ເຈົ້າແຂວງອັດຕະປື ຕ້ອນຮັບ ລັດຖະມົນຕີ ຖວທ

ເມື່ອວັນທີ 5 ເມສາ 2022, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ໄດ້ຕ້ອນຮັບ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ, ໃນໂອກາດເດີນທາງຢ້ຽມຢາມແຂວງອັດຕະປື ໃນລະຫວ່າງວັນທີ 4-5 ເມສາ 2022.

ໂດຍທ່ານ ເລັດ ໄຊຍະພອນ ໄດ້ສະແດງຄວາມຍິນດີ ແລະຕີລາຄາສູງຕໍ່ການຢ້ຽມຢາມ ແລະເຄື່ອນໄຫວເຮັດວຽກຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ພ້ອມຄະນະໃນຄັ້ງນີ້,ຊຶ່ງເປັນຂີດໝາຍອັນສຳຄັນໃນການຊຸກຍູ້ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວໃຫ້ມີບາດກ້າວໃໝ່. ໂອກາດດຽວກັນນັ້ນ, ລັດຖະມົນຕີກະຊວງ ຖວທ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ເຈົ້າແຂວງທີ່ໄດ້ມີຄວາມເປັນຫ່ວງເປັນໃຍ ແລະເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານ ຖວທ ໃນທົ່ວແຂວງໃຫ້ໄດ້ຮັບການພັດທະນາຫຼາຍດ້ານ. ເຊັ່ນວຽກງານຖະແຫຼງຂ່າວກໍ່ໄດ້ຮັບການປັບປຸງຍົກລະດັບທັງປະລິມານ ແລະ ຄຸນນະພາບ; ດ້ານຂໍ້ມູນຂ່າວສານ ກໍສະມາດໜອງຜູ້ບໍລິໂພກໄດ້ທັນເຫດການ; ວຽກງານວັດທະນະທໍາ ກໍໄດ້ຍົກລະດັບມາດຕະຖານການສ້າງຄອບຄົວ ແລະ ບ້ານວັດທະນະທໍາ, ການອະນຸຮັກຮີດຄອງປະເພນີດີງາມຂອງຊາດຂອງເຜົ່າ ໄດ້ເປັນຢ່າງດີ ແລະ ວຽກງານທ່ອງທ່ຽວ ກໍໄດ້ຮັບການພັດທະນາໃນຫຼາຍດ້ານ ໂດຍສະເພາະແມ່ນການຄຸ້ມຄອງ, ຕິດຕາມ, ກວດກາຢ່າງເປັນລະບົບ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດໃນເຮືອນພັກ-ຮ້ານອາຫານ, ເຫັນໄດ້ບໍລິການທີ່ດີໃນການຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ; ການຂະຫຍາຍ ແລະການພັດທະນາການທ່ອງທ່ຽວທາງດ້ານປະຫວັດສາດ, ທໍາມະຊາດ ແລະວັດທະນະທໍາ ກໍໄດ້ຮັບການປັບປຸງ ແລະ ພັດທະນາຕາມລໍາດັບຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດກໍຄືແຂວງອັດຕະປື ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ, ກ້າວສູ່ການພັດທະນາແບບຍືນຍົງ.

ພ້ອມນັ້ນ, ລັດຖະມົນຕີ ຖວທ ແລະເຈົ້າແຂວງອັດຕະປືກໍ່ໄດ້ແລກປ່ຽນບົດຮຽນເພື່ອພ້ອມກັນສືບຕໍ່ພັດທະນາວຽກງານ ຖວທ ໃຫ້ດີຍິ່ງຂຶ້ນ. ເປັນຕົ້ນແມ່ນການຍົກລະດັບຄື້ນຖີ່ວິທະຍຸຂອງແຂວງໃຫ້ກວມພື້ນທີ່ 100%, ການສໍາຫຼວດ, ກວດກາ, ການຄຸ້ມຄອງການທ່ອງທ່ຽວ ແລະການອະນຸຮັກວັດທະນະທໍາ.

ໃນໂອກາດດຽວກັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ພ້ອມຄະນະ, ກໍ່ໄດ້ສືບຕໍ່ພົບປະພະນັກງານຫຼັກແຫຼ່ງພະແນກ ຖວທ ແຂວງ, ຢ້ຽມຢາມສະຖານີວິທະຍຸຂອງແຂວງ ແລະ ຢ້ຽມຢາມເຂດປະສົບໄຟ ເມືອງ ສະໜາມໄຊ ອີກດ້ວຍ.

ຂ່າວ-ພາບ: ຊິບປະໄຊ-ວິໄລສັກ