ລົດໄຟລາວ ລາວ-ຈີນ ຂະບວນທຳມະດາ ພ້ອມບໍລິການ 13 ເມສານີ້

ແຈ້ງການກ່ຽວກັບການເປີດແລ່ນຂະບວນລົດໄຟທຳມະດາຊ່ວງສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີບໍ່ເຕ່ນ

ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງໃນໄລຍະພັກເທສະການປີໃໝ່ລາວ ແລະຄວາມຕ້ອງການທົດລອງນັ່ງລົດໄຟທຳມະດາຂອງປະຊາຊົນ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈຶ່ງຕົກລົງເປີດແລ່ນລົດໄຟທົ່ວໄປຖ້ຽວລົດໄຟ K12/11 ລະຫວ່າງສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີບໍ່ເຕ່ນນັບແຕ່ວັນທີ 13 ເມສາ ເປັນຕົ້ນໄປ,  ໂດຍນຳໃຊ້ລົດໄຟທຳມະດາ 1 ຂະບວນ, ລາຍລະອຽດດັ່ງລຸ່ມນີ້:

1. ຕາຕາລາງເວລາການເດີນລົດ:

ຖ້ຽວລົດໄຟທຳມະດາ K12/K11 ສະຖານີປາຍທາງບໍ່ເຕ່ນ

K12 ຂາໄປ ສະຖານີ K11 ຂາກັບ

ຂາໄປ ເວລາ ເວລາ ຂາກັບ

ລົດອອກ 09:00 ສະຖານີນະຄອນຫຼວງວຽງຈັນ 21:55 ຈອດ

     

ຈອດ 09:40 ສະຖານີໂພນໂຮງ 21:03 ຈອດ

     

ຈອດ 10:22 ສະຖານີວັງວຽງ 20:21 ຈອດ

     

ຈອດ 10:55 ສະຖານີກາສີ 19:44 ຈອດ

     

ຈອດ 11:43 ສະຖານີຫຼວງພະບາງ 18:55 ຈອດ

     

ຈອດ 12:24 ສະຖານີເມືອງງາ 18:14 ຈອດ

     

ຈອດ 13:19 ສະຖານີເມືອງໄຊ 17:37 ຈອດ

     

ຜ່ານ - ສະຖານີນາໝໍ້ - ຜ່ານ

     

ຈອດ 14:03 ສະຖານີນາເຕີຍ 16:51 ຈອດ

     

ຈອດ 14:20 ສະຖານີບໍ່ເຕ່ນ  16:40 ລົດອອກ

    ແລ່ນທຸກມື້

2. ຂໍ້ມູນທົ່ວໄປ:

1) ລົດໄຟທໍາມະດາແມ່ນລົດໄຟທີ່ແລ່ນດ້ວຍຄວາມໄວ 120 km/h, ມີບ່ອນນັ່ງທັງໝົດ 732 ບ່ອນນັ່ງ. ໃນນັ້ນ, ຕັ່ງນັ່ງທົ່ວໄປ 590 ບ່ອນນັ່ງ, ຕັ່ງນັ່ງກວ້າງ 106 ບ່ອນນັ່ງ, ຕຽງນອນ (solf sleeper) 36 ບ່ອນ.

2) ນັບວັນທີ 14 ເມສາ ເປັນຕົ້ນໄປຈະມີການເປີດໃຫ້ບໍລິການຂົນສົ່ງໂດຍສານສະຖານີກາສີ ແລະສະຖານີເມືອງງາ.

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ

10 ເມສາ 2022

#ຂໍ້ມູນຈາກບໍລິສັດທາງລົດໄຟລາວ-ຈີນ