ລາວ-ຫວຽດ​ນາມ ເພີ່ມ​ທະ​ວີຄວາມຮ່ວມມືພັດທະນາການຄ້າຊາຍແດນ

ກອງ​ປະ​ຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ XII ໄດ້ຕີລາຄາສູງຜົນການຮ່ວມມືພັດທະນາການຄ້າຊາຍແດນລະຫວ່າງສອງປະເທດໃນໄລຍະຜ່ານມາ ບົນພື້ນຖານການປະຕິບັດເນື້ອໃນບົດບັນທຶກກອງປະຊຸມ ຄັ້ງທີ XI; ໃນ​ນີ້, ສອງຝ່າຍໄດ້ພ້ອມກັນຍົກເອົາວຽກງານການຄົ້ນຄວ້າປັບປຸງສັນຍາການຄ້າ ແລະ ສັນຍາການຄ້າຊາຍແດນເຂົ້າໃນຂອບວຽກການຮ່ວມມືທາງດ້ານເສດຖະກິດຂອງສອງລັດຖະບານໃນກອງປະຊຸມຄັ້ງທີ 42 ປີ 2020 ແລະ ຄັ້ງທີ 43 ປີ 2021 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ແລະ ໄດ້ຕົກ​ລົງ​ເຫັນ​ດີຮ່ວມກັນຄົ້ນຄວ້າສ້າງ “ຮ່າງ” ບົດບັນທຶກຄວາມເຂົ້າໃຈກ່ຽວກັບການພັດທະນາ ແລະເຊື່ອມໂຍງພື້ນຖານໂຄງລ່າງການຄ້າຊາຍແດນ ລາວ-ຫວຽດ ນາມ ຊຶ່ງລວມມີ ຕະຫຼາດຊາຍແດນ, ຕະຫຼາດນັດ, ສູນວາງສະແດງສິນຄ້າ, ຮ້ານສັບພະສິນຄ້າ, ສູນການຄ້າ ແລະ ວຽກງານອື່ນໆ ບົນເນື້ອໃນຈິດໃຈໃນການພັດທະນາຢ່າງສະເໝີພາບ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໂດຍສອດຄ່ອງກັບການພັດທະນາຕົວຈິງ ໃຫ້ສໍາເລັດໃນ ປີ 2022.

ກອງປະຊຸມຊຶ່ງຈັດຂຶ້ນເມື່ອ​ວັນ​ທີ 11 ເມ​ສາ 2022 ຖືເປັນກິດຈະກໍາໜຶ່ງໃນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລະ​ຫວ່າງ​ ລາວ-ຫວຽດ​ນາມ ກໍ​ຄື​ການ​ສະ​ເຫຼີມ​ສະຫຼອງສອງວັນປະຫວັດສາດຂອງສອງຊາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022).

ໂດຍ​ການ​ເປັນ​ປະ​ທານຮ່ວມລະ​ຫວ່າງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຫງຽນ ຮົງ ຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ, ມີຄະ​ນະ​ຜູ້ແທນຂັ້ນສູງ​ທັງ​ສອງ​ຝ່າຍ ຕະຫຼອດ​ຮອດ​ນັກ​ທຸ​ລະ​ກິດ​ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ອີງຕາມຂໍ້ມູນ, ການນໍາເຂົ້າ-ສົ່ງອອກສິນຄ້າລະຫວ່າງ ລາວ ແລະ ຫວຽດນາມ ແຕ່ປີ 2018 ຫາປີ 2021 ເຫັນວ່າ: ມູນຄ່າການຄ້າ ສາມາດບັນລຸໄດ້ 4,5 ຕື້ໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກຂອງລາວໄປຫວຽດນາມ ບັນລຸໄດ້ 2,1 ຕື້ໂດລາ ແລະ ການນໍາເຂົ້າຂອງລາວຈາກຫວຽດນາມ ບັນລຸໄດ້ 2,4 ຕື້ໂດລາ. ຊຶ່ງກ່ອນໜ້າການລະບາດຂອງພະຍາດໂຄວິດ-19, ສະພາບການຄ້າສອງຝ່າຍລະຫວ່າງ ລາວ-ຫວຽດນາມ ມີການຂະຫຍາຍຕົວຕາມຄາດໝາຍທີ່ສອງລັດຖະ ບານວາງອອກກໍຄືສາມາດບັນລຸເປົ້າໝາຍອັດຕາການຂະຫຍາຍຕົວຂອງມູນຄ່າການຄ້າຢ່າງໜ້ອຍ 10% ຕໍ່ປີ, ແຕ່ມາໃນປີ 2020 ມູນຄ່າການຄ້າສອງຝ່າຍໄດ້ຫຼຸດລົງ (-11,5%) ທຽບໃສ່ປີ 2019.

ຢ່າງໃດກໍດີ, ຍ້ອນສາຍພົວພັນອັນແໜ້ນແຟ້ນຂອງ ສປປ ລາວ ແລະ ສສ ຫວຽດນາມ, ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກ ເປັນແຕ່ລະໄລຍະ, ສົ່ງຜົນເຮັດໃຫ້ມູນຄ່າການຄ້າລະຫວ່າງສອງປະເທດມີການຂະຫຍາຍຕົວແບບກ້າວກະໂດດ, ໃນ​ປີ 2021 ສາມາດບັນລຸໄດ້ 1,37 ຕື້ໂດລາ ເພີ່ມຂຶ້ນ 33,32% ທຽບໃສ່ ປີ​ 2020 ລື່ນຄາດໝາຍທີ່ສອງລັດຖະບານໄດ້ວາງໄວ້ ແລະ ຖືເປັນມູນຄ່າການຄ້າສອງຝ່າຍ ລາວ-ຫວຽດນາມ ທີ່ສູງທີ່ສຸດໃນໄລຍະ 10 ປີຜ່ານມາ. ໃນນັ້ນ, ສັງເກດເຫັນວ່າມີບາງລາຍການສິນຄ້າ ຂອງປີ 2021 ທຽບໃສ່ປີ 2020 ມີອັດຕາການນໍາເຂົ້າ-ສົ່ງອອກເພີ່ມຂຶ້ນເຊັ່ນ: ສິນຄ້ານໍາເຂົ້າຈາກຫວຽດນາມ ປະເພດນໍ້າມັນເຊື້ອໄຟ ເພີ່ມຂຶ້ນ 96,69%, ຝຸ່ນ (ປຸ໋ຍ) ເພີ່ມຂຶ້ນ 353,4%, ສາຍໄຟຟ້າເພີ່ມຂຶ້ນ 552,59%. ​ສ່ວນສິນຄ້າສົ່ງອອກໄປຫວຽດ ນາມ ປະເພດຜັກ ແລະໝາກໄມ້ເພີ່ມຂຶ້ນ 420,7%, ແຮ່ທາດ ເພີ່ມຂຶ້ນ 285,77%, ຝຸ່ນ (ປຸ໋ຍ) ເພີ່ມຂຶ້ນ 142,56%, ຢາງພາລາເພີ່ມຂຶ້ນ 101,72%.

ທັງນີ້, ກອງ​ປະ​ຊຸມໄດ້​​ປຶກ​ສາ​ຫາ​ລື ແລະເປັນ​ເອ​ກະ​ພາບ​ກັນໃນບັນຫາສໍາຄັນຄື: ຮ່ວມປຶກສາຫາລືດ້ານນການກວດກາຄືນບັນດາເນື້ອໃນສັນຍາ,ຂໍ້ຕົກລົງ ແລະບົດບັນທຶກຮ່ວມກັນທີ່ເຫັນວ່າຍັງບໍ່ສອດຄ່ອງກັບສະພາບການຮ່ວມມືໃນ​ປັດຈຸບັນ ເຊັ່ນ: ສັນຍາສິນຄ້າຜ່ານແດນ ລາວ-ຫວຽດນາມ, ອະນຸສັນຍາເພື່ອປັບປຸງສັນຍາສິນຄ້າຜ່ານແດນ ລາວ-ຫວຽດນາມ, ຂໍ້ຕົກລົງຮ່າໂນ້ຍ 2007 ກ່ຽວກັບການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ຄົນ, ພາຫະນະ ແລະສິນຄ້າ; ປຶກສາຫາລືເພື່ອປັບປຸງກົນໄກການປະສານງານ ໃນການຈັດຕັ້ງຜັນຂະຫຍາຍບັນດາເນີ້ືອໃນສັນຍາ, ຂໍ້ຕົກລົງ, ບົດບັນທຶກ ແລະ ເອກະສານອື່ນໆທີ່ມີຮ່ວມກັນໃຫ້ໄດ້ຮັບປະສິດທິຜົນສູງສຸດ ໂດຍສະເພາະການແກ້ໄຂບັນຫາທີ່ເກີດຂຶ້ນຈາກການປະຕິບັດເນື້ອໃນສັນຍາ ໃນໄລຍະຜ່ານມາ; ການຕີລາຄາຮ່ວມກັນຂອງທັງສອງຝ່າຍ ເພື່ອແນໃສ່ການຖອດຖອນໄດ້ຈຸດດີ, ຈຸດອ່ອນ ແລະຂໍ້ຄົງຄ້າງໃນວຽກງານພັດທະນາການຄ້າຊາຍແດນໃນໄລຍະຜ່ານມາ ແລະ ຮ່ວມກັນຊອກຫາແນວທາງ, ວາງມາດຕະການໃນການແກ້ໄຂໃນຕໍ່ໜ້າ; ສືບຕໍ່ປັບປຸງກົນໄກປະສານງານໃນການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າລະຫວ່າງສອງປະເທດ, ພ້ອມທັງຄົ້ນຄວ້າແກ້ໄຂສິ່ງອຸດຕັນຕ່າງໆ, ໃຫ້ຊຸກຍູ້ສົ່ງເສີມການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ບັນລຸຕາມຄາດໝາຍທີ່ສອງຝ່າຍໄດ້ກໍານົດໃນແຕ່ລະປີ. ຮ່ວມປຶກສາຫາລື ແລະຄົ້ນຄວ້າສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານສົ່ງເສີມການລົງທຶນທີ່ຕິດພັນກັບວຽກງານການຄ້າ, ຊຸກຍູ້ສົ່ງເສີມໃຫ້ມີການລົງທຶນ ເຂົ້າໃນຂົງເຂດການຜະລິດ ແລະປຸງແຕ່ງຢູ່ແຕ່ລະປະເທດເພື່ອສ້າງຜະລິດຕະພັນ ແລະແລກປ່ຽນສິນຄ້າໃຫ້ໄດ້ຫຼາຍຂຶ້ນເພື່ອປະກອບສ່ວນສ້າງມູນຄ່າການຄ້າລະຫວ່າງສອງຝ່າຍໃຫ້ນັບມື້ນັບເພີ່ມຂຶ້ນ.