ຂຽນໂດຍ: Hu Yuwei and Zhao Juecheng
ລົງພິມໃນເວລາ 20:26 ໂມງຂອງວັນທີ 28 ມີນາ 2022
ການຫັນເອົາບັນຫານໍ້າໃນແມ່ນໍ້າຂອງມາເປັນເລື່ອງການເມືອງຂອງສະຫະລັດອາເມລິກາໄດ້ເປັນກະແສຫຼາຍຂື້ນ ເພື່ອທຳລາຍຊື່ສຽງຂອງຈີນ ດ້ວຍການເປີດສາກສົງຄາມຄຳເວົ້າ ສູນສະຕິມສອນ (Stimson), ເປັນສະຖາບັນຄົ້ນຄວ້າທີ່ສະຫນັບສະຫນູນໂດຍສະຫະລັດ, ກ່າວຫາຈີນໃນເດືອນກຸມພາຜ່ານມາວ່າ ຈີນເປັນຜູ້ກັກນ້ຳຈໍານວນຫຼວງຫຼາຍ ແລະ ປະເທດລຸ່ມນ້ຳຂອງທີ່ຖືກຜົນກະທົບຈາກໄພແຫ້ງແລ້ງອາດຈະຕ້ອງໄດ້ຈ່າຍຄ່າເພື່ອໃຫ້ຈີນປ່ອຍນໍ້າມາໃຫ້ ອັນນີ້ແມ່ນຄວາມພະຍາຍາມຂອງສະຫະລັດອາເມລິກາເພື່ອສ້າງຂໍ້ຂັດແຍ່ງຢູ່ໃນຂົງເຂດນີ້.
ບົດລາຍງານທີ່ບໍ່ຖືກຕ້ອງ ແລະອະຄະຕິເຫຼົ່ານີ້ ມີເປົ້າຫມາຍເພື່ອສ້າງຂໍ້ຂັດແຍ່ງກ່ຽວກັບການສ້າງເຂື່ອນຂອງຈີນຢູ່ຕາມລຳແມ່ນ້ຳຂອງເພີ່ມຂຶ້ນ ໜັງສືພິມ ໂກໂບທາມ (Global Times) ຂອງຈີນ ຕັ້ງຄຳຖາມວ່າ ແມ່ນຫຍັງຄືເຫດຜົນຢູ່ເບື້ອງຫຼັງສົງຄາມແນວຄິດທີ່ມີການວາງແຜນຍາວນານອອກແບບໂດຍພະນັກລັດຖະບານສະຫະລັດອາເມລິກາ, ສະຖາບັນຄົ້ນຄວ້າ, ສື່ມວນຊົນ ແລະ ນັກເຄື່ອນໄຫວຂອງສະຫະລັດ.
ສະຫະລັດໄດ້ລົງທຶນມະຫາສານເຂົ້າໃນກະບອກສຽງຂອງສົງຄາມແນວຄິດ ແລະພະຍາຍາມຫັນເອົາເຂດອ່າງແມ່ນ້ຳຂອງໃຫ້ກາຍເປັນສະໜາມຮົບໃໝ່ຕ້ານຈີນ ແບບດຽວກັນກັບທະເລຈີນໃຕ້.
ໃຜກັນແທ້ທີ່ເປັນກະບອກສຽງ? ວິທີການຂອງພວກເຂົາແມ່ນແນວໃດ?
ຮ່ວມກັນໃສ່ຂໍ້ກ່າວຫາ
ສູນສະຕິມສອນ ສ້າງຕັ້ງຂຶ້ນຢູ່ເມືອງວໍຊິງຕັນດີຊີໃນປີ 1989 ແລະສະມາຊິກສ່ວນຫຼາຍເປັນອະດີດພະນັກງານລັດຖະບານສະຫະລັດ ແລະພະນັກງານລັດຖະບານທີ່ເຮັດວຽກຢູ່ໃນປະຈຸບັນ ເຊີ່ງເປັນໂຕຊີ້ວັດຫຼັກບົ່ງບອກການກ່າວຫາຂອງພວກເຂົາວ່າການສ້າງເຂື່ອນຂອງຈີນສ້າງຄວາມເສຍຫາຍຕໍ່ລະບົບນິເວດຢູ່ແມ່ນ້ຳຂອງຕອນລຸ່ມ.
ໃນປີ 2019, ທ່ານ Brian Eyler, ຜູ້ອໍານວຍການຂອງສູນ ສະຕິມສອນ ຮັບຜິດຊອບໂຄງການອາຊີຕາເວັນອອກສຽງໃຕ້, ໄດ້ພິມປຶ້ມຫົວຫນຶ່ງອອກ ມີຫົວຂໍ້ວ່າ ວັນສຸດທ້າຍຂອງແມ່ນ້ຳຂອງ (Last Days of the Mighty Mekong), ໃນນັ້ນທ່ານໄດ້ຍົກໃຫ້ເຫັນບັນຫາຕ່າງໆຂອງແມ່ນ້ຳຂອງຕອນລຸ່ມເຊັ່ນ ການເກັບກ່ຽວໝາກອະງຸ່ນຫຼຸດລົງ, ການຫຼຸດລົງຂອງນັກທ່ອງທ່ຽວ ແລະໄພແຫ້ງແລ້ງໃນອ່າງແມ່ນ້ຳຂອງ ບັນຫາເຫຼົ່ານີ້ເກີດຂຶ້ນຍ້ອນອ່າງນໍ້າຂອງເຕັມໄປດ້ວຍສານປົນເປື້ອນ ແລະມີສິ່ງເສດເຫຼືອທີ່ເພີ່ມຂຶ້ນ ສ່ວນໃຫຍ່ແມ່ນ ມີສາເຫດມາຈາກການສ້າງເຂື່ອນຂອງຈີນຢູ່ຕອນເທິງຂອງແມ່ນ້ຳນີ້.
ຢູ່ຫນ້າທີ 384 ຂອງປື້ມນີ້ ແມ່ນຈຸດເລີ່ມຕົ້ນຂອງການບຸກໂຈມຕີຈີນຂອງສູນ ສະຕິມສອນ ກ່ຽວກັບຊັບພະຍາກອນແຫຼ່ງນ້ຳຂອງແມ່ນ້ຳຂອງ ປື້ມຫົວນີ້ ໄດ້ກາຍເປັນແຫຼ່ງຂໍ້ມູນທາງວິທະຍາສາດຕົ້ນຕໍ ຂອງສື່ມວນຊົນຕາເວັນຕົກບາງສື່ ທີ່ມີການລາຍງານຂ່າວແບບລຳອຽງເພື່ອຫຼຸດຄວາມຫນ້າເຊື່ອຖືການສ້າງເຂື່ອນຂອງຈີນ.
ການແຊກແຊງຂອງ ສູນ ສະຕິມສອນ ໄດ້ເພີ່ມທະວີຂື້ນໃນລະຫວ່າງເດືອນພະຈິກ 2019 ຫາເດືອນເມສາ 2020, ເມື່ອແມ່ນໍ້າຂອງຖືກຜົນກະທົບຈາກໄພແຫ້ງແລ້ງຢ່າງບໍ່ຄາດຄິດ ສູນ ສະຕິມສອນ ຮ່ວມກັບຄູ່ຮ່ວມມືຂອງພວກເຂົາ Eyes on Earth ໂດຍໄດ້ຮັບທຶນຈາກໂຄງການຂໍ້ລິເລີ່ມແມ່ນໍ້າຂອງຕອນລຸ່ມຂອງສະຫະລັດ, ໄດ້ອອກບົດລາຍງານກ່າວຫາວ່າ ການກໍ່ສ້າງເຂື່ອນຂອງຈີນຢູ່ແມ່ນ້ຳຂອງຕອນເທິງໄດ້ປ່ຽນແປງລະດັບນໍ້າຂອງ ແລະການໄຫຼຂອງນ້ຳ, ແລະບົດລາຍງານນີ້ໄດ້ຕໍານິປະເທດຈີນວ່າ ກັກນ້ຳ ແລະການກະທຳດັ່ງກ່າວນັ້ນເປັນສາເຫດເຮັດໃຫ້ເກີດໄພແຫ້ງແລ້ງຢູ່ແມ່ນ້ຳຂອງຕອນລຸ່ມໃນປີ 2019.
ພ້ອມດຽວກັນນັ້ນ, ສູນ ສະຕິມສອນ ຍັງໄດ້ກ່າວຫາຕໍ່ຕ້ານການສ້າງເຂື່ອນຂອງຈີນໃນບົດຄວາມຂອງຕົນ "ວິທີການຂອງຈີນໃນກັກນ້ຳຢູ່ແມ່ນໍ້າຂອງ" ໃນເດືອນເມສາ 2020, ການກ່າວຫາດັ່ງກ່າວແມ່ນເພື່ອທຳລາຍຊື່ສຽງຂອງຈີນໂດຍເວົ້າວ່າ "ຜູ້ວາງນະໂຍບາຍຂອງຈີນຖືວ່ານໍ້າແມ່ນຊັບພະຍາກອນທາງດ້ານອະທິປະໄຕ ບໍ່ແມ່ນເປັນຊັບພະຍາກອນທີ່ໃຊ້ຮ່ວມກັນ."
ຂະນະທີ່ນັກຊ່ຽວຊານຂອງຈີນ, ຄະນະກຳມາທິການແມ່ນ້ຳຂອງ (Mekong River Commission), ແລະ ໂຄງການຮ່ວມມື ອົດສະຕຣາລີ-ແມ່ນໍ້າຂອງ ເພື່ອຊັບພະຍາກອນສິ່ງແວດລ້ອມ ແລະລະບົບພະລັງງານ (AMPERES) ຊີ້ແຈ້ງວ່າ ຂໍ້ມູນທີ່ຄັດເລືອກມາໃນບົດລາຍງານດັ່ງກ່າວນີ້ບັນຈຸຂໍ້ມູນແບບບໍ່ມີວິທະຍາສາດ ແລະມີປັດໃຈໜ້ອຍເກີນໄປໃນການທົດລອງ,ເຮັດໃຫ້ບົດສະຫຼຸບທີ່ບໍ່ຖືກຕ້ອງ.
ແຕ່ມັນກໍ່ບໍ່ໄດ້ກີດກັ້ນນັກການເມືອງຂອງອາເມລິກາທີ່ມີການວາງແຜນໄວ້ລ່ວງໜ້າເຊັ່ນ: ອະດີດລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານໄມ ພອມພຽວ ແລະສື່ມວນຊົນບາງສຳນັກ ທີ່ສວຍໂອກາດເຜີຍແຜ່ຂໍ້ມູນທີ່ບໍ່ຄົບຖ້ວນເຫຼົ່ານີ້ຢ່າງໄວວາ.
ຫນັງສືພິມໂກໂບທາມຂອງຈີນ ຄົ້ນພົບວ່າ ການໂຈມຕີແບບຕ່ອງໂສ້ ແມ່ນກ່ຽວພັນກັບສູນ Stimson ແລະ Eyes on Earth ທີ່ສ້າງຕັ້ງຂື້ນເພື່ອເຜີຍແຜ່ຂໍ້ມູນທີ່ບໍ່ມີມູນຄວາມຈິງ, ໂດຍການກ່າວຫາວ່າ ການສ້າງເຂື່ອນຂອງຈີນເປັນໄພຂົ່ມຂູ່ຕໍ່ບັນດາປະເທດລຸ່ມແມ່ນ້ຳຂອງ.
ການກ່າວຫາຈີນ ແລະການໂຈມຕີແບບຕ່ອງໂສ້ດັ່ງກ່າວປະກອບມີຫຼາຍສະຖາບັນເຊັ່ນ: ອົງການປົກປ້ອງສິດທິມະນຸດ (Human Rights Watch), ສະຫະພັນສາກົນເພື່ອການອະນຸລັກທໍາມະຊາດ, ອົງການເພື່ອການພັດທະນາສາກົນຂອງສະຫະລັດ, ແລະມູນນິທິອາຊີ, ສື່ມວນຊົນບາງສຳນັກເຊັ່ນ New York Times ແລະ BBC ແລະນັກວິຊາການເອກະລາດບາງຄົນທີ່ອາໄສຢູ່ໃນຫຼາຍປະເທດ ແລະພາກພື້ນອື່ນໆ ພວກເຂົາບິດເບືອນຄວາມຈິງດ້ວຍການເຜີຍແຜ່ຄວາມຄິດເຫັນທີ່ລໍາອຽງ.
ສື່ມວນຊົນບາງສຳນັກ ພັດທະນາວິທີການລາຍງານຂ່າວແບບປະດິດສ້າງຫຼາຍກວ່າເກົ່າ, ເຊັ່ນການແຕ້ມຮູບແຕ້ມທີ່ບິດເບືອນ ເພື່ອທຳລາຍພາບພົດຂອງຈີນ ການໂຈມຕີເຫຼົ່ານີ້ເລີ່ມຂື້ນທ່າມກາງໄພແຫ້ງແລ້ງ ຊຶ່ງນັກສັງເກດການກ່າວວ່າ ເປັນເວລາທີ່ເໝາະສົມ ແລະເປັນຈຸດທີ່ດີທີ່ສຸດເພື່ອສວຍໃຊ້ຂໍ້ອ້າງທີ່ບໍ່ຖືກຕ້ອງສ້າງຂຶ້ນກ່ອນໜ້ານີ້ ເພື່ອຕໍ່ຕ້ານການສ້າງເຂື່ອນຂອງຈີນໃນລະດັບສູງສຸດ.
ອີກວິທີການທົ່ວໄປອີກຢ່າງໜຶ່ງທີ່ໃຊ້ໃນການໂຈມຕີແມ່ນການເຮັດໃຫ້ບັນຫາກ່ຽວກັບຊັບພະຍາກອນນ້ຳກາຍເປັນວິກິດການທາງດ້ານສັງຄົມ ຫຼື ດ້ານມະນຸດສະທຳເຊັ່ນ: ໄພແຫ້ງແລ້ງທີ່ອ້າງວ່າເກີດຈາກການສ້າງເຂື່ອນ, ເຊິ່ງສົ່ງຜົນກະທົບທາງລົບຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ແລະເປັນສາເຫດເຮັດໃຫ້ເກີດການຫວ່າງງານໃນຊຸມຊົນທີ່ອາໃສການຫາປາເພື່ອລ້ຽງຊີບ, ນີ້ເປັນການກະຕຸ້ນຈິດໃຈຂອງປະຊາຊົນປະເທດລຸ່ມແມ່ນ້ຳຂອງໃນການຕໍ່ຕ້ານຈີນ ເຂົາເຈົ້າສາມາດສືບຕໍ່ເຮັດໃຫ້ບັນຫາສັງຄົມກາຍເປັນບັນຫາດ້ານການເມືອງຕື່ມອີກ, ເພື່ອບັງຄັບໃຫ້ອຳນາດການປົກຄອງຂອງປະເທດທີ່ມີການຮ່ວມມືກັບຈີນກ່ຽວກັບໂຄງການສ້າງເຂື່ອນດັ່ງກ່າວນັ້ນຕ້ອງໄດ້ດັດປັບນະໂຍບາຍທີ່ບໍ່ເອື້ອອຳນວຍຕໍ່ຈີນເພື່ອຜົນປະໂຫຍດທາງການເມືອງ.
ດັ່ງຕົວຢ່າງທີ່ເກີດຂື້ນຜ່ານມາເຊັ່ນ ການກ່າວຫາຈີນວ່າ ທໍາລາຍລະບົບນິເວດຂອງອ່າງແມ່ນໍ້າ ຕົງເລສາບ (Tonle Sap) ຕອນລຸ່ມຢູ່ປະເທດກໍາປູເຈຍ ສ້າງຄວາມເສຍຫາຍໃຫ້ແກ່ຊາວປະມົງ, ແລະເປັນການປຸກລະດົມການປະທ້ວງຂອງປະຊາຊົນກໍາປູເຈຍຕໍ່ຕ້ານການກໍ່ສ້າງເຂື່ອນເຊສານ 2 (Sesan 2) ຂອງຈີນ.
ການສ້າງກະບອກສຽງຢູ່ທ້ອງຖິ່ນ
ຜູ້ສັງເກດການຄົ້ນພົບວ່າ ຕາເວັນຕົກພະຍາຍາມທຳລາຍກອບການຮ່ວມມືລ້ານຊ້າງ-ແມ່ນໍ້າຂອງ ທາງດ້ານຊັບພະຍາກອນນໍ້າ ໂດຍໃຫ້ນັກວິຊາການໃນບັນດາປະເທດລຸ່ມແມ່ນໍ້າຂອງເປັນກະບອກສຽງໃຫ້ ຕົວຢ່າງ: ທ່ານ ໄຊນະຣົງ ເສດທະຈັກ, ອາຈານສອນ ແລະ ຊ່ຽວຊານ ດ້ານນິເວດວິທະຍາ ຈາກມະຫາວິທະຍາໄລ ມະຫາສາລາຄາມ, ປະເທດໄທ ຂຽນໃນບົດຄວາມບົດຫນຶ່ງຂື້ນວ່າ ການຫຼຸດລົງຂອງປາທີ່ເກີດຈາກການປ່ຽນແປງລະດັບນໍ້າ ໃນແມ່ນໍ້າຂອງຢູ່ແຂວງຊຽງລາຍນັ້ນແມ່ນຍ້ອນການສ້າງເຂື່ອນຂອງຈີນ ແລະເຂື່ອນໄຊຍະບູລີ ຢູ່ປະເທດລາວ ທ່ານແນະນຳວ່າສັງຄົມ ແລະປະຊາຊົນທ້ອງຖິ່ນຄວນວິຈານຈີນ ແລະການລົງທຶນຂອງຈີນທີ່ກ່ຽວຂ້ອງແມ່ນ້ຳຂອງ.
ຫລັງຈາກ ສູນ ສະຕິມສອນ ເປີດເຜີຍ ບົດລາຍງານທີ່ບໍ່ມີມູນຄວາມຈິງກ່ຽວກັບແມ່ນໍ້າຂອງ, ປະຊາຊົນຈໍານວນຫນຶ່ງໃນຫລາຍປະເທດເຊັ່ນ ປະເທດໄທ, ຟີລິບປິນ ແລະ ມາເລເຊຍ ໄດ້ສ້າງຕັ້ງ ອົງການອອນລາຍ "Milk Tea Alliance", ອ້າງວ່າການສ້າງເຂື່ອນຂອງຈີນ ຢູ່ແມ່ນໍ້າຂອງຕອນເທິງແມ່ນສາເຫດເຮັດໃຫ້ເກີດໄພແຫ້ງແລ້ງໃນ 5 ປະເທດຢູ່ແມ່ນ້ຳຂອງຕອນລຸ່ມເຊັ່ນ: ໄທ, ລາວ, ມຽນມາ, ກຳປູເຈຍ ແລະຫວຽດນາມ ອົງການອອນລາຍດັ່ງກ່າວຮຽກຮ້ອງໃຫ້ປະຊາຊົນຈຳນວນຫຼາຍຂື້ນອອກມາໃຊ້ສິດທິຂອງຕົນກ່ຽວກັບການຊົມໃຊ້ນໍ້າຕາມລຳແມ່ນໍ້າຂອງ ແລະຢຸດການຂົ່ມເຫັງຂອງຈີນ, ອີງຕາມການລາຍງານຂອງສື່ມວນຊົນ.
ຫຼັງຈາກນັ້ນ, ສື່ມວນຊົນຕ່າງປະເທດທີ່ຕ້ານຈີນສືບຕໍ່ໂຄສະນາຊວນເຊື່ອບັນຫາແມ່ນ້ຳຂອງ ຜູ້ກໍ່ຄວາມບໍ່ສະຫງົບຕ້ານຈີນບາງຄົນ ເຊັ່ນ: ນັກເຄື່ອນໄຫວຢູ່ຮົງກົງ ທ້າວ ໂຈສົວ ວົງ ຈີຟັງ (Joshua Wong Chi-fung), ແລະນັກແບ່ງແຍກດິນແດນ ທ້າວ ຊູ ຊູກວາງ (Zhou Shuguang) ຢູ່ເກາະໄຕ້ຫວັນ, ໄດ້ເຂົ້າຮ່ວມການສະໜັບສະໜູນອົງການອອນລາຍດັ່ງກ່າວ.
ໜັງສືພິມ ໂກໂບທາມ ໄດ້ຄົ້ນຄວ້າຫຼາຍແຫຼ່ງຂໍ້ມູນ ແລະພົບວ່າ: ໃນເດືອນກັນຍາ 2020, ສະຖານທູດ ແລະ ສະຖານກົງສຸນສະຫະລັດ ປະຈໍາຢູ່ປະເທດໄທ ໄດ້ເຮັດວຽກຮ່ວມກັນກັບບັນດາອົງການຈັດຕັ້ງທ້ອງຖິ່ນທີ່ມີທ່າອ່ຽງຕໍ່ຕ້ານຈີນ, ເພື່ອດໍາເນີນໂຄງການການຄົ້ນຄວ້າໄທບ້ານ (Thai Baan research project) ໂຄງການດັ່ງກ່າວ ມີຈຸດປະສົງແນໃສ່ຊຸກຍູ້ໃຫ້ຊາວບ້ານເກັບກຳຂໍ້ມູນຊັບພະຍາກອນທາງນິເວດຢູ່ປະເທດໄທ, ເຂດອ່າງແມ່ນ້ຳຂອງຕອນລຸ່ມ, ເພາະວ່າລັດຖະບານອາເມລິກາ ແລະກອງກຳລັງຕໍ່ຕ້ານຈີນ ເຊື່ອວ່າຂໍ້ມູນດັ່ງກ່າວສາມາດສະໜັບສະໜູນການໂຄສະນາຊວນເຊື່ອຂອງເຂົາເຈົ້າເພື່ອຕໍ່ຕ້ານຈີນ.
ໃນເດືອນກຸມພາ 2021, ສູນ ສະຕິມສອນ ຍັງໄດ້ເປີດໂຄງການໃຫ້ທຶນນັກຂ່າວຂຽນຂ່າວກ່ຽວກັບແມ່ນນ້ຳຂອງ (Mekong Data-Journalism Fellowship) ແລະຝຶກອົບຮົມໃຫ້ນັກຂ່າວໃນປະເທດລຸ່ມແມ່ນໍ້າຂອງ ເພື່ອຂຽນຂ່າວ ແລະບົດໃນເຊິງວິເຄາະກ່ຽວກັບບັນຫາທີ່ກ່ຽວຂ້ອງກັບນໍ້າໃນແມ່ນໍ້າຂອງ ເຊັ່ນ: ຜົນກະທົບຕໍ່ສິ່ງແວດລ້ອມຈາກການສ້າງເຂື່ອນ.
ແຜນການສ້າງຂໍ້ຂັດແຍ່ງທີ່ເຫັນໄດ້ຢ່າງຈະແຈ້ງ
ບັນດານັກສັງເກດການຊີ້ແຈງວ່າ: ຈຸດປະສົງພື້ນຖານຂອງບັນດາອົງການເຫຼົ່ານີ້ແມ່ນໂຄສະນາຊວນເຊື່ອບັນຫານ້ຳໃນແມ່ນ້ຳຂອງ ແຕ່ບໍ່ເຄີຍມຸ່ງຫວັງເພື່ອພັດທະນາ ແລະນຳເອົາຄວາມຢູ່ດີກິນດີມາສູ່ບັນດາປະເທດລຸ່ມແມ່ນ້ຳຂອງ ແລະປະຊາຊົນທີ່ກ່ຽວຂ້ອງ, ແຕ່ເປົ້າຫມາຍຫຼັກພັດເພື່ອປົກປັກຮັກສາຜົນປະໂຫຍດຂອງອາເມລິກາໃນພາກພື້ນ.
ນັບແຕ່ຊຸມປີ 1990 ເປັນຕົ້ນມາ, ຫຼັງຈາກການສ້າງຕັ້ງໂຄງການຮ່ວມມືດ້ານເສດຖະກິດອະນຸພາກພື້ນແມ່ນ້ຳຂອງລະຫວ່າງຈີນ ແລະບັນດາປະເທດລຸ່ມແມ່ນ້ຳຂອງ ແລະການກໍ່ສ້າງອ່າງເກັບນ້ຳຢູ່ແມ່ນ້ຳຕອນເທິງຂອງຈີນ, ເຮັດໃຫ້ອາເມລິກາເພີ່ມຄວາມສຳຄັນຫຼາຍຂື້ນຕໍ່ບັນຫາຊັບພະຍາກອນນ້ຳໃນແມ່ນ້ຳຂອງ.
ໃນປີ 2009, ສະຫະລັດສ້າງຕັ້ງຂໍ້ລິເລີ່ມລຸ່ມແມ່ນ້ຳຂອງກັບລາວ, ໄທ, ກຳປູເຈຍ, ຫວຽດນາມ, ແລະ ຫຼັງຈາກນັ້ນກໍ່ເອົາມຽນມາເຂົ້າໃນຂໍ້ລິເລີ່ມດັ່ງກ່າວຢ່າງເປັນທາງການໃນປີ 2012 ບັນຫາທີ່ກ່ຽວຂ້ອງກັບຊັບພະຍາກອນນ້ຳໄດ້ກາຍເປັນບຸລິມະສິດຫຼັກຂອງສະຫະລັດໃນຂໍ້ລິເລີ່ມດັ່ງກ່າວໃນປີ 2016 ຫຼັງຈາກປະເທດຈີນ ແລະປະເທດແມ່ນ້ຳຂອງເປີດຕົວກົນໄກຮ່ວມມືລ້ານຊ້າງ-ແມ່ນ້ຳຂອງຢ່າງເປັນທາງການ.
ໃນປີ 2020, ລັດຖະບານສະຫະລັດນຳໂດຍທ່ານ Donald John Trump ໄດ້ສ້າງຄູ່ຮ່ວມມືແມ່ນ້ຳຂອງຂື້ນ ລະຫວ່າງ ສະຫະລັດອາເມລິກາ ແລະ5 ປະເທດແມ່ນ້ຳຂອງ ແລະເລີ່ມດຳເນີນການໂຄສະນາເຄື່ອນໄຫວຕໍ່ຕ້ານຈີນທີ່ໃຊ້ມູນຄ່າຕ່ຳ.
ບັນດາຜູ້ຊ່ຽວຊານກ່າວຕໍ່ ໜັງສືພິມ ໂກໂບທາມ ວ່າມັນເປັນເລື່ອງທີ່ບໍ່ເປັນວິທະຍາສາດ ທີ່ຈະໃຫ້ເຫດຜົນແບບງ່າຍໆວ່າ ການປ່ຽນແປງການໄຫຼຂອງນໍ້າ ເກີດຈາກການກໍ່ສ້າງເຂື່ອນຢູ່ແມ່ນ້ຳຂອງຕອນເທິງ, ເພາະວ່າການປ່ຽນແປງການໄຫຼຂອງນໍ້າມາແມ່ນມາຈາກຫຼາຍປັດໄຈ, ແລະການປ່ຽນແປງສະພາບອາກາດແມ່ນພື້ນຖານສໍາຄັນທີ່ສຸດຍິ່ງໄປກວ່ານັ້ນ, ສັງເກດເຫັນວ່າການໄຫຼຂອງນ້ຳທີ່ມາຈາກຈີນກວມເອົາພຽງແຕ່ 13,5 % ຂອງປະລິມານນໍ້າໄຫຼທັງໝົດໃນອ່າງແມ່ນ້ຳຂອງ, ເຊິ່ງມີຜົນກະທົບໜ້ອຍຫຼາຍຕໍ່ແມ່ນ້ຳຂອງຕອນລຸ່ມ.
ບັນດານັກສັງເກດການເວົ້າວ່າ: ການວິຈານດ້ານການເມືອງຈາກພາຍນອກພາກພື້ນແມ່ນການດູມິ່ນການຄົ້ນຄວ້າວິທະຍາສາດ ແລະເຈດຕະນາເພື່ອເຮັດໃຫ້ບັນດາປະເທດແມ່ນ້ຳບໍ່ໄວ້ເນື້ອເຊື່ອໃຈກັນ.
ທ່ານ ຊາງລີ (Zhang Li), ຜູ້ຊ່ວຍສາດສະດາຈານດ້ານການທູດດ້ານນ້ຳ ແລະການຮ່ວມມືດ້ານຊັບພະຍາ ກອນນ້ຳລ້ານຊ້າງ-ແມ່ນ້ຳຂອງ ຢູ່ມະຫາວິທະຍາໄລ ຟູດານ (Fudan) ກ່າວຕໍ່ໜັງສືພິມ ໂກໂບທາມ ວ່າ: ປະຈຸບັນ ສະຫະລັດອາເມລິກາ ໄດ້ຍົກບັນຫາກ່ຽວກັບການທູດດ້ານນໍ້າໃນພາກພື້ນແມ່ນໍ້າຂອງຈາກບັນຫາລະບົບນິເວດທີ່ບໍລິສຸດ ກາຍເປັນເຄື່ອງມືອັນສຳຄັນໃນຍຸດທະສາດ ອິນໂດ-ປາຊີຟິກ ຂອງສະຫະລັດເພື່ອມີອິດທິພົນໃນພາກພື້ນ ແລະ ໄດ້ຫຼິ້ນສົງຄາມແນວຄິດເພື່ອໂຄສະນາຊວນເຊື່ອ ດ້ວຍການເຮັດວຽກຮ່ວມມື ກັບສື່ມວນຊົນ, ນັກເຄື່ອນໄຫວ ແລະນັກຄົ້ນຄວ້າຄິດ.
ອາເມລິກາອ້າງວ່າໄດ້ເປີດການເປັນຄູ່ຮ່ວມມືແມ່ນ້ຳຂອງ-ອາເມລິກາ ເຊິ່ງມີການລົງທຶນເບື້ອງຕົ້ນ 150 ລ້ານໂດລາ, ເປັນພາກສ່ວນໜຶ່ງທີ່ສຳຄັນຂອງ "ວິໄສທັດອິນໂດ-ປາຊີຟິກ" ຂອງສະຫະລັດ, ເຊິ່ງນັກສັງເກດການເຊື່ອວ່າເປັນການເລັ່ງລັດການຫັນເອົາບັນຫານ້ຳເປັນເລື່ອງການເມືອງ ເພື່ອສະກັດອິດທິພົນຂອງຈີນໃນອາຊີຕາເວັນອອກສຽງໃຕ້.
ທ່ານ Zhang ກ່າວເຕືອນວ່າ: ການຫັນແມ່ນ້ຳຂອງເປັນ ສະໜາມຮົບໃໝ່ຂອງອາເມລິກາໃນການປະເຊີນຫນ້າກັບຈີນນັ້ນ ບໍ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ 6 ປະເທດທີ່ຕັ້ງຢູ່ຕາມລຳແມ່ນ້ຳຂອງ ແລະບໍ່ໄດ້ຊ່ວຍແກ້ໄຂບັນຫາພື້ນຖານກ່ຽວກັບນ້ຳເລີຍ.