ຟິວຣີ້ ໄລ່ນ໊ອກ ໄວຕ໌ ຮັກສາໄດ້ສາຍແອ໋ວແຊມປ໌ໂລກຮຸ່ນຍັກ ແຕ່ຢືນຢັນແຂວນນວມ

ໄທສັນ ຟິວຣີ້ ນັກຊົກຈາກສະຫະຣາຊອານາຈັກ (ອັງກິດ) ໄວ33 ປີ, ຮັກສາສາຍແອວແຊມປ໌ໂລກ ຮຸ່ນເຮຟວີ້ເວຕ ຂອງສະພາມວຍໂລກ (WBC) ເອົາໄວ້ໄດ້ສຳເລັດ. ຫຼັງຈາກທີ່ເຂົາສາມາດເອົາຊະນະ ທີເຄ ໂອດິລລຽນ ໄວຕ໌ ນັກຊົກເພື່ອນຮ່ວມຊາດ, ໃນການຊົກປ້ອງກັນຕຳແໜ່ງທີ່ສັງວຽນໃນສະໜາມ ເວມບລີຍ໌ມະຫານະຄອນລອນດອນ ປະເທດອັງກິດເມື່ອວັນທີ 23 ເມສາ 2022.

ໂດຍ ຟິວຣີ້ ໄດ້ປ່ອຍອັພເພີຣ໌ຄັດຂວາ ເຂົ້າໃສ່ໃບໜ້າຂອງໄວຕ໌ ຈົນລົ້ມລົງໄປກອງຢູ່ພື້ນເວທີໃນລະຫວ່າງການຊົກໃນຍົກທີ 6 ແລະເຖິງແມ່ນວ່າ ໄວຕ໌ຈະພະຍາຍາມລຸກຂຶ້ນໃນຂະນະກຳມະການພວມນັບ; ແຕ່ສຸດທ້າຍເຂົາກໍເຊເຂົ້າໄປອີງເຊືອກຈົນເຮັດໃຫ້ກຳມະການຕ້ອງຢຸດຕິການຊົກ.

ທັງນີ້, ຟິວຣີ້ ເຈົ້າຂອງສາຍາ ”ຢິປຊີຄິງ” ກໍ່ໄດ້ປະກາດວ່າ: ການຊົກຄັ້ງນີ້ອາດຈະເປັນໄຟຕ໌ສຸດທ້າຍຂອງຕົນ, ຫຼັງຈາກທີ່ເຄີຍຄາດການໄວ້ເມື່ອກ່ອນໜ້ານີ້ ແລະວ່າທີ່ຜ່ານມາ, ຕົນຕ້ອງເດີນທາງໄກ ແລະຕ້ອງອອກຈາກບ້ານໄປເປັນເວລາດົນນານຫຼາຍຄັ້ງ; ແຕ່ກໍຄິດວ່າຕົວເອງໄດ້ເຮັດໃນສິ່ງທີ່ຕົນຕ້ອງການຢ່າງຄົບຖ້ວນແລ້ວ, ຈິ່ງຕັ້ງໃຈທີ່ຈະແຂວນນວມໃນຖານະນັກຊົກຄົນທີ 2 ໃນປະຫວັດສາດຂອງວົງການມວຍໂລກຮຸ່ນເຮຟວີ້ເວຕ ທີ່ເຄີຍແຂວນນວມດ້ວຍສະຖິຕິບໍ່ເຄີຍພ່າຍແພ້ໃຜ, ຕໍ່ຈາກ ຣ໊ອກກີ້ ມາຣ໌ເຊຍໂນ ຕຳນານໝັດຜູ້ລ່ວງລັບ.

ສຳລັບ ຟິວຣີ້ ມີສະຖິຕິການຊົກມວຍອາຊີບ33ໄຟຕ໌, ໂດຍຊົກຊະນະ32ໄຟຕ໌. ໃນນັ້ນ, ເປັນການຊະນະນ໊ອກ 23 ໄຟຕ໌, ນອກນັ້ນແມ່ນຊະນະຄະແນນ ແລະ ສະເໝີ 1 ໄຟຕ໌.

ຢ່າງໃດກໍຕາມ, ຖ້າຫາກ ຟິວຣີ້ ແຂວນນວມຕອນນີ້, ເຂົາກໍ່ຈະພາດໂອກາດຂຶ້ນຊົກເພື່ອຄອງສາຍແອວແຊມປ໌ຂອງສະຖາບັນຫຼັກທັນທີ; ແຕ່ທັງນີ້, ຢິປຊີຄິງກໍ່ລະບຸວ່າ: ຕົນໄດ້ສັນຍາໄວ້ກັບພັນລະຍາກ່ອນທີ່ຈະຂຶ້ນຊົກກັບ ດີອອນເທຍ໌ ໄວລ໌ເດີຣ໌ ເມື່ອເດືອນຕຸລາປີຜ່ານມາແລ້ວວ່າຈະຢຸດຕິການຊົກມວຍ; ແຕ່ພໍໄດ້ໂອກາດຂຶ້ນຊົກທີ່ ເວມບລີຍ໌ ໃນຄັ້ງນີ້, ກໍ່ເລີຍຮັບຂໍ້ສະເໜີໄວ້ເພື່ອເປັນການຕອບແທນບັນດາແຟນມວຍ.