ເບ໊ຄເກີຣ໌ ຖືກສານຕັດສິນໃນຄວາມຜິດປົກປິດຊັບສິນ ໂທດຈຳຄຸກ 7 ປີ

ບໍຣິສ ເບ໊ຄເກີຣ໌ ຕຳນານນັກເທນນິສ ຊາວເຢຍຣະມັນ ອາດຕ້ອງຮັບໂທດຈຳຄຸກສູງສຸດເຖິງ ປີ, ຫຼັງຈາກເມື່ອວັນທີ ເມສາ 2022 ນີ້ ສານນະຄອນລອນດອນຂອງປະເທດອັງກິດໄດ້ຕັດສິນວ່າເຂົາມີຄວາມຜິດໃນຄະດີທີ່ພົວພັນກັບການປົກປິດຊັບສິນເພື່ອເປັນບຸກຄົນລົ້ມລະລາຍເມື່ອປີ 2017.

ລາຍງານລະບຸວ່າ ເບ໊ຄເກີຣ໌ ຖືກຂໍ້ກ່າວຫາຊຸກເຊື່ອງຊັບສິນມູນຄ່າຫຼາຍລ້ານປອນດ໌(ສະກຸນເງິນອັງກິດຊຶ່ງໃນຈຳນວນນັ້ນກໍ່ລວມເຖິງ ຂັນແຊມປ໌ແກຣນວະແລມວິມເບີລດັນ”2 ສະໄໝເພື່ອຫຼີກລ່ຽງຈາກການຈ່າຍໜີ້ທັງນີ້ເບ໊ຄເກີຣ໌ ຊຶ່ງອາໃສຢູ່ຣາຊອານາຈັກ (ອັງກິດຕັ້ງແຕ່ປີ2012 ໄດ້ອ້າງວ່າ ຊັບສົມບັດທີ່ໄດ້ມາໃນຊ່ວງແຂ່ງຂັນເທນນິສ,ຫຼຸດຫາຍຮວບຮາບເນື່ອງຈາກຕ້ອງຈ່າຍຄ່າລ້ຽງດູພັນລະຍາ ແລະ ລູກໆຫຼັງຈາກການຢ່າຮ້າງເມື່ອປີ 2001.

ຢ່າງໃດກໍຕາມທ້າຍທີ່ສຸດແລ້ວ ເບ໊ຄເກີຣ໌ ກໍ່ຖືກສານຕັດສິນວ່າມີຄວາມຜິດ ກໍລະນີ ແລະ ປົກປິດໜີ້ສິນຊຶ່ງທັງໝົດນີ້ມີໂທດຈຳຄຸກເຖິງ ປີ; ແຕ່ສານກໍ່ອະນຸຍາດໃຫ້ເຂົາໄດ້ປະກັນຕົວຊົ່ວຄາວເພື່ອລໍຄອຍຮັບຟັງຕຳຕັດສິນກ່ຽວກັບບົດລົງໂທດໃນວັນທີ 29 ເມສານີ້.