ຈັດອົບຮົມຄູຝຶກເຕະບານຂັ້ນພື້ນຖານ ທີ່ຊຽງຂວາງ

ສຕລ ໄດ້ຈັດຊຸດຝຶກອົບຮົມຄູຝຶກກີລາເຕະບານຂັ້ນພື້ນຖານ LFF “D” Certificate Coaching Course 2022 ໃນລະຫວ່າງວັນທີ 15-18 ມີນາ, ຊຶ່ງໃນວັນສຸດທ້າຍຂອງການຝຶກອົບຮົມ, ຈະໄດ້ຈັດໃຫ້ມີກິດຈະກໍາເຕະບານຂອງເຍົາວະຊົນ. ສໍາລັບການຝຶກອົບຮົມດັ່ງກ່າວ, ແມ່ນຈັດຂຶ້ນທີ່ຫ້ອງປະຊຸມໂຮງຮຽນມັດທະຍົມສຶກສາສົມບນ ພອນສະຫວັນ, ເມືອງແປກ ແຂວງຊຽງຂວາງ.

ພິທີເປີດຊຸດຝຶກອົບຮົມຄູຝຶກກີລາເຕະບານຂັ້ນພື້ນຖານ ຄັ້ງນີ້, ຈັດຂຶ້ນເມື່ອວັນທີ 15 ມີນາ 2022 ເຂົ້າຮ່ວມໃນພິທີໂດຍ ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກລາແຂວງຊຽງຂວາງ, ທ່ານ ສົມທອງ ຜາໃຕ້ບານ ເລຂາທິການສະຫະພັນບານເຕະແຂວງຊຽງຂວາງ, ທ່ານ ສົມພູ ດວງດາລາ ແລະ ທ່ານ ແສງເພັດ ວົງໄຊຍະລາດ ຄູຝຶກສອນຈາກສະຫະພັນບານເຕະແຫ່ງຊາດລາວ, ມີນັກສໍາມະນາກອນເຂົ້າຮ່ວມທັງໝົ25 ຄົນ (ຍິງ 3 ຄົນ) ທີ່ມາຈາກ 4 ພາກສ່ວນພາຍໃນຕົວເມືອງແປກ.

ທ່ານ ທອງຜິວ ສີປັນຍາ ໄດ້ກ່າວວ່າ ການຝຶກອົບຮົມຄັ້ງນີ້, ເພື່ອຈະໃຫ້ຄູຝຶກຢູ່ແຕ່ລະບ່ອນໄປຝຶກສອນຢູ່ເຂດຫ່າງໄກສອກຫຼີກ; ດັ່ງນັນ, ການຝຶກອົບຮົມຈິ່ງມີຄວາມໝາຍສຳຄັນຫາຍ. ໂດຍສະເພາະແມ່ນເຮົາຈະໄດ້ມີຄູຝຶກຫາຍຂຶ້ນ ແລະຮຽນຮູ້ກ່ຽວກັບພື້ນຖານການເປັນຄູຝຶກ, ເພື່ອຈະໄດ້ຕໍ່ຍອດໃນລະດັບຕໍ່ໄປ “D” ໄປ “C”, “A” ເຖິງລະດັບອາຊີບ.

ຈຸດປະສົງໃນການຈັດຝຶກອົບຮົມຄັ້ງນີ້, ກໍເພື່ອສ້າງລຸ້ນສືບທອດລາເຕະບານທີ່ອາສຢູ່ເຂດຫ່າງໄກໃນທົ່ວປະເທດ; ເພື່ອໃຫ້ຄູຝຶກຮູ້ຈັກນຳໃຊ້ການຝືກສອນທັກສະກລາບານເຕະຂັ້ນພື້ນຖານຖືກຕອ້ງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ; ເພື່ອປັບປຸງ ແລະ ພັດທະນາຄູຝກໃຫ້ມີຄວາມຮູ້ຄວາມສາມາດໃນການເຂົ້າຮ່ວມການອົບຮົມຄູຝືກລະດັບພາກພື້ນຂອງເອເຊຍຕາມລຳດັບໃນອນາຄົດ; ເພື່ອຊອກຫາເດັກນ້ອຍທີ່ມີພອນສະຫວັນໃນດ້ານກລາເຕະບານ ມາເປັນນັກກລາສືບທອດ; ເພື່ອໃຫ້ນັກລາທີ່ໜຸ່ມນ້ອຍມີທັກສະ ແລະ ພັດທະນາຕົນເອງເພື່ອກາຍເປັນນັກກລາຕົວແທນໃນຂະແໜງການຕ່າງໆ ເແລະ ກ້າວໄປເຖການເປັນນັກກລາທີມຊາດໃນອນາຄົດ.