ລະດົມຄວາມຄິດ ແກ້ຂໍ້ຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ

ກອງປະຊຸມເພື່ອລະດົມແນວຄວາມຄິດກ່ຽວກັບການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນສະພາບລະບາດຂອງພະຍາດໂຄວິດ-19, ຈັດຂຶ້ນໃນວັນທີ ເມສາ 2022 ໂດຍການເປັນປະທານຂອງ ທ່ານ  ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ບັນດາປະທານກໍາມາທິການ, ລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການຂອງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມທົ່ວປະເທດ, ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປລາວ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.

ເນື້ອໃນການປະຊຸມແມ່ນເພື່ອຊອກໃຫ້ເຫັນບັນຫາ ແລະຫາວິທີແກ້ໄຂບັນຫາຮ່ວມກັນເພື່ອເປັນແນວທາງໃຫ້ແກ່ພາກສ່ວນກ່ຽວຂ້ອງແນໃສ່ເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີປະສິດທິຜົນຍິ່ງຂຶ້ນ ແລະຮັບປະກັນໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ.

ໂດຍທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ໃນໄລຍະຜ່ານມາບັນດາປະເທດໃນໂລກ ແລະພາກພື້ນກໍຄືປະເທດເຮົາໄດ້ຜະເຊີນໜ້າກັບສິ່ງທ້າທາຍໃໝ່ນັ້ນກໍຄືຜົນກະທົບຢ່າງໜັກໜ່ວງ ຈາກການລະບາດຂອງພະຍາດໂຄວິດ-19 ຊຶ່ງກະທົບໂດຍກົງຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສະຖຽນລະພາບທາງດ້ານການເມືອງ ແລະ ອື່ນໆເປັນຕົ້ນແມ່ນຂະແໜງອຸດສາຫະກຳ, ການຄ້າ, ກະສິກຳ, ການບໍລິການ ແລະ ຂະແໜງການອື່ນ. ອີກປະການໜຶ່ງກໍ່ແມ່ນລາຄານໍ້າມັນໃນຕະຫຼາດໂລກມີການປ່ຽນແປງສູງຂຶ້ນ; ຄຽງຄູ່ກັນນັ້ນ, ອັດຕາແລກປ່ຽນເງິນກີບຕໍ່ເງິນສະກຸນຫຼັກຊໍ້າພັດມີການຜັນຜວນຫຼາຍສົມຄວນ, ເຮັດໃຫ້ຜູ້ປະກອບການພົບຄວາມຫຍຸ້ງຍາກໃນການດໍາເນີນທຸລະກິດ ແລະ ຈະມີຜົນທາງລົບຕໍ່ຄາດໝາຍດ້ານເສດຖະກິດມະຫາພາກຊຶ່ງກະທົບຕໍ່ການເກັບລາຍຮັບງົບປະມານ ແລະ ເຮັດໃຫ້ເກີດມີໄພຫວ່າງງານ ແລະປາກົດການຫຍໍ້ທໍ້ຕ່າງໆຕາມມາ.

ທັງນີ້ປະທານສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ທີ່ປະຊຸມພ້ອມກັນສຸມສະຕິປັນຍາປະກອບຄໍາເຫັນໃສ່ບັນຫາຕ່າງໆຢ່າງກົງໄປກົງມາເພື່ອເຮັດໃຫ້ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ມີຜົນສໍາເລັດຕາມຄາດໝາຍ ແລະສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.