ພົບປະການນຳ ນະຄອນຫຼວງວຽງຈັນ-ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ສປປ ລາວ, ດັ່ງນັ້ນຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຊຶ່ງນໍາໂດຍ ສະຫາຍ ດິງ ຕຽນ ຢູງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ, ຈິ່ງໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ນວ ໃນລະຫວ່າງວັນທີ 3-5 ເມສາ 2022. ທັງນີ້, ກໍເພື່ອເພີ່ມທະວີສາຍພົວພັນມິດຕະພາບທີ່ຍິງໃຫຍ່,ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ,ສອງລັດຖະບານ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ. ໂດຍສະເພາະກໍຄືນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ, ຊຶ່ງໂອກາດສຳຄັນນີ້ກໍຢູ່ໃນວາລະທີ່ສອງຊາດ ລາວ-ຫວຽດນາມ ກຳລັງກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ.

ພິທີພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ແລະ ຄະນະຜູ້ແທນຂັ້ນສູງຂອງນະຄອນຫຼວງຮ່າໂນ້ຍ ມີຂຶ້ນເມື່ອວັນທີ 4 ເມສາ 2022 ທີ່ຫ້ອງວ່າການ ນວ, ໂດຍທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ນະຄອນຫຼວງຂອງຕົນໃຫ້ກັນແລະກັນຊາບ. ເພື່ອເປັນການແລກປ່ຽນບົດຮຽນ, ປຶກສາຫາລືກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກດ້ານການພັດທະນາເສດຖະກິດ-ສັງຄົມທີ່ພວມຜະເຊີນກັບສະພາບລະບາດພະຍາດໂຄວິດ-19. ນອກນັ້ນ, ຍັງໄດ້ຕີລາຄາຄືນການຮ່ວມມືຂອງສອງນະຄອນໃນໄລຍະຜ່ານມາ ແລະຫາລືເຖິງແຜນການຮ່ວມມືໃນຕໍ່ໜ້າ.

ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍມາຢ້ຽມຢາມ ແລະເຮັດວຽກຢູ່ ນວ ຄັ້ງນີ້, ກໍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ສະ​ຫາຍ ພັນ​ຄຳ ວິ​ພາ​ວັນ ​​ກໍາມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ, ະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ແລະ ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນີລະນາມ (ດາວແດງ). ຊຶ່ງຕອນຄໍ່າ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ກໍໄດ້ຈັດງານລ້ຽງພາເຂົ້າສາມັກຄີເປັນກຽດໃຫ້ສະຫາຍເລຂາຄະນະພັກນະຄອນຫຼວງຮ່າໂນ້ຍພ້ອມຄະນະ.

ພາຍຫຼັງສໍາເລັດການການພົບປະສອງຝ່າຍ, ກໍໄດ້ເຊັນບົດບັນທຶກການຮ່ວມມື (MOU) ລະຫວ່າງ ຄະນະພັກນະຄອນຫຼວງວຽງຈັນ ແລະຄະນະນະພັກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ທີ່ຫ້ອງວ່າການ ນວ. ໂດຍການລົງນາມຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສະຫາຍ ດິງ ຕຽນ ຢູງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ, ໂດຍມີການນໍາຂັ້ນສູງສອງຝ່າຍ, ຕາງໜ້າກະຊວງການຕ່າງປະເທດ ແລະທ່ານທູດຫວຽດນາມປະຈໍາລາວເຂົ້າຮ່ວມ.

ການລົງນາມຮ່ວມມືສອງຝ່າຍໃນຄັ້ງນີ້,ເປັນການລົງນາມບົດບັນທຶກຄວາມນຮ່ວມມືໄລຍະປີ 2022-2025 ຊຶ່ງປະກອບມີການຮ່ວມມືດ້ານການເມືອງ, ຕ່າງປະເທດ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ດ້ານການສຶກສາ, ບຳລຸງສ້າງວັດທະນະທໍາ-ສັງຄົມ.ພ້ອມນັ້ນ, ຍັງມີການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງການເມືອງ-ສັງຄົມ,ະນະກໍາມະການແນວລາວສ້າງຊາດ ນວ ແລະຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນຫຼວງຮ່າໂນ້ຍ.

ຂອບໃຈຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່