ສຳເລັດກອງປະຊຸມປະຈໍາປີຂອງຄະນະ ສສຊ ປະຈໍາແຂວງຄໍາມ່ວນ

ເມື່ອວັນທີ 22 ເມສາ 2022, ທີ່ຫ້ອງປະຊຸມຫ້ອງວ່າການແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມປະຈຳປີ 2021 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ. ໂດຍການເປັນຄະນະປະທານຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກຮອງປະທານສະພາແຫ່ງຊາດສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ຕາງໜ້າພະແນກການ ແລະບັນດາແຂກຖືກເຊີນ ເຂົ້າຮ່ວມ.

ຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ໂດຍຍົກໃຫ້ເຫັນເຖິງຜົນສຳເລັດ, ດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການເຄື່ອນໄຫວປະຕິບັດໜ້າທີ່ໃນຖານະເປັນຕົວແທນແຫ່ງສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າຕາມພາລະບົດບາດສິດ ແລະໜ້າທີ່ໆໄດ້ກຳນົດໄວ້ໃນລັດຖະ ທຳມະນູນ ແລະ ກົດໝາຍ. ເປັນຕົ້ນແມ່ນການຄົ້ນຄວ້າປະກອບຄໍາເຫັນຕໍ່ການພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ, ພ້ອມທັງນຳເອົາມະຕິຂອງກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ມາເຜີຍແຜ່ ແລະ ຈັດຕັ້ງປະຕິບັດເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຕິດຕາມ, ຊຸກຍູ້ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການຈັດຕັ້ງຢູ່ຂັ້ນທ້ອງຖິ່ນ, ປະສານສົມທົບກັບສະພາປະຊາຊົນແຂວງ, ອົງການປົກຄອງທ້ອງຖິ່ນໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄດ້ຮັບຜົນສໍາເລັດຫຼາຍດ້ານ. ເປັນຕົ້ນແມ່ນການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ດ້ານນິຕິບັນຍັດ, ໄດ້ເຂົ້າຮ່ວມການທາບທາມກົດໝາຍ 6 ສະບັບ, ຮ່າງກົດໝາຍ 9 ສະບັບ ແລະ ນິຕິກໍາໃຕ້ກົດໝາຍ 4 ສະບັບ. ໄປຄຽງຄູ່ກັນນັ້ນ, ການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ດ້ານການຕົກລົງບັນຫາຂອງຊາດ, ການປະຕິບັດສິດ, ໜ້າທີ່ດ້ານການຕິດຕາມ, ກວດກາ ແລະວຽກງານດ້ານຕ່າງໆທີ່ຕິດພັນກັບພາລະບົດບາດການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດກໍໄດ້ຮັບການຈັດຕັ້ງປະຕິບັດ ແລະມີຜົນສໍາເລັດເປັນກ້າວໆ.

ກອງປະຊຸມຄັ້ງນີ້, ໄດ້ປະກອບຄຳຄິດຄຳເຫັນ, ພິຈາລະນາ ແລະ ຮັບຮອງເອົາທິດທາງແຜນການເຄື່ອນໄຫວປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານໄລຍະ 5 ປີ (2021-2025 ) ເພື່ອຄວາມຮັດກຸມຖືກຕ້ອງ, ສອດຄ່ອງ ແລະ ເອກະພາບ ໃນການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນທີ່ວາງໄວ້. ໂອກາດດຽວກັນ, ຍັງໄດ້ຮັບຟັງການເຜີຍແຜ່ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ຈຳນວນໜຶ່ງ ຊຶ່ງປະກອບມີ: ມະຕິວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ມະຕິວ່າດ້ວຍການປະສານງານລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ແລະບົດບັນທຶກກອງປະຊຸມປຶກສາຫາລືວຽກງານກົງຈັກເສນາທິການສະພາປະຊາຊົນຂັ້ນແຂວງ, ນະໂຍບາຍຕໍ່ສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນຂັ້ນແຂວງ.