ປະກາດຜົນລາງວັນ ວັນນະກໍາສ້າງສັນສຸດຍອດອາຊຽນ ແລະລາງວັນ ວັນນະກໍາແມ່ນໍ້າຂອງ

 ກອງປະຊຸມຖະແຫຼງຂ່າວຜົນການຕັດສິນລາງວັນ ວັນນະກໍາສ້າງສັນ ສຸດຍອດແຫ່ງອາຊຽນ (SEA Write) ຫຼື ລາງວັນຊີໄຣຕ໌ ແລະລາງວັນວັນ ນະກໍາແມ່ນໍ້າຂອງ (MERLA) ປະ ຈໍາປີ 2021 ໄດ້ຈັດຂຶ້ນເມື່ອວັນທີ 22 ເມສານີ້ ທີ່ນະຄອນຫຼວງວຽງຈັນ. ໂດຍ ການເຂົ້າຮ່ວມຂອງ ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ), ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ມີນັກວິຊາການກ່ຽວຂ້ອງອອ້ມຂ້າງກະຊວງ.

ທ່ານ ສຸບັນ ຫຼວງລາດ ຮອງປະທານສະມາຄົມນັກປະພັນລາວຫົວໜ້າກອງເລຂາຄະນະກໍາມະການຕັດສິນໃຫ້ຮູ້ວ່າ: ລາງວັນ ວັນນະກໍາສ້າງສັນສຸດຍອດອາຊຽນ (SEA Write) ແມ່ນລາງວັນພາກພື້ນຂອງບັນດາ 10 ປະເທດສະມາຊິອາຊຽນຊຶ່ງ ສປປ ລາວ ເຂົ້າເປັນສະມາຊິກແຕ່ປີ 1998, ຮອດປີ 2018 ມີນັກປະພັນ, ນັກກະວີລາວໄດ້ເດີນທາງໄປຮັບລາງວັນດັ່ງກ່າວທີ່ບາງກອກ ປະເທດໄທ ຈໍານວນ 21 ທ່ານ. ສ່ວນລາງວັນ ວັນນະກໍາ ແມ່ນໍ້າຂອງ (MERLA) ກໍແມ່ນອີກລາງວັນອະນຸພາກພື້ນບັນດາປະເທດ ທີ່ມີຊາຍແດນຕິດກັບແມ່ນໍ້າຂອງ 6 ປະເທດ ຄື: ສປປ ລາວ, ສສ ຫວຽດນາມ, ກໍາປູເຈຍ, ສປ ຈີນ, ໄທ ແລະ ມຽນມາ ຈັດຕັ້ງຂຶ້ນໃນປີ 2007 ໂດຍຜັດປ່ຽນກັນເປັນເຈົ້າພາບ, ຮອດປີ 2019 ມີນັກປະພັນ, ນັກກະວີ ສປປ ລາວ ໄດ້ຮັບລາງວັນນີ້ແລ້ວຈໍານວນ 31 ທ່ານ.

ສໍາລັບປີ 2021 ມີຈໍານວນ 5 ເຫຼັ້ມ ຫຼື 5 ເລື່ອງ ຂອງຜົນງານເລື່ອງຍາວທີ່ສົ່ງແຂ່ງຂັນກວດສອບຊີງລາງວັນ, ຜົນງານທີ່ໄດ້ຮັບລາງວັນຊະນະເລີດໄດ້ແກ່ເລື່ອງ “ຮັກນີ້ນິລັນດອນ” ຂຽນໂດຍ ທ່ານ ນາງ ທິບພະເກສອນ ດວງຈັກ ໄດ້ຮັບລາງວັນຊີໄຣຕ໌ ປະຈຳປີ 2021. ສ່ວນຜົນງານເລື່ອງສັ້ນ, ບົດບັນທຶກ ແລະ ກະວີສົ່ງເຂົ້າຊີງລາງວັນມີ ຈໍານວນ 13 ເລື່ອງ, ຜົນງານທີ່ໄດ້ຮັບລາງວັນຊະນະເລີດໄດ້ແກ່ບົດບັນທຶກ “ຫວນຄືນເສັ້ນທາງຊີວິດ “ຂຽນໂດຍ ທ່ານ ຄໍາສີ ຈັນທະວີທອງ ແລະເລື່ອງສັ້ນ “ອາວທະຫານ” ຂຽນໂດຍທ່ານ ແຫຍງ ພິລາກອນ ໂດຍທັງສອງທ່ານໄດ້ຮັບ ລາງວັນແມ່ນໍ້າຂອງປະຈຳປີ 2021.

ສໍາລັບພິທີມອບ-ຮັບລາງວັນ ຊີ ໄຣຕ໌ ປະຈໍາປີ 2019, 2020 ແລະ 2021 ຈະຈັດຂຶ້ນທີ່ຣາຊະອານາຈັກໄທໃນທ້າຍປີນີ້, ສ່ວນລາງວັນແມ່ນໍ້າຂອງ ປະຈໍາປີ 2020 ແມ່ນປະເທດກໍາປູເຈຍ ເປັນເຈົ້າພາບຈະມີການມອບ-ຮັບລາງວັນໃນໄວໆນີ້, ຂະນະທີ່ ສປປ ລາວ ຊຶ່ງເປັນເຈົ້າພາບປີ 2021 ກໍຈະມີພິທີມອບ-ຮັບລາງວັນໃນທ້າຍປີ 2022 ນີ້ເຊັ່ນກັນ.