ເອຊີລີດາເປີດໃຊ້ຖອນເງິນດ່ວນ ຜ່ານ ເອຊີລີດາໂມບາຍ ແອັບພິເຄຊັນ

ແອັບເທິງມືຖື ຫຼື ການບໍລິການເທິງມືຖືແມ່ນການບໍລິການທີ່ໃຫ້ບໍລິການໂດຍທະນາຄານ ຫຼືສະຖາບັນການເງິນອື່ນໆທີ່ຊ່ວຍໃຫ້ລູກຄ້າສາມາດດຳເນີນທຸລະກຳທາງດ້ານການເງິນໄດ້ໂດຍໃຊ້ອຸປະກອນມືຖືເຊັ່ນ: ໂທລະສັບສະມາດໂຟນ ຫຼືແທັບເລັດ ເຊິ່ງສາມາດເຮັດທຸລະກຳໄດ້ຕະຫຼອດ 24 ຊົ່ວໂມງ.

ທະນາຄານ ເອຊີລີດາ ລາວ ຈຳກັດ, ປະຊາທະນາຄານທີ່ທ່ານໄວ້ວາງໃຈ ແລະມີວິໄສທັດເປັນຜູ້ນໍາໃນດ້ານທະນາຄານເພື່ອທຸລະກິດຂະໜາດນ້ອຍ ແລະຂະໜາດກາງໃນ ສປປ ລາວ ໄດ້ຖືເປັນກຽດຢ່າງຍິ່ງທີ່ຈະແຈ້ງມາຍັງລູກຄ້າ ແລະ ປະຊາຊົນໄດ້ຮັບຊາບຢ່າງທົ່ວເຖິງກັນວ່າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແລະ ປະຊາຊົນ ແລະເພື່ອສອດຄ່ອງກັບການຂະຫຍາຍຍຸດທະສາດດິຈິຕອນຂອງທະນາຄານ ແລະ ເພື່ອຮອງຮັບຄວາມຕ້ອງການການບໍລິການດ້ານການເງິນດິຈິຕອລ, ທະນາຄານໄດ້ເປີດນຳໃຊ້ບໍລິການຖອນເງິນດ່ວນຜ່ານເອຊີລີດາໂມບາຍເຊິ່ງອຳນວຍຄວາມສະດວກໃຫ້ກັບລູກຄ້າໃນການເຮັດທຸລະກຳການຖອນເງິນໂດຍທີ່ບໍ່ຕ້ອງເຂົ້າມາທະນາຄານເອຊີລີດາໂມບາຍແມ່ນແອັບພິເຄຊັນບໍລິການເທິງມືຖື (FinTech) ທີ່ນຳໃຊ້ລະບົບ iOS, Android ແລະ AppGallery ເຊິ່ງລູກຄ້າສາມາດເຮັດທຸລະກຳທາງດ້ານການເງິນຜ່ານໂທລະສັບມືຖືໄດ້ຢ່າງສະດວກສະບາຍ ແລະປອດໄພ ໄດ້ທຸກວັນ ທຸກທີ່ ທຸກເວລາ.

ທ່ານ ລັດສະໝີ ຫງວນ, ຜູ້ອຳນວຍການໃຫຍ່ຂອງທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ກ່າວວ່າ "ເປັນເວລາຫຼາຍກວ່າ 04 ປີແລ້ວ ທີ່ທະນາຄານ ເອຊີລີດາ ລາວ ໄດ້ໃຫ້ການບໍລິການ ເອຊີລີດາໂມບາຍ ແລະ ສືບຕໍ່ພັດທະນາຟັງຊັນທີ່ມີຄວາມປອດໄພເພີ່ມເຕີມຂອງການບໍລິການຕ່າງໆຂອງທະນາຄານເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ປະຊາຊົນໃນຍຸກດິຈິຕອລ. ຈຸດປະສົງຂອງຟັງຊັ່ນເຫຼົ່ານີ້ເຮັດໃຫ້ເອຊີລີດາໂມບາຍກາຍເປັນຜູ້ໃຫ້ບໍລິການດ້ານການທະນາຄານເທິງໂທລະສັບມືຖືຢ່າງແທ້ຈິງ. ຈົນມາຮອດປັດຈຸບັນນີ້, ມີລູກຄ້າຫຼາຍກວ່າ 100,000 ຄົນທີ່ໃຊ້ ເອຊີລີດາໂມບາຍ”.

ຍີ່ງໄປກ່ວານັ້ນໃນສະພາບແວດລ້ອມດັ່ງກ່າວ, ລູກຄ້າຜູ້ທີ່ມີ ເອຊີລີດາໂມບາຍ ສາມາດໃຊ້ງານ ແລະເຂົ້າເຖິງການບໍລິການຂອງທະນາຄານທີ່ກ່ຽວຂ້ອງໄດ້ທຸກທີ່ ແລະ ທຸກເວລາໂດຍບໍ່ຕ້ອງເຂົ້າມາຫ້ອງການຂອງ ທະນາຄານ ເພາະເອຊີລີດາໂມບາຍ ມີຫຼາກຫຼາຍຟັງຊັ່ນທີ່ຊ່ວຍໃຫ້ລູກຄ້າສາມາດໃຊ້ບໍລິການທະນາຄານເຊັ່ນ: ລົງທະບຽນເງິນກູ້ຜ່ານແອັບ, ການຖອນເງິນດ່ວນ, ການຊຳລະໃບບິນ (ນໍ້າປະປາ, ອີອອນ, ກຸງສີ, ໂຊກໄຊ, ພຣູເດັນໂຊລ໌ ປະກັນໄພຊີວິດ ແລະອື່ນໆ), ການຕື່ມມູນຄ່າໂທ (ລາວໂທລະຄົມ, ອີທີແອວ ແລະ ອື່ນໆ), ການໂອນເງິນ (ລະຫວ່າງບັນຊີ, ໝາຍເລກໂທລະສັບມືຖື, ເອຊີລີດາ ວໍເລັດ, ບັນຊີຂອງບຸກຄົນອື່ນ ແລະ ອື່ນໆ), ການຊຳລະ P2P, ການສະແກນ QR ເພື່ອຊຳລະ ຫຼືຈ່າຍ, ລະຫັດ QR ຂອງຂ້ອຍ, ກວດສອບຍອດເງິນໃນບັນຊີ ແລະລາຍການທຸລະກຳຫຼ້າສຸດ, ຊອກຫາທີ່ຕັ້ງ (ຕູ້ເອທີເອັມ, ສາຂາ ແລະ ຫ້ອງການ), ອັດເດດຂໍ້ມູນຂ່າວສານ ແລະ ອີກຫຼາກຫຼາຍຟັງຊັ່ນໃໝ່ໆໃນໄວໆນີ້.

ໃນລະດັບພູມີພາກ, ກຸ່ມເອຊີລີດາມີ ທະນາຄານ ເອຊີລີດາ ມະຫາຊົນ ເຊິ່ງເປັນບໍລິສັດແມ່ ແລະ ມີ 4 ບໍລິສັດລູກທີ່ດຳເນີນທຸລະກິດໃນປະເທດກຳປູເຈຍ, ລາວ ແລະ ມຽນມາ ທີ່ໃຫ້ບໍລິການລູກຄ້າຫລາຍລ້ານຄົນ ແລະບໍລິການໂອນເງິນໄປທົ່ວໂລກ.

ເນື່ອງໃນໂອກາດປີໃຫມ່ລາວທີ່ຈະມາເຖີງ, ຂ້າພະເຈົ້າ ຜູ້ອຳນວຍການໃຫຍ່ທະນາຄານ ເອຊີລີດາ ລາວ ຈຳກັດ ຂໍອວຍພອນໄຊອັນປະເສີດມາຍັງທະນາຄານແຫ່ງ ສ ປປ ລາວ, ບັນດາຜູ້ຖືຮຸນ, ພະນັກງານທະນາຄານໂດຍສະເພາະລູກຄ້າທຸກໆທ່ານຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ແລະປະສົບຜົນສຳເລັດໃນທຸລະກິດຕະຫລອດປີໃໝ່ນີ້.