ລັດຖະມົນຕີກະຊວງ ຖວທ ພົບປະເຈົ້າແຂວງເຊກອງ

ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານ ຖວທ ຢູ່ແຂວງເຊກອງ ໃນວັນທີ ເມສາ 2022 ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ,ໄດ້ຖືໂອກາດພົບປະກັບທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ. ເພື່ອຫາລືແລກປ່ຽນດ້ານການພັດທະນາວຽກງານ ຖວທ ພາຍໃນແຂວງ.

 ໃນໂອກາດດັ່ງກ່າວເຈົ້າແຂວງເຊກອງໄດ້ແຈ້ງໃຫ້ຊາບວ່າການນຳແຂວງຖືເອົາວຽກງານ ຖວທ ເປັນໜຶ່ງໃນບູລິມະສິດສຳຄັນ.ຊຶ່ງເມື່ອບໍ່ດົນມານີ້ທາງແຂວງກໍ່ໄດ້ອະນຸມັດງົບປະມານຈຳນວນໜຶ່ງໃນການປັບປຸງຫ້ອງເຮັດວຽກຂອງພະແນກ ຖວທ ແຂວງ, ຊື້ກອງ, ຄອມພິວເຕີຣ໌ ເພື່ອຮັບໃຊ້ໃນວຽກງານສື່ຂອງແຂວງ ແລະໄດ້ຈັດຝຶກອົບຮົມສື່ມວນຊົນພາຍໃນແຂວງ, ພ້ອມຊຸກຍູ້ວຽກງານວັດທະນະທຳໂດຍສະເພາະແມ່ນການບູລະນະຮັກສາວັດທະນະທຳດີງາມຂອງບັນດາເຜົາ, ໄດ້ສ້າງສວນຫຼັກເມືອງອານຸສາວະລີອົງແກ້ວເພື່ອເປັນແຫຼງທ່ອງທ່ຽວສຳຄັນ ທັງກາຍເປັນສວນສາທາລະນະ ແລະ ເປັນບ່ອນອອກກຳລັງກາຍ. ສ່ວນວຽກງານທ່ອງທ່ຽວກໍ່ໄດ້ມີການພັດທະນາໂດຍອີງໃສ່ທ່າແຮງທີ່ມີຢູ່,ເປັນຕົ້ນກໍ່ແມ່ນການປັບປຸງບູລະນະແຫຼ່ງທ່ອທ່ຽວທາງດ້ານທຳມະຊາດ ເຊັ່ນ: ນໍ້າຕົກຕາດຕ່າງໆ, ເອົາໃຈໃສ່ສ້າງວົງແຫວນການທ່ອງທ່ຽວແນໃສ່ສ້າງເງື່ອນໄຂດຶງດູດນັກທ່ອງທ່ຽວ ແລະສ້າງລາຍຮັບໃຫ້ແກ່ທ້ອງຖິ່ນຊຶ່ງໃນຕໍ່ໜ້າ,ຈະໄດ້ເພີ່ມທະວີກົນໄກການປະສານງານ, ລະບຽບການໃນການຄຸ້ມຄອງແຫຼ່ງທ່ອງທ່ຽວທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກ ຖວທ ໃຫ້ດີເພື່ອປົກປັກຮັກສາ ແລະ ພັດທະນາໃຫ້ດີຂຶ້ນນັບມື້ທັງນີ້ກໍ່ສະເໜີໃຫ້ກະຊວງ ຖວທ ໄກ້ຊິດຕິດແທດທ້ອງຖິ່ນເພື່ອເກັບກຳສະພາບຕົວຈິງ ແລະ ນຳໄປຄົ້ນຄວ້າ, ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ.

ໃນໂອກາດນີ້ທ່ານລັດຖະມົນຕີ ຖວທ ກໍ່ໄດ້ສະແດງຄວາມຂອບໃຈຄະນະນຳແຂວງເຊກອງທີ່ເອົາໃຈໃສ່ຊີ້ນຳ-ນຳພາການພັດທະນາວຽກງານ ຖວທ ໃນໄລຍະຜ່ານມາ ແລະ ຂໍໃຫ້ສືບຕໍ່ຊຸກຍູ້ສິ່ງສຳຄັນແມ່ນການປະສານສົມທົບກັບກະຊວງໂດຍສະເພາະກົມທີ່ກ່ຽວຂ້ອງເພື່ອໃຫ້ມີສ່ວນຮ່ວມໃນການຄົ້ນຄວ້າເລິກເຊິ່ງເພື່ອບໍ່ໃຫ້ເກີດບັນຫາພັດທະນາດ້ານໜຶ່ງແຕ່ໄປທຳລາຍ ຫຼືສ້າງຜົນກະທົບຕໍ່ດ້ານອື່ນ ແລະເພື່ອເຮັດໃຫ້ການພັດທະນາໄປຕາມແຜນຍຸດທະສາດທີ່ກຳນົດໄວ້.