ເລຂາທິການໃຫຍ່ ຂຶ້ນຄອບໄຂ່ວອົງພຣະສັກສິດ ທີ່ຫຼວງພຣະບາງ

ໃນວັນທີ 17 ເມສາ 2022 ທີ່ນະຄອນຫຼວງພຣະບາງ, ໄດ້ມີພິທີຄອບໄຂ່ວ ພຣະສັກສິດ ທັງສາມອົງ, ເພື່ອຂໍພອນ ອົງພຣະບາງ ພຸທທະລາວັນ (ພຣະບາງ ທີ່ຫໍພຣະບາງ); ພຣະບາງ ເທວະຣາຊ (ພຣະບາງ ໃນຫໍພິພິທະພັນ ຫລວງພຣະບາງ) ແລະ  ພຣະເຈົ້າໝ່ານ ທີ່ວັດຊຽງທອງ.

ໃນພິທີສຳຄັນນີ້, ໂດຍພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະຄະນະ, ໄດ້ເຂົ້າຮ່ວມພິທີອະຣາດທະນາອົງພຣະບາງ ຢູ່ຫໍພິພິທະພັນແຫ່ງຊາດ ຫຼວງພຣະບາງ (ຫໍພຣະບາງ) ໂດຍມີການນຳຂັ້ນແຂວງ, ຂັ້ນນະຄອນ, ຂັ້ນເມືອງ ແລະຄະນະ ອພສ ແຂວງຫຼວງພຣະບາງ, ຕະຫຼອດຮອດນາຍບ້ານ ແລະປະຊາຊົນໃນທ້ອງຖິ່ນ.

ທຸກໆຂວບລະດູປີກໍ່ຈະນ້ອມອະຣາດທະນາອົງພຣະເຈົ້າສັກສິດຕາມຫໍ, ຕາມວັດວາອາຮາມ ລົງມາຫົດສົງ; ແຕ່ໃນປີນີ້ກໍຍັງມີສະພາບລະບາດຂອງພະຍາດໂຄວິດ-19 ຈິ່ງບໍ່ມີພິທີການອະຣາດລົງຫົດສົງ; ແຕ່ຜູ້ອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ຜູ້ຫຼັກຜູ້ໃຫຍ່ ກໍ່ຍັງຄົງໄວ້ຊຶ່ງພິທີຄອບໄຂ່ວ ຕາມຮີດຄອງ, ປະເພນີດີງາມ. ຊຶ່ງພາຍຫຼັງພິທີຄອບໄຂ່ວ, ຫົດສົງ ກໍປາກົດວ່າຟ້າຝົນໄດ້ອຳນວຍຄວາມຊຸ່ມຊື່ນຢູ່ຫຼວງພຣະບາງ, ນະຄອນຫຼວງວຽງຈັນ ແລະທົ່ວປະເທດ, ສ້າງຄວາມຊຸ່ມເຢັນໃຫ້ແກ່ປວງປະຊາຊົນລາວທັງຫຼາຍ ເພື່ອປັດເປົ່າໃຫ້ຜູ້ຄົນ,ບ້ານເມືອງພົ້ນໄພຈາກໂຣຄາພະຍາດ, ພົ້ນຈາກໄພພິບັດຕ່າງໆ.

ຫຼັງຈາກມີພິທີຄອບໄຂ່ວພຣະພຸທທະລາວັນ (ພຣະບາງ) ແລະ ພຣະເທວະຣາຊ (ພຣະບາງ) ແລ້ວ, ຝ່າຍສົງ ໂດຍມີສາທຸໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ປະທານ ອພສ ແຂວງຫຼວງພຣະບາງ ແລະສາທຸຄຳພັນ ເຈົ້າອະທິການວັດຊຽງທອງ, ຝ່າຍຄະຣາວາດ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແລະ ທ່ານປ້າ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ, ກໍ່ເຂົ້າ ຂາບໄຫວ້ ແລະຫົດສົງ ຄອບໄຂ່ວພຣະເຈົ້າໝ່ານ ທີ່ວັດຊຽງທອງ ນະຄອນຫຼວງພຣະບາງ, ເພື່ອສືບສານຮີດຄອງປະເພນີດີງາມ ແລະພິທີກັມສັກສິດ ເພື່ອເປັນສິຣິມົງຄຸນແກ່ບ້ານເມືອງ.