ຈີນ ຍັງເປັນຕະຫຼາດສົ່ງອອກແຫ່ງໃຫຍ່ສຸດໃນມຽນມາ

ສຳນັກ​ຂ່າວ ​ຊິນ​ຮວາ,​ ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງ​ການ​ຄ້າ​ ມຽນມາ ​ເປີດ​ເຜີຍ​ວ່າ: ຈີນ ຍັງ​ຄົງ​ເປັນ​ປະ​ເທດເພື່ອ​ການ​ສົ່ງ​ອອກ​ແຫ່ງ​ໃຫຍ່​ທີ່​ສຸດ​ຂອງ​ມຽນມາລະຫວ່າງ​ເດືອນ ​ຕຸລາ ​ປີ 2021 ຈົນ​ຮອດ​ ເດືອນ​ມີນາ​ ປີ​ນີ້ມຽນມາ​​ສົ່ງ​ອອກ​ສິນຄ້າ​ໄປຈີນ​ ເປັນ​ມູນ​ຄ່າ 1,98 ຕື້​ໂດ​ລາ​ສະຫະລັດ ​ກວມ​ເອົາ 24% ຂອງ​ການ​ສົ່ງ​ອອກ​ທັງ​ໝົດ​ຂອງ​ປະ​ເທດ​ນີ້. ນອກ​ນີ້ຈີນ​ຍັງ​ຢືນຢູ່​ແຖວ​ໜ້າ​ໃນ​ບັນ​ດາ​ປະ​ເທດສົ່ງ​ອອກ​ຂອງ​ມຽນ​ມາໃນສົກ ງົບປະມານ 2020-2021 ແລະ 2019-2020. ມູນ​ຄ່າ ການ​ສົ່ງ​ອອກ​ຈາກ​ມຽນມາ ​ໄປ​ຈີນ ​ໃນ​ສົກ​ປີ 2020-2021 ​ໄດ້​ລື່ນ​ກາຍ 5,17 ຕື້​ໂດ​ລາ​ສະຫະລັດ ກວມ​ເອົາຫຼາຍ​ກວ່າ 33,7% ຂອງ​ການ​ສົ່ງ​ອອກທັງ​ໝົດ​ຂອງ​ມຽນມາ. ຍອດ​ມູນ​ຄ່າ​ການ​ສົ່ງ​ອອກຈາກ​ມຽນມາ​ໄປ​ຈີນ ​ໃນ​ສົກ​ປີ 2019-2020 ​ໄດ້​ລື່ນ​ກາຍ 5,42 ຕື້​ໂດ​ລາ​ສະຫະລັດ ກວມ​ເອົາ​ກວ່າ 30,6% ຂອງ​ຍອດ​ມູນ​ຄ່າການ​ສົ່ງ​ອອກຂອງ​ປະ​ເທດ.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ