ສຕລ ປະກາດອັດສີດນັກກິລາບານເຕະ ຍິງ-ຊາຍ ຫາກສ້າງຜົນງານດີໃນ ຊີເກມ

ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ປະກາດອັດສີດເງິນເພື່ອຊຸກຍູ້ໃຫ້ກຳລັງນັກກິລາບານເຕະ ຍິງ-ຊາຍ ທີມຊາດລາວ ຫາກສ້າງຜົນງານດີໃນງານມະຫະກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບຈະຈັດຂຶ້ນໃນລະຫວ່າງ 12-23 ພຶດສະພາ 2022. ຂະນະທີ່ ມຊາດລາວ ະເພດຊາຍຈະອອກເດີນທາງໃນວັນທີ 4 ພຶດສະພາ 2022 ແລະທີມຍິງ ໃນວັນທີ 6 ພຶດສະພານີ້.

ກ່ອນອອກເດີນທາງໄປເຂົ້າຮ່ວມການແຂ່ງຂັນຄັ້ງນີ້, ໃນວັນທີ 2 ພຶດສະພາ ຜ່ານມາທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີໂອ້ລົມ ແລະງານຖະແຫຼງຂ່າວການກຽມຄວາມພ້ອມຂອງທັບນັກກິລາເຕະບານທີມຊາດລາວທັງທີມຍິງ ແລະທີມຊາຍ, ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຄະນະນໍາ ແລະນັກກິລາບານເຕະທັງຊາຍ ແລະຍິງຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ປະທານກິດຕິມະສັກສະຫະພັນບານເຕະແຫ່ງຊາດລາວ, ໂດຍມີ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງກະຊວງສຶກສາທິການ ແລະກິລາທັງເປັນຄະນະນຳທີມບານເຕະຍິງ ແລະທ່ານ ປະສາດໄຊ ພິລາພັນເດດ ຄະນະນຳທີມບານເຕະຊາຍ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານກ່ຽວກັບການກຽມຄວາມພ້ອມຂອງທີມຍິງ ແລະ ທີມຊາຍ ເພື່ອກະກຽມເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ XXXI ທີ່ ສສ ຫວຽດນາມ ໂດຍລວມແມ່ນມີຄວາມພ້ອມເຂົ້າຮ່ວມແຂ່ງຂັນເຕັມທີ່ແລ້ວຊຶ່ງງານນີ້ທາງເຈົ້າພາບໄດ້ອະນຸຍາດໃຫ້ເລືອກນັກກິລາສຳຮອງ ຈຳນວນ 3 ຄົນ ທັງປະເພດທີມຍິງ ແລະທີມຊາຍ ບັນຈຸເຂົ້າທີມໄດ້ເພື່ອກໍລະນີນັກກິລາຕິດເຊື້ອໂຄວິດ-19 ສາມາດປ່ຽນແທນກັນໄດ້.

ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດກໍໄດ້ເນັ້ນໜັກໃຫ້ ຄະນະນຳ, ຄູຝຶກ ແລະນັກກິລາທີ່ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ເອົາໃຈໃສ່ປະຕິບັດຕາມລະບຽບການທີ່ເຈົ້າພາບ ກໍຄື ຄະນະຮັບຜິດຊອບຈັດການແຂ່ງຂັນກິລາແຕ່ລະປະເພດຢ່າງເຂັ້ມງວດ, ຕັ້ງໃຈແຂ່ງຂັນຈົນສຸດຄວາມສາມາດເພື່ອໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈໃຫ້ເປັນຕົວແທນນັກກິລາທັງຊາດ ພ້ອມທັງນຳໃຊ້ເຕັກນິກ ແລະສະຕິປັນຍາຂອງຕົນເອງທີ່ໄດ້ຝຶກຊ້ອມມາ ເພື່ອເອົາຊະນະຄູ່ຕໍ່ສູ້ດ້ວຍຈິດໃຈກ້າຫານ ແລະ ດ້ວຍຈິດໃຈຊາດພິລະອາດຫານເພື່ອຍາດເອົາໄຊຊະນະສ້າງກຽດສັກສີ ແລະຊື່ສຽງມາໃຫ້ປະເທດຊາດເພື່ອຖືເອົາໂອກາດສໍາຄັນດັ່ງກ່າວສະແດງໃຫ້ຊາດອື່ນຮັບຮູ້ກ່ຽວກັບວັດທະນະທໍາກໍຄື ນໍ້າໃຈໄມຕຣີຈິດມິດຕະພາບທີ່ດີຂອງນັກກິລາລາວຕໍ່ຜູ້ເຂົ້າຮ່ວມແຂ່ງຂັນກໍຄືເພື່ອນຮ່ວມອາຊີບດ້ວຍກັນດ້ວຍຄວາມ.

ຂະນະດຽວກັນ, ທ່ານ ວີເພັດ ສີຫາຈັກ ກໍໄດ້ແຈ້ງໃຫ້ສື່ມວນຊົນຊາບວ່າ: ເພື່ອເປັນການຊຸກຍູ້ນໍ້າໃຈ ແລະຮັບປະກັນໃຫ້ທັບນັກກິລາເຕະບານທີມຊາດລາວທັງສອງທີມ ສ້າງຜົນງານດີເດັ່ນໃນງານກິລາຊີເກມໃນຄັ້ງນີ້ອອກມາດີທາງ ສຕລ ຂໍປະກາດຢ່າງເປັນທາງການຖ້າຫາກວ່ານັກກິລາທັງສອງທີມສາມາດສ້າງຜົນງານດີດ້ວຍການເອົາຊະນະຄູ່ແຂ່ງຂັນໃນຮອບຄັດເລືອກຈະແຈກໃຫ້ທັນທີນັດລະ 100 ລ້ານກີບ ແລະ ຖ້າຫາກວ່າສາມາດທະລຸເຂົ້າຮອບ 4 ທີມສຸດທ້າຍກໍຈະອັດສີດເພີ່ມຫຼາຍຂຶ້ນກວ່າເກົ່າ ແລະ ໃນຕອນທ້າຍ, ທ່ານປະທານ ສຕລ ກໍຍັງຮຽກຮ້ອງເຖິງສັງຄົມໂດຍສະເພາະບັນດາພາກສ່ວນທຸລະກິດ ແລະບຸກຄົນທີ່ຢາກຈະໃຫ້ການສະໜັບສະໜູນນັກກິລາ ຢູ-23 ລາວ ທັງສອງທີມກໍສາມາດແຈ້ງມາຍັງເພດ ເຊຍລາວ ຫຼື ທ່ານ ພຸດດາມອນ ຈັນທະລາສີ ໄດ້ຕະຫຼອດເວລາ.