ ຟັງເທດຟັງທຳເພື່ອຂັດເກົ່າກິເລດ ອອກຈາກໃຈແນ່ເພາະຄົນສ່ວນ ຫຼາຍເລີ່ມຖອຍຫ່າງຈາກວັດວາພຸດ ທະສາດສະໜາສົມຄວນ.

ຮຽບຮຽງໂດຍ: ສະຫວງນສັກ