ເດີ່ນບານເຟີລາລີ້ ກຽມຈັດແຂ່ງຂັນເຕະບານຊີງຂັນ ປະຈຳປີ

ສະໜາມກີລາຫຍ້າທຽມເຟີລາລີ້ ສົມທົບກັບສະຫະພັນບານເຕະນະຄອນຫຼວງວຽງຈັນຈະໄດ້ຈັດການແຂ່ງຂັນກີລາເຕະບານ 7 ຄົນ 2 ລາຍການຄືຮຸ່ນຊາວໜຸ່ມ ແລະ ຮຸ່ນອາວຸໂສຊີງຂັນເດີ່ນກິລາຫຍ້າທຽມເຟີລາລີ້ປະຈຳປີ 2022 ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກຂອງຊາດ ແລະຍັງເປັນກາດສ້າງໂອກາດໃຫ້ບັນດາຊາວໜຸ່ມຫັນມາຫຼິ້ນກິລາເພື່ອສຸຂະພາບ ແລະຫ່າງໄກຈາກສິ່ງເສບຕິດ.

ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານຜູ້ບໍລິຫານເດີ່ນບານ ເຟີລາລີ້ ໃຫ້ຮູ້ວ່າ: ສະໜາມກີລາຫຍ້າທຽມເຟີລາລີ້ ສົມທົບກັບ ສະຫະພັນບານເຕະນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງອົງການຈັດຕັ້ງພາກລັດ, ເອກະຊົນ ແລະບັນດາສະໂມສອນເຕະບານ ຫຼືທີມທົ່ວໄປເຂົ້າຮ່ວມແຂ່ງຂັນເຕະບານ 7 ຄົນ ຊີງຂັນເດີ່ນຫຍ້າທຽມເຟີລາລີ້ ປະຈຳປີ 2022 ທົ່ວນະຄອນຫຼວງວຽງຈັນ ຮຸ່ນຊາວໜຸ່ມທົ່ວໄປ ແລະຮຸ່ນອາວຸໂສອາຍຸ 40 ປີຂຶ້ນໄປຊຶ່ງຈະໄດ້ຈັດຂຶ້ນໃນທ້າຍເດືອນມີນາ 2022 ເພື່ອເປັນການສືບຕໍ່ພັດທະນາກິລາບານເຕະນະຄອນຫລວງວຽງຈັນ ໃນລະດັບເດີ່ນຫຍ້າທຽມ 7 ຄົນ ແລະ ເພື່ອເປັນການສ້າງຂະບວນການຮັບຕ້ອນວັນສຳຄັນຕ່າງໆ ຂອງພັກຂອງຊາດ,ສົ່ງເສີມສ້າງໃຫ້ໄວໜຸ່ມ-ອາວຸໂສຜູ້ທີ່ບໍ່ມີໂອກາດໄດ້ລົງແຂ່ງຂັນໃນລະດັບລີກ 1 ແລະ ລີກ 2 ຫຼື ລະດັບປະເທດໄດ້ມີເວທີໃນການແຂ່ງຂັນ. ສະນັ້ນ, ຈຶ່ງໄດ້ແຈ້ງມາຍັງພາກສ່ວນທີ່ມີເງື່ອນໄຂມາດຖານ ແລະ ມີຄວາມພ້ອມເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ດ້ວຍ.

ສຳລັບທີມທີ່ມີຄວາມສົນໃຈແມ່ນໃຫ້ເຮັດໜັງສືສະເໜີເປັນລາຍລັກອັກສອນມີການຮັບຮອງຈາກການຈັດຕັ້ງທີ່ກ່ຽວຂ້ອງ ຫຼື ຜູ້ຮັບຮອງ (ຄະນະນຳທີມ) ແລະ ມີຄະນະຮັບຜິດຊອບທີມງານຄົບຊຸດຕາມແບບຟອມລົງທະບຽນຄະນະຄູຝຶກ ແລະ ນັກກິລາທີ່ຄະນະຈັດການແຂ່ງຂັນເດີ່ນເຟີລາລີ້ວາງອອກຊຶ່ງສະຖານທີ່ເດີ່ນເຟີລາລີ້ ຕັ້ງຢູ່ບ້ານຮ່ອງແກເມືອງໄຊເຊດຖາ ນະຄອນຫລວງວຽງຈັນ,ກຳນົດສົ່ງໃບສະໝັກ ບໍ່ໃຫ້ກາຍວັນທີ 15 ກຸມພາ 2022.

ການແຂ່ງຂັນແມ່ນຈະກຳນົດເອົາຮຸ່ນລະ 16 ທີມທັງຮຸ່ນທົ່ວໄປ ແລະ ຮຸ່ນອາຍຸ 40 ປີຂຶ້ນໄປຊຶ່ງການແຂ່ງຂັນແບ່ງອອກເປັນ 4 ສາຍ (ສາຍລະ 4 ທີມ) ແລ້ວເອົາທີມທີ່ມີຄະແນນນອັນດັບ 1-2 ຂອງແຕ່ລະສາຍຜ່ານເຂົ້າສູ່ຮອບຕໍ່ໄປ. ທັງນີ້, ໃນກໍລະນີທີມບໍ່ຄົບ16 ທີມຫຼືບໍ່ສາສາມາດແບ່ງອອກເປັນ 4 ສາຍໄດ້ແມ່ນຈະໃຊ້ວິທີແຂ່ງຂັນແບບຄົບກັນໝົດແລ້ວເອົາທີມທີ່ມີຄະແນນທີ່ມີອັນດັບ 1,2,3 ຕາມລຳດັບເປັນຜູ້ຊະນະເລີດ, ຮອງຊະນະເລີດແລະອັນດັບທີ 3.

ສ່ວນເງື່ອນໄຂນັກກີລາຮຸ່ນທົ່ວໄປທີມໜຶ່ງສາມາດລົງທະບຽນນັກກິລາໄດ້ 15 ຄົນ ແລະ ນັກກີລາຕ້ອງມີອາຍຸ 18 ປີຂຶ້ນໄປ (ເກີດໃນປີ 2004 ລົງມາ), ໃນນັ້ນຈຳນວນໂຄຕ້ານັກເຕະລີກ 1ແລະ ລີກ 2 ແມ່ນຫຼັງປີ 2018 ຈຶ່ງສາມາດລົງທະບຽນແຂ່ງຂັນໄດ້ສ່ວນທີມຊາດ (ປີ 2021 ແລະ 2022 ທຸກຮຸ່ນ) ສາມາດລົງທະບຽນໄດ້ 5 ຄົນ ແລະ ລົງສະໜາມໄດ້ພຽງ 2 ຄົນເທົ່ານັ້ນໂດຍພັດປ່ຽນກັນເອງສະເພາະ. ສຳລັບເອກະສານລົງທະບຽນນັກກິລາທີ່ຄັດຕິດມີ: ບັດສັກຢາວັກຊິນຄົບ 2 ເຂັມ, ບັດປະຈຳໂຕ, ສຳມະໂນຄົວຫຼືພາສປອດ). ຂະນະທີ່ເງື່ອນໄຂຮຸ່ນອາຍຸ 40 ປີຂຶ້ນໄປທີມໜຶ່ງສາມາດລົງທະບຽນນັກກິລາໄດ້ 15 ຄົນ ແລະນັກກິລາຕ້ອງມີອາຍຸ 40 ປີຂຶ້ນໄປ (ເກີດໃນປີ 1981 ລົງມາ). ສ່ວນເອກະສານລົງທະບຽນນັກກິລາທີ່ຄັດຕິດມີ: ບັດສັກຢາວັກຊິນຄົບ 2 ເຂັມ, ບັດປະຈຳໂຕ, ສຳມະໂນຄົວຫຼືພາສປອດ ).

ສຳລັບລາງວັນຊະນະເລີດທັງສອງຮຸ່ນແມ່ນຈະໄດ້ຮັບເທົ່າກັນຄືຊະນະເລີດ 3 ລ້ານກີບພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ 2 ລ້ານກີບ ແລະ ອັນດັບທີ3 ຈຳນວນ 1 ລ້ານກີບ.ສ່ວນຄ່າສະໜັກເຂົ້າຮ່ວມແຂ່ງຂັນທີມລະ 1,5 ລ້ານກີບ ແລະເງິນຄໍ້າປະກັນທີມລະ 3 ແສນກີບທັງຮຸ່ນທົ່ວໄປ ແລະອາຍຸ 40 ປີຂຶ້ນໄປ. ຊຶ່ງການແຂ່ງຂັນແມ່ນຄາດວ່າຈະຈັດຂຶ້ນໃນທ້າຍເດືອນກຸມພາ 2022 ໂດຍຈະແຂ່ງໃນວັນເສົາ ແລະວັນອາທິດ (ລາຍລະອຽດຕາຕະລາງຂອງການແຂ່ງຂັນຈະໄດ້ມີກອງປະຊຸມເຕັກນິກ ແລະແຈ້ງກ່ອນລ່ວງໜ້າການແຂ່ງຂັນ 7 ວັນ; ເບີໂທຕິດຕໍ່-ແອັບ: ທ່ານ ນິດນິລັນ 020 54323514).