ອິນເດຍຮ້ອນຫຼາຍ ອຸນຫະພູມຂຶ້ນກາຍ 45 ອົງສາ

ອຸນຫະພູມໃນຫຼາຍແຂວງຂອງປະເທດອິນເດຍ ພຸ່ງທະລຸຂຶ້ນເກີນ 42,8 ອົງສາເຊລຊຽສ, ສ່ວນອຸນຫະພູມໃນເມືອງວາທາຣ໌, ລັດມະຫາຣາຊຖະຣະ ກໍ່ພຸ່ງຂຶ້ນເຖິງ 45 ອົງສາແລ້ວ ແລະຄາດວ່າຈະສູງຂຶ້ນອີກ 5,5-8,3 ອົງສາເຊລຊຽສ, ຊຶ່ງຈະສົ່ງຜົນໃຫ້ພາຍໃນທ້າຍອາທິດນີ້ ອາດຈະມີອຸນຫະພູມສູງເຖິງ 49 ອົງສາເຊລຊຽສ.
 
ລາຍງານຂ່າວຕ່າງປະເທດໃນວັນທີ 28 ເມສາ 2022, ໄດ້ອ້າງຂໍ້ມູນຂອງກົມອຸຕຸນິຍົມວິທະຍາ ອິນເດຍ (IMD) ທີ່ລະບຸວ່າຄ່າສະເລ່ຍຂອງອຸນຫະພູມໃນເດືອນມີນາທີ່ຜ່ານມາ ຖືວ່າສູງທີ່ສຸດໃນຮອບ 122 ປີ, ໃນຂະນະທີ່ສະພາບຟ້າຝົນກໍ່ຕົກລົງມາພຽງ 1 ໃນ 4 ຂອງປະລິມານປົກກະຕິເທົ່ານັ້ນຫຼັງຈາກທີ່ຄື້ນຄວາມຮ້ອນແຜ່ເຂົ້າປົກຄຸມປະເທດອິນເດຍໄວກວ່າປົກກະຕິ.
 
ດ້ານສູນຂໍ້ມູນວິທະຍາສາດ ແລະສິ່ງແວດລ້ອມຂອງອິນເດຍກໍເປີດເຜີຍວ່າຄື້ນຄວາມຮ້ອນໄດ້ສົ່ງຜົນກະທົບຕໍ່ພື້ນທີ່ທາງເໜືອ ເຊັ່ນ ລັດຫິມາຈັນປະເທດ,ຊຶ່ງປົກກະຕິແມ່ນມີອາກາດເຢັນສະບາຍ;ຂະນະທີ່ນະຄອນ ນິວເດລີ ກໍ່ຄາດວ່າຈະມີສະພາບອາກາດຮ້ອນແຮງ ແລະອຸນຫະພູມກໍຈະພຸ່ງທະລຸເຖິງ 44 ອົງສາ.