ສປປ ລາວ ຮັບການຊ່ວຍເຫຼືອຂອງໂຄງການເຫັນຜົນໄວພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ

ເມື່ອບໍ່ດົນມານີ້ທີ່ກະຊວງການຕ່າງປະເທດ, ລາວ ແລະອິນເດຍໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອມອບ-ຮັບການຊ່ວຍເຫຼືອຂອງໂຄງການເຫັນຜົນໄວພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ. ໂດຍທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ດິນກາ ອາດສ໌ທານາ, ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ ຕາງໜ້າໃຫ້ລັດຖະບານອິນເດຍ ແລະຮ່ວມເປັນສັກຂີພິຍານໃນວາລະສຳຄັນນີ້.

ຮ່ວມລົງນາມໃນບົດບັນທຶກຄັ້ງນີ້, ຕາງໜ້າໃຫ້ຝ່າຍລາວໂດຍຄະນະຮັບຜິດຊອບໂຄງການຈາກພະແນກການກ່ຽວຂ້ອງຂອງບັນດາແຂວງທີ່ໄດ້ຮັບໂຄງການ ແລະຕາງໜ້າຝ່າຍອິນເດຍ ໂດຍຫົວໜ້າຫ້ອງການສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດອິນເດຍ ປະຈໍາ ສປປ ລາວ.

ເນື້ອງໃນບົດບັນທຶກທີ່ສຳເລັດການຮ່ວມລົງນາມໄປແລ້ວນັ້ນ, ເພື່ອຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອິນເດຍ ຈໍານວນ 4 ໂຄງການ, ລວມມູນຄ່າທັງໝົດ 184.677 ໂດລາສະຫະລັດ ຊຶ່ງປະກອບມີ  1) ໂຄງ​ການກໍ່​ສ້າງ​ສຸກ​ສາ​ລາ, ບ້ານວຽງ​ໄຊ ເມືອງ​ພູ​ວົງ, ແຂວງອັດ​ຕະ​ປື .2) ໂຄງ​ການກໍ່​ສ້າງຫ້ອງ​ຮຽນທີ່ໂຮງ​ຮຽນ​ປະ​ຖົມກະ​ແຫຼ່ງ​ພູ, ເມືອງນອງ, ແຂວງສະ​ຫວັນ​ນະ​ເຂດ .3) ໂຄງການປັບປຸງການຜະລິດກາເຟອິນຊີ ແລະ ຄວາມຫຼາກຫຼາຍຂອງເສດຖະກິດຊົນນະບົດ ແລະການສ້າງຂີດຄວາມສາມາດຂອງຊາວບ້ານ, ບ້ານນໍ້າວັງ, ເມືອງວຽງພູຄາ, ແຂວງຫຼວງນໍ້າທາ  ແລະ 4) ໂຄງ​ການກໍ່​ສ້າງຫ້ອງ​ຮຽນ​ທີ່ໂຮງ​ຮຽນ​ມັດ​ທະ​ຍົມກະ​ລຶມ, ແຂວງເຊກອງ.

ໃນໂອກາດນີ້, ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເອກອັກຄະລັດຖະທູດ ດິນກາ ອາດສ໌ທານາ ກໍຄືລັດຖະບານອິນເດຍທີ່ໄດ້ໃຫ້ຄວາມສໍາຄັນຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ໂດຍສະເພາະ, ແມ່ນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນຂັ້ນທ້ອງຖິ່ນໃຫ້ນັບມື້ນັບດີຂຶ້ນ. ພ້ອມນີ້, ກໍໄດ້ໃຫ້ຄຳໝາຍໝັ້ນວ່າ ສປປ ລາວ ຈະສືບຕໍ່ຮ່ວມຢ່າງໃກ້ຊິດກັບອິນເດຍໃນຖານະການເປັນປະທານຮ່ວມກອງປະຊຸມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃນປີ 2022.

ອິນເດຍ, ໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາສະຫະລັດຕໍ່ປີໃຫ້ແກ່ປະເທດສະມາຊິກເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50.000 ໂດລາສະຫະລັດ ຕໍ່ 1 ໂຄງການ. ນັບຕັ້ງແຕ່ມີການສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ສປປ ລາວ ແມ່ນໄດ້ຮັບອະນຸມັດແລ້ວຈໍານວນ 11 ໂຄງການ, ລວມມູນຄ່າ 532.677 ໂດລາສະຫະລັດ.