ເຄື່ອນຂະບວນແລ້ວ ລົດໄຟສິນຄ້າຈີນ-ຫວຽດນາມ ຫຍໍ້ເວລາເດີນທາງໄວເຂົ້າ 3 ວັນ

ຂະບວນລົດໄຟສິນຄ້າ ເສັ້ນທາງ(ເສິງຕູ-ຫວຽດນາມ)ທີ່ຂົນສົ່ງສິນຄ້າລະຫວ່າງຈີນ - ຫວຽດນາມ ໂດຍໄດ້ເຄື່ອນຂະບວນທຳອິດເມື່ອອາທິດທີ່ຜ່ານມາ, ເພື່ອຂົນສົ່ງຊິ້ນສ່ວນຄອມພິວເຕີຣ໌ ຍີ່ຫໍ້ ເດລລ໌. ຊຶ່ງເດີນທາງອອກຈາກທ່າລົດໄຟນານາຊາດ ເມືອງເສິງຕູ ໃນມົນທົນ ເສສວນທາງຕາເວັນຕົກສຽງໃຕ້ຂອງຈີນ ແລະຈະເຖິງປາຍທາງ ທີ່ຫວຽດນາມໃນວັນຈັນໜ້າ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 18 ເມສາ 2022 ໂດຍອ້າງການເປີດເຜີຍຂອງສຳນັກຂ່າວຊິນຫົວ ຊຶ່ງລະບຸວ່າ: ລົດໄຟຂະບວນນີ້ເປັນລົດໄຟສາຍທຳອິດທີ່ແລ່ນອອກຈາກພູມີພາກຕາເວັນຕົກຂອງຈີນສູ່ຫວຽດນາມ, ດ້ວຍໄລຍະທາງປະມານ 1.841 ກິໂລແມັດ ແລະ ເປັນເສັ້ນທາງນອກ ສປ ຈີນ ປະມານ 130 ກິໂລແມັດ. ຊຶ່ງໄດ້ແລ່ນຂ້າມຊາຍແດນຈີນ ຜ່ານດ່ານລົດໄຟ ຜິງສຽງ ໃນເຂດປົກຄອງຕົນເອງ ກ່ວາງຊີຈ້ວງ ທາງຕອນໃຕ້, ໂດຍຈະໄປເຖິງສະຖານີປາຍທາງທີ່ຫວຽດນາມພາຍໃນໄລຍະເວລາ 7 ວັນ.

ຢ່າງໃດກໍດີ,ລົດໄຟສິນຄ້າລະຫວ່າງປະເທດຈາກເມືອງເສິງຕູ ຂອງຈີນ, ຖືເປັນການປັບປ່ຽນຮູບແບບການຂົນສົ່ງສິນຄ້າສູ່ຫວຽດນາມຕັ້ງແຕ່ຕົ້ນປີ 2022. ທັງນີ້, ກໍເພື່ອຕອບສະໜອງຄວາມຕ້ອງການຂອງບັນດາຜູ້ປະກອບການຜະລິດ, ໂດຍປ່ຽນຈາກແບບປະສົມລະຫວ່າງທາງລາງ-ທາງທະເລ ມາເປັນການຂົນສົ່ງທາງລົດໄຟພຽງຢ່າງດຽວ ແລະຕ້ອງໄດ້ມີການປ່ຽນຂະໜາດຄວາມກ້ວາງລາງລົດໄຟບໍລິເວນຊາຍແດນຈີນ - ຫວຽດນາມ.

ທາງດ້ານຕົວແທນຂອງ ເດລລ໌ ກໍ່ໃຫ້ຮູ້ວ່າບໍລິການລົດໄຟສິນຄ້າດັ່ງກ່າວຊ່ວຍຫຼຸດໄລຍະເວລາໃນການຂົນສົ່ງຈາກເມືອງເສິງຕູ ໄປສູ່ ຫວຽດນາມ ໄດ້ 2-3 ວັນ, ທັງຊ່ວຍຫຼຸດຄວາມສ່ຽງຈາກການຂົນສົ່ງທາງທະເລ ແລະ ຊ່ວຍຫຼຸດຕົ້ນທຶນຈາກຜູ້ປະກອບການ. ພ້ອມນັ້ນ, ຍັງເປັນການສະໜັບສະໜູນການຂະຫຍາຍຕະຫຼາດພູມີພາກເອເຊຍຕາເວັນອອກສຽງໃຕ້ອີກດ້ວຍ.