ເວີລດ໌ແບງກ໌ເຕືອນ ວິກິດອາຫານໂລກຈະແກ່ຍາວໄປເຖິງປີໜ້າ

ລາຄາອາຫານທີ່ປັບຕົວສູງຂຶ້ນຍິ່ງຊໍ້າຕື່ມຊີວິດການເປັນຢູ່ຂອງກຸ່ມຄົນທຸກຍາກ ແລະຜູ້ມີລາຍໄດ້ໜ້ອຍໃຫ້ຕ້ອງຜະເຊີນບັນຫາໜັກໜ່ວງເຂົ້າໄປອີກເພາະມັນໄດ້ກົດດັນບັນຫາລາຍໄດ້ທີ່ມີບໍ່ພຽງພໍຕໍ່ຄ່າໃຊ້ຈ່າຍປະຈຳວັນທັງຈະສົ່ງຜົນຕໍ່ສຸຂະພາບຂອງປະຊາກອນຜູ້ທຸກຍາກເນື່ອງຈາກເຂົາເຈົ້າຈະຫັນໄປເພິ່ງພາອາຫານທີ່ມີຄຸນຄ່າທາງໂພຊະນາການຕໍ່າ.

ທັງນີ້ຄືຂໍ້ກັງວົນຂອງທະນາຄານໂລກ ຫຼື ເວີລດ໌ແບງກ໌(World Bank) ຊຶ່ງອອກມາເຕືອນເລື່ອງວິກິດອາຫານໂລກທີ່ຄາດວ່າຈະເປັນບັນຫາແກ່ຍາວໄປຈົນເຖິງປີໜ້າ.

ລາຍງານຂ່າວຕ່າງປະເທດ ໃນວັນທີ 21 ເມສາ 2022 ໄດ້ລະອ້າງຄຳກ່າວຂອງທ່ານ ເດວິດ ມັລພາສ ປະທານທະນາຄານໂລກຊຶ່ງລະບຸໃນລະຫວ່າງການປະຊຸມປະຈຳລະດູໃບໄມ້ປົ່ງ 2022 ຂອງກອງທຶນການເງິນລະຫວ່າງປະເທດ (IMF) ແລະ ເວີລດ໌ແບງກ໌ທີ່ຈັດຂຶ້ນເມື່ອວັນພຸດ ທີ20 ເມສາ 2022. ໂດຍປະທານທະນາຄານໂລກໄດ້ກ່າວວ່າ ການສູ້ຮົບລະຫວ່າງຣັສເຊຍ ແລະ ຢູເຄຣນ ສົ່ງຜົນກະທົບຕໍ່ເສດຖະກິດໂລກໃນນັ້ນກໍ່ເຮັດໃຫ້ລາຄາອາຫານປັບຕົວສູງຂຶ້ນຊຶ່ງກະທົບຕໍ່ປາກທ້ອງຂອງຄົນທີ່ມີຖານະທຸກຍາກທີ່ສຸດ ແລະວິກິດການຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານກໍ່ຈະຄອບຄຸມໄລຍະເວລາຫຼາຍເດືອນ ແລະອາດຈະຍືດເຍື້ອໄປເຖິງປີ 2023.

ປັດຈຸບັນນີ້ລາຄາອາຫານໄດ້ປັບຕົວຂຶ້ນແລ້ວ 37% ເມື່ອທຽບກັບປີທີ່ຜ່ານມາ ແລະ ປັບຕົວຂຶ້ນຫຼາຍກວ່າດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງຖືເປັນສັນຍານເຕືອນສຳຄັນເພາະມັນໄດ້ກາຍເປັນຕົວຊີ້ບອກວ່າບັນຫາທີ່ເກີດຂຶ້ນນີ້,ສົ່ງຜົນກະທົບຕໍ່ຄົນທຸກຍາກຂະໜາດໃດຈາກບັນຫາທີ່ພວກເຂົາຕ້ອງຈ່າຍເງິນອອກໄປຊື່ອາຫານຈຳເປັນໃນມູນຄ່າຫຼາຍກວ່າລາຍຮັບທີ່ຫາໄດ້.

ປະທານເວີລດ໌ແບງກ໌ ກ່າວຕື່ມວ່າພາວະຂາດແຄນອາຫານພະລັງງານ ແລະປຸ໋ຍ ຊຶ່ງເປັນສິ່ງສຳຄັນຕໍ່ທຸກຊີວິດ ແລະຕໍ່ຂະບວນການຜະລິດກະສິກຳຊື່ງມັນກຳລັງສ້າງວິກິດການຄວາມບໍ່ໝັ້ນຄົງທາງດ້ານອາຫານທັງຈະແກ່ຍາວໄປອີກດົນບັນຫາລາຄາອາຫານແພງສົ່ງຜົນກະທົບໜັກຕໍ່ຜູ້ມີລາຍໄດ້ໜ້ອຍໂດຍສະເພາະແມ່ນກຸ່ມຄົນທີ່ອາໃສຢູ່ຊົນນະບົດ.ຕ່ອງໂສ້ຂອງບັນຫາທີ່ເກາະຫ້ອຍໄປເຖິງແຫຼ່ງທີ່ມາຂອງໂພຊະນາການສົ່ງຜົນໃຫ້ປະຊາຊົນຜູ້ທຸກຍາກຕ້ອງເລືອກບໍລິໂພກອາຫານທີ່ມີຄຸນຄ່າຕໍ່າເພາະເປັນທາງເລືອກທີ່ຊ່ວຍປະຢັດຄ່າໃຊ້ຈ່າຍໃນຄົວເຮືອນ.

ຢ່າງໃດກໍຕາມເພື່ອຊ່ວຍຜ່ອນຄາຍວິກິດການດ້ານອາຫານທະນາຄານໂລກຈຶ່ງໄດ້ຈັດສັນງົບປະມານອຸດໜູນໃນວົງເງິນ 1,7 ແສນລ້ານໂດລາສະຫະລັດ ສຳລັບໄລຍະ 15 ເດືອນຂ້າງໜ້າ ຊຶ່ງນັບເປັນການຈັດສັນເງິນກ້ອນໃຫຍ່ທີ່ສຸດຂອງເວີລດ໌ແບງກ໌ຂະນະດຽວກັນ ທ່ານ ມັລພາສ ກໍ່ລະບຸຕື່ມວ່າ ທະນາຄານໂລກຈະຈັດສັນງົບປະມານ 1,1 ໝື່ນລ້ານໂດລາ ໃຫ້ກັບໂຄງການວັຄຊີນປ້ອງກັນໂຄວິດ-19 ໃນ 81 ປະເທດພາຍໃນສິ້ນເດືອນມິຖຸນາປີນີ້.