ກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ພາກທີໜຶ່ງ, ຈັດຂຶ້ນເມື່ອວັນທີ 17 ມີນາ 2022 ທີ່ສໍານັກງານໃຫຍ່ອົງການ ສປຊ ນະຄອນນິວຢອຣ໌ກ ສະຫະລັດອະເມຣິກາ. ໂດຍການເປັນປະທານຂອງ ທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດຂອງ ກາຕາ, ໂດຍມີທ່ານເລຂາທິການໃຫຍ່ອົງການ ສປຊ ແລະ ທ່ານປະທານາທິບໍດີ ມາລາວີ, ປະທານກຸ່ມປະເທດດ້ອຍພັດທະນາ ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມພາກທີໜຶ່ງ, ໄດ້ຮັບຮອງເອົາແຜນປະຕິບັດງານ ໂດຮາ ສໍາລັບປະເທດດ້ອຍພັດ ທະນາ (Doha Programme of Action for LDCs) ສໍາລັບ 1 ທົດສະວັດຕໍ່ໜ້າ 2022-2031 ແລະ ເປັນເອກະສານພື້ນຖານທີ່ມີເນື້ອໃນຄົບຖ້ວນກວມເອົາ 6 ຂົງເຂດວຽກງານບຸລິມະສິດຄື: ການລົງທຶນສໍາລັບປະຊາຊົນຢູ່ໃນປະເທດ LDCs: ການລຶບລ້າງຄວາມທຸກຍາກ ແລະ ການສ້າງຂີດຄວາມສາມາດ ເພື່ອພ້ອມກັນກ້າວໄປ; ຍົກລະດັບວຽກງານວິທະຍາສາດ, ເທຄໂນໂລຢີ ແລະ ນະວັດຕະກຳ ເພື່ອຮັບມືກັບຄວາມບອບບາງໃນຫຼາຍມິຕິ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ; ສະໜັບສະໜູນການປັບໂຄງສ້າງດ້ານເສດຖະກິດ ເພື່ອຂັບເຄື່ອນໃຫ້ເກີດຄວາມຈະເລີນຮຸ່ງເຮືອງ; ເພີ່ມທະວີການຄ້າສາກົນ ແລະ ການເຊື່ອມໂຍງກັບພາກພື້ນ; ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຟື້ນຟູຈາກການລະບາດຂອງພະຍາດໂຄວິດ-19 ແລະ ການສ້າງຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບຜົນກະທົບຈາກພາຍນອກໃນອະນາຄົດ; ລະດົມຄວາມສາມັກຄີສາກົນ, ການເປັນຄູ່ຮ່ວມມືສາກົນທີ່ເຂັ້ມແຂງ, ເຄື່ອງມື ແລະ ກົນໄກທີ່ປະດິດສ້າງ ເພື່ອການພັດທະນາແບບຍືນຍົງ ໂດຍຄຳນຶງເຖິງຄວາມສ່ຽງ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງຍືນຍົງ.
ໃນໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ, ໄດ້ກ່າວຕໍ່ທີ່ປະຊຸມວ່າ “ການຮັບຮອງເອົາແຜນປະຕິບັດງານ ໂດຮາ, ເປັນຂີດໝາຍສໍາຄັນສໍາລັບວົງຄະນາຍາດສາກົນ, ທັງເປັນການຢໍ້າຄືນເຖິງຄວາມໝາຍໝັ້ນໃນການບໍ່ປ່ອຍປະໃຜໄວ້ຢູ່ເບື້ອງຫຼັງ”. ໂດຍທ່ານໄດ້ສະແດງຄວາມໝາຍໝັ້ນຂອງ ສປປ ລາວ ໃນການກະກຽມຄວາມພ້ອມຮອບດ້ານເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ, ຊຶ່ງປັດຈຸບັນກຳລັງຢູ່ໃນຂັ້ນຕອນຂອງການສ້າງແຜນຍຸດທະສາດເພື່ອຂ້າມຜ່ານກະກຽມໃຫ້ແກ່ການຫຼຸດພົ້ນ ໂດຍສືບຕໍ່ສຸມໃສ່ວຽກງານຫຼຸດຜ່ອນຄວາມທຸກຍາກ ເປັນບຸລິມະສິດ, ຊຶ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງສາກົນ. ພ້ອມນັ້ນ, ທ່ານຍັງໄດ້ສະ ແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ໄດ້ປະກອບສ່ວນຢ່າງຫ້າວຫັນໃນຂະບວນການກະກຽມ ຈົນສາມາດຮັບຮອງເອົາແຜນປະຕິບັດງານທີ່ມີຄວາມໝາຍສໍາຄັນນີ້, ໂດຍທ່ານໄດ້ເນັ້ນວ່າ “ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ແມ່ນເປົ້າໝາຍສຸດທ້າຍ, ເພາະຕ້ອງໄດ້ຄໍານຶງເຖິງຄຸນນະພາບ ແລະ ຄວາມຢືນຍົງດ້ານການພັດທະນາ ເພື່ອຮັບປະກັນວ່າ: ບັນດາປະເທດທີ່ສາມາດຫຼຸດພົ້ນແລ້ວນັ້ນ, ຈະບໍ່ກັບຄືນໄປຢູ່ໃນສະຖານະພາບດ້ອຍພັດທະນາຄືເກົ່າ. ດັ່ງນັ້ນ, ການສືບຕໍ່ໄດ້ຮັບການສະໜັບສະໜູນຈາກວົງຄະນາຍາດສາກົນ, ລວມທັງອົງການເຄືອຂ່າຍ ສປຊ, ສະຖາບັນການເງິນສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ຈິ່ງມີຄວາມຈໍາເປັນຍິ່ງ”.