ຫວຽດນາມ ໄຂກອງປະຊຸມເທື່ອທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ XIII

ຕາມ​ຂ່າວ​ຈາກ VOVWORLD, ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານ ສູກກາງພັກ ຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງຮ່າໂນ້ຍ​ເມື່ອ​ບໍ່​ດົນ​ມາ​ນີ້ໂດຍ​ມີ ທ່ານ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ເປັນປະທານ ແລະ ກ່າວໄຂກອງປະຊຸມຄັ້ງນີ້​ແມ່ນສຸມໃສ່ປຶກສາຫາລື, ປະກອບຄຳເຫັນ ແລະຕົກລົງກ່ຽວກັບບັນດາເນື້ອໃນທີ່​ສຳຄັນຄື: ສະຫລຸບ 10 ປີ ແຫ່ງວັນປະຕິບັດມະຕິກອງປະຊຸມໃຫຍ່ສູນກາງພັກເທື່ອທີ 6 ຊຸດທີ XI ກ່ຽວກັບເລື່ອງສືບຕໍ່ປ່ຽນແປງໃໝ່ນະໂຍບາຍ,ກົດໝາຍວ່າດ້ວຍທີ່ດິນໃນສະໄໝຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ;ສະຫລຸບ 15 ປີ ແຫ່ງວັນ ປະຕິບັດ ມະຕິກອງປະຊຸມ ເທື່ອທີ 7 ສູນກາງພັກ ຊຸດທີ X ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດພ້ອມ​ທັງ ສະຫຼຸບ 20 ປີ ແຫ່ງວັນ ປະຕິບັດມະຕິກອງປະຊຸມໃຫຍ່ ເທື່ອທີ 5 ສູນກາງພັກຊຸດທີ IX ກ່ຽວກັບ ການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະຍົກສູງປະສິດທິຜົນເສດຖະກິດລວມໝູ່; ແຜນຮ່າງສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ສະມາຊິກພັກ; ແຜນຮ່າງ ສ້າງຕັ້ງຄະນະຊີ້ນຳ ຂັ້ນແຂວງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ແລະບາງບັນຫາສຳຄັນອື່ນ. ນອກຈາກ​ນີ້ ທ່ານ ຫງວຽນ ຝູຈ້ອງ ຍັງຮຽກຮ້ອງ ​ໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈົ່ງເລີ່ມປະຕິບັດຈາກພຶດຕິກຳ ຕົວຈິງ, ປຶກສາຫາລື, ຕີລາຄາ ຢ່າງພາວະວິໄສ, ມີວິທະຍາສາດກ່ຽວກັບໝາກຜົນ, ຜົນງານທີ່ບັນລຸໄດ້; ພ້ອມທັງວິເຄາະຂໍ້ຈຳກັດ, ອ່ອນດ້ອຍທີ່ຍັງຕົກຄ້າງ ແລະສາຍເຫດຢ່າງເລິກຊຶ່ງ. ຕໍ່ຈາກນັ້ນ, ຕິດແທດກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະສະພາບການຕົວຈິງຂອງປະເທດຊາດ, ສຸມໃສ່ປຶກສາຫາລືເຮັດແຈ້ງ, ສ້າງຄວາມເຫັນດີເປັນເອກະພາບ ຢ່າງສູງກ່ຽວກັບເປົ້າໝາຍ, ທັດສະນະ ແລະແນວຄິດຊີ້ນຳ ແລະໜ້າທີ່, ມາດຕະການໃຫຍ່ຕ້ອງຊາບຊຶມ ແລະຜັນຂະຫຍາຍປະຕິບັດເພື່ອໃຫ້ເສດຖະກິດລວມໝູ່ນັບມື້ນັບພັດທະນາກວ່າ, ກາຍເປັນພາກສ່ວນເສດຖະກິດທີ່ສຳຄັນຂອງພື້ນຖານຕະຫຼາດກຳນົດທິດສັງຄົມນິຍົມຢູ່ຫວຽດນາມ. ກອງປະຊຸມດັ່ງກ່າວຈະອັດ​ລົງ​ໃນວັນທີ 10 ພຶດສະພານີ້.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ