ຈັບລູກຈ້າງລັກຊັບນາຍຈ້າງ

ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ກັກຕົວທ້າວ ນົກ ອາຍຸ 26 ປີ, ກໍາມະກອນ, ບ້ານຫ້ວຍ ແກ້ວເມືອງຄໍາເກີດ ແຂວງບໍລິຄໍາໄຊປະຈໍາຢູ່ຮ້ານຂອງນາງ ດາວັນ ໃນວັນທີ 4 ສິງຫາ 2021 ໃນຂໍ້ຫາລັກຊັບພົນລະເມືອງ (ຕູ້ເຊັບ) ມີເງິນ7.000,000ກີບ, 14.000 ຢວນ ແລະ 350 ໂດລາ, ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍ.

 ຜ່ານການສອບສວນຜູ້ກ່ຽວຮັບສາລະພາບວ່າ: ພາຍຫຼັງນາຍຈ້າງອອກຈາກຮ້ານໄປວຽກໄດ້ປະລູກ 2 ຄົນໄວ້ ນໍາຕົນເປັນຄົນຮັບເບິ່ງແຍງຖ້າ,ໃນເວລາປະມານ17:00 ໂມງ ຂອງວັນທີ 2 ກັນຍາ 2021, ຕົນສັງເກດເຫັນປະຕູຫ້ອງ ບໍ່ໄດ້ລ໋ອກ, ຈຶ່ງເຂົ້າໄປເບິ່ງແລ້ວລັກເອົາ ຕູ້ເຊັບນໍາໄປເຊືອງໄວ້ປ່າແຖວໃກ້ເຮືອນ ຮອດເວລາ 20:00 ໂມງ,ນາຍຈ້າງກັບມາເຮືອນແລ້ວບໍ່ເຫັນຕູ້ເຊັບຈິ່ງໄດ້ແຈ້ງຄວາມ, ຮອດເວລາ 01:00 ໂມງ ຂອງວັນທີ 4 ກັນຍາ 2021 ຕົນໄດ້ ຊອກເຫຼັກໄປງັດຕູ້ເຊັບແລ້ວເອົາເງິນໄປຊຸກເຊື່ອງໄວ້ຄອກໝູໂດຍບໍ່ໄດ້ນັບຈຳນວນຮອດເວລາປະມານ 10:00 ໂມງ ຂອງວັນດຽວກັນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ແລະຕົນໄດ້ພາເຈົ້າໜ້າທີ່ໄປເອົາທີ່ຊຸກເຊື່ອງໄວ້ຢູ່ບ່ອນດັ່ງກ່າວ.

   ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມດຳເນີນຕາມຂັ້ນຕອນຂອງກົດໝາຍ, ສ່ວນເງິນທີ່ເກັບກູ້ໄດ້ຄືນວັນທີ 6 ກັນຍາ 2021 ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງໄດ້ນຳເງິນດັ່ງກ່າວມອບໃຫ້ຜູ້ເສຍຫາຍຕາງໜ້າມອບໂດຍທ່ານ ພັທ ຄຳປ່ຽນ ອຸດົມວິໄລ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສີໂຄດຕະບອງຕາງໜ້າຮັບໂດຍນາງ ດາວັນ.