Samsung Galaxy S22 Series ວາງຈໍາໜ່າຍຢ່າງເປັນທາງການແລ້ວເຜີຍຄຸນສົມບັດສຸດລໍ້າ ທີ່ສຸດທຸກຂີດຈໍາກັດ ແຫກທຸກກົດເກນ

 

ວາງຈຳໜ່າຍແລ້ວໃນລາວ! ສະມາດໂຟນຊຳຊຸງລຸ້ນລ່າສຸດ Galaxy S22 Series ດ້ວຍຄຸນສົມບັດທີ່ທັນສະໄໝທະລຸທຸກຂີດຈໍາກັດຂອງໂທລະສັບມືຖືລະດັບ Flagship ທັງດ້ານການປະມວນຜົນການອອກແບບ ແລະປະສິດທິພາບຂອງກ້ອງ ແລະທີ່ສໍາຄັນເປັນຄັ້ງທໍາອິດທີ່ຜູ້ໃຊ້ຕະກູນ S ຈະສາມາດໃຊ້ງານ ແລະເກັບປາກກາ S Pen ໄວ້ໃນໂຕເຄື່ອງເລີຍ.

Samsung Galaxy S22 Series ມີການເພີ່ມຄຸນສົມບັດໃໝ່ໃຫ້ຕະກູນ S ຫຼາຍຂຶ້ນກວ່າເກົ່າເຊັ່ນ: ການເພີ່ມ NPU ເພື່ອເຮັດໃຫ້ການປະມວນຜົນຂອງ AI ສາມາດເຮັດວຽກໄດ້ຢ່າງປະສິດທິພາບ ການປັບປຸງເຕັກນິກການປະມວນຜົນຂອງ PD/AF ເຮັດໃຫ້ຮູບຖ່າຍ ແລະວິດີໂອ ໄດ້ຜົນງານລະດັບມືອາຊີບ ແລະໜ້າຈໍແບບ Dynamic AMOLED ທີ່ແຈ້ງກວ່າເກົ່າແຕ່ປະຢັດພະລັງງານຫຼາຍຂຶ້ນ.

ສໍາລັບ Samsung Galaxy S22 Series ປະກອບໄປດ້ວຍ S22, S22+ ແລະ S22 Ultra ໂດຍທຸກລຸນ ໃຊ້ຊິບເຊັດ Snapdragon 8 Gen 1 ເຊິ່ງອອກແບບດ້ວຍສະຖາປັດຕະຍະກໍາ 4 ນາໂນແມັດ ເຮັດໃຫ້ປະມວນຜົນກາຟຟິກໄດ້ດີກວ່າ 26% ພ້ອມໜ່ວຍປະມວນຜົນ NPU ເຊິ່ງຈະເພີ່ມປະສິດທິພາບໃນການປະມວນຜົນ AI ໃຫ້ດີຂຶ້ນໄປອີກ.

ເຕັກໂນໂລຊີກ້ອງຄົມຊັດ ປະສານກັບ AI ທີ່ໃຫ້ຄຸນນະພາບລະດັບຮູບເງົາ

ຊໍາຊຸງຄືຜູ້ນໍາໃນການເອົາເຕັກໂນໂລຊີ Dual Pixel ມາສູ່ໂທລະສັບມືຖືເພື່ອເຮັດໃຫ້ສາມາດຖ່າຍຮູບໄດ້ຄົມຊັດ ແລະສວຍງາມໃນລະດັບມືອາຊີບ ແລະຍັງຄົງພັດທະນາເຕັກນິກຕ່າງໆເພື່ອໃຫ້ກ້ອງຂອງໂທລະສັບຊໍາຊຸງມີສັກກຍະພາບສູງສຸດສໍາລັບຜູ້ໃຊ້ງານ.

ຈົນມາຮອດລຸ S22 ໄດ້ລໍ້າໜ້າໄປອີກຂັ້ນດ້ວຍເຕັກໂນໂລຊີການປະມວນຜົນຮູບຖ່າຍຂັ້ນສຸດທ້າຍດ້ວຍ AI ໃນສະພາວະແສງໜ້ອຍແບບ Dual Pixel PD/AF ຮ່ວມກັບລະບົບກັນສັ່ນ (OIS) ທີ່ບໍ່ພຽງແຕ່ສາມາດຖ່າຍຮູບກາງຄືນໃນໂໝດ Nightography ໃຫ້ເປັນເລື່ອງງ່າຍ ແຕ່ຍັງເຮັດໃຫ້ການຖ່າຍຮູບບຸກຄົນໃນໂໝດ Portrait ມີຄວາມໂດດເດັ່ນ ແລະການຖ່າຍວິດີໂອໃນໂໝດ Cinematic ໄດ້ຄຸນນະພາບອອກມາໃນລະດັບຮູບເງົາເລີຍ.

ນອກຈາກນີ້ເຕັກໂນໂລຊີການປະມວນຜົນຮູບຖ່າຍດ້ວຍ AI ຍັງເຮັດໃຫ້ການຖ່າຍພາບນິ່ງດ້ວຍກ້ອງ Samsung Galaxy S22 Series ມີຄວາມຄົມຊັດຫຼາຍຂຶ້ນ ສາມາດແຍກໄລຍະຄວາມຄົມຊັດເລິກ, ຕື້ນອອກຈາກກັນໄດ້ຢ່າງຊັດເຈນສວຍງາມພ້ອມຫຼຸດສັນຍານລົບກວນ (Noise) ໃນພາບເນື່ອງຈາກຢູ່ໃນສະພາວະແສງໜ້ອຍໄດ້ເປັນຢ່າງດີ.

ພະລັງແຮງ ຈໍແຈ້ງ ແຂງແຮງ ສາກໄວ ໄດ້ຄົບ

ໂຕເຄື່ອງຂອງ S22 ດ້ານຫຼັງເປັນວັດສະດຸ Armor Aluminum ສ່ວນດ້ານໜ້າຈໍເປັນແກ້ວ Gorilla Victus+ ທີ່ມີຄວາມທົນທານສູງພ້ອມລະບົບ Super-fast Charge ທີ່ຊ່ວຍໃຫ້ສາກແບັດຂຶ້ນໄວທັນໃຈ.

ນອກຈາກນີ້ ການວາງສະຖາປັດຕະຍະກໍາພາຍໃນໂຕເຄື່ອງຂອງ Samsung Galaxy S22 Series ຍັງເພີ່ມປະສິດທິພາບໃນການໃຊ້ພະລັງງານໄດ້ດີກວ່າ ຂະະທີ່ການໃຊ້ໜ້າຈໍແບບ Dynamic AMOLED ທີ່ມີຄວາມສະຫວ່າງສູງສູ້ແສງແດດແຕ່ສາມາດຫຼຸດ Refresh Rate ໄດ້ລະອຽດຍິ່ງຂຶ້ນຈະຊ່ວຍໃຫ້ປະຫຍັດພະລັງງານໄດ້ດີກວ່າເກົ່າອີກດ້ວຍ.

ປັນເຈົ້າຂອງໄດ້ແລ້ວມື້ນີ້ພ້ອມຂອງແຖມສຸດຄຸ້ມ

ສໍາລັບຜູ້ທີ່ຊື້ Samsung Galaxy S22 ທຸກລຸນຕັ້ງແຕ່ວັນທີ 18 ມີນາ ຈົນຮອດ 30 ເມສາ ຈະໄດ້ຮັບຂອງແຖມສຸດຄຸ້ມຈາກຊໍາຊຸງ ໂດຍຜູ້ທີ່ຊື້ລຸS22 ແລະ S22+ ຈະໄດ້ຮັບເຄສໃສພ້ອມແນວຕັ້ງ.

ສໍາລັບຜູ້ທີ່ຈອງລຸS22 Ultra ຈະໄດ້ຮັບຂອງແຖມພິເສດຫຼາຍຂຶ້ນນັ້ນກໍຄື ເຄສໃສ ແລະ ແນວສາກໂທລະສັບໄຮ້ສາຍ.

ຂໍ້ມູນເພີ່ມເຕີມສອບຖາມ:

Samsung Call Center: 021 417 333

Facebook Page: SamsungLaos

Instagram: Samsungmobilelaos_official

Tiktok: @Samsungmobilelaos

ຂໍ້ມູນທາງເຕັກນິກ ແລະ ລາຄາ Samsung Galaxy S22 

 

S22 Ultra

S22+

S22

ໜ້າຈໍ

Dynamic AMOLED 2X, Adaptive 120Hz, Infinity-O Display

 

6.8 QHD+

6.6 FHD+

6.1 FHD+

ກ້ອງຫຼັງ

Ultra Wide: 12MP F2.2 (Dual Pixel AF)

Wide: 108MP F1.8 (PD), OIS

Tele1: 10MP F2.4 (3x, Dual Pixel AF) OIS

Tele2: 10MP F2.2 (10x, Dual Pixel AF) OIS

Ultra Wide: 12MP F2.2 (FF)

Wide: 50MP F1.8, (Dual Pixel AF) OIS

Tele: 10MP F2.4 (3x, Dual Pixel AF) OIS

ກ້ອງໜ້າ

40MP F2.2 (PD)

10MP F2.2 (Dual Pixel AF)

10MP F2.2 (Dual Pixel AF)

ປາກກາ S Pen

ມີມາກັບຕົວເຄື່ອງ

-

-

CPU

Snapdragon 895 (4nm AP)

Ram

12GB

8GB

Rom

256/512GB

256GB

128GB

Water resistant

ມາດຕະຖານ IP68, ຈຸ່ມນ້ຳໄດ້ເລິກ 1.5 m, ດົນເຖິງ 30 ນາທີ

Battery

5,000 mAh

4,500 mAh

3,700 mAh

Super Fast Charge

45W

25W

ສີ

Burgundy, Phantom Black,
Phantom White, Green

Phantom White, Green,
Pink Gold

Phantom Black

ລາຄາ

12+512GB: 16,599,000 ກີບ

12+256GB: 15,299,000 ກີບ

12,599,000 ກີບ

9,999,0009 ກີບ

Preorder gifts

ເຄສໃສ ແລະ ແນວສາກໂທລະສັບໄຮ້ສາຍ

ເຄສໃສພ້ອມແນວຕັ້ງ